ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາພິເສດທາງໄກ ຂອງອົງການກອງປະຊຸມສາກົນບັນດາພັກການເມືອງໃນອາຊີ(ICAPP)ກ່ຽວກັບ ການປ່ຽນແປງຂອງສະພາບດິນຟ້າອາກາດ ຊຶື່ງໄດ້ຈັດຂື້ນໃນວັນທີ 8 ທັນວາ 2021,ພາຍໃຕ້ຫົວຂໍ້: “ບົດບາດຂອງບັນດາພັກການເມືອງໃນອາຊີ ເພື່ອບັນລຸການປ່ອຍທາດອາຍເຮືອນແກ້ວໃຫ້ເຫຼືອສູນ”. ໃນກອງປະຊຸມຄັ້ງນີ້ ມີຜູ້ແທນ55 ທ່ານ ຈາກ 31ພັກການເມືອງ ທີ່ມາຈາກ 23ປະເທດໃນອາຊີ, ອົງການບັນດາພັກການເມືອງໃນອາເມລິກາລາຕິນ ແລະ ກາຣີອິບ (COPPPAL),ອົງການສະພາບັນດາພັກການເມືອງອາຟຣິກກາ (CAPP)ແລະ ລັດຖະສະພາສະຫະພາບເອີຣົບເຂົ້າຮ່ວມ. ນອກຈາກນີ້, ຍັງມີການເຂົ້າຮ່ວມຂອງ ພະນະທ່ານ ບັນ ກີມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດຄົນທີ 8, ປະທານສະມັດຊາຂອງສະຖາບັນການເຕີບໂຕສີຂຽວສາກົນ (GGGI), ປະທານສະພາຂອງ GGGI.
ໃນກອງປະຊຸມດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານໄດ້ປະກອບຄຳເຫັນໂດຍໄດ້ຍົກໃຫ້ເຫັນນະໂຍບາຍຂອງພັກ ປປ ລາວ ກໍ່ຄື ລັດຖະບານ ສປປ ລາວ ທີ່ຢຶດໝັ້ນແນວທາງການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແລະ ຖືເອົາການພັດທະນາເສດຖະກິດເປັນໃຈກາງ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາວັດທະນະທໍາ-ສັງຄົມ; ໃຫ້ຄວາມສຳຄັນຕໍ່ວຽກງານການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສູ້ຊົນຮ່ວມກັບປະຊາຄົມໂລກ ໃນການຈັດຕັ້ງປະຕິບັດເປົ້າໝາຍຂອງສັນຍາປາຣີ ເພື່ອຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນພາຍໃນປີ 2050; ໄດ້ເຊື່ອມສານເອົາວຽກງານປົກປັກຮັກສາສິ່ງແວດລ້ອມ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວາງຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ແຜນງານແຫ່ງຊາດກ່ຽວກັບການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ(NDC), ເຊິ່ງໄດ້ວາງຄາດຫມາຍຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ໃຫ້ໄດ້ 60% ພາຍໃນປີ 2030ໂດຍໄດ້ກໍານົດມາດຕະການຕ່າງໆທີ່ກ່ຽວຂ້ອງ ລວມທັງ ການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ປ່າໄມ້ທົ່ວປະເທດ, ເພີ່ມກໍາລັງຕິດຕັ້ງພະລັງງານທົດແທນ ແລະ ພະລັງງານສະອາດ ແລະ ເພີ່ມການນໍາໃຊ້ລົດໄຟຟ້າໃຫ້ໄດ້ 30%ແລະ ອື່ນໆ.ສະຫາຍຫົວໜ້າຄະນະຜູ້ແທນ ຍັງໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນໃນການເພີ່ມທະວີການຮ່ວມມື ແລະ ປະສານງານລະຫວ່າງ ພັກການເມືອງ ແລະ ລະຫວ່າງລັດຖະບານ ໃນລະດັບພາກພື້ນ ແລະ ສາກົນ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາມາດຕະການທີ່ຈໍາເປັນ ໃນການບັນລຸເປົ້າໝາຍລວມແຫ່ງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃຫ້ເຫຼືອສູນ.
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມສຳມະນາພິເສດທາງໄກ ກ່ຽວກັບ ການປ່ຽນແປງຂອງສະພາບດິນຟ້າອາກາດ, ເຊິ່ງໄດ້ຮຽກຮ້ອງໃຫ້ບັນດາພັກການເມືອງ, ລັດຖະບານ ແລະ ພາກເອກະຊົນ ປະສານສົມທົບປະຕິບັດມາດຕະການຮ່ວມກັນທີ່ຈິງຈັງຫຼາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ ແລະ ມາດຕະການໄລຍະສັ້ນ ແລະ ໄລຍະຍາວທີ່ກ່ຽວຂ້ອງເປັນຕົ້ນແມ່ນການປ່ຽນແປງໄປສູ່ລະບົບພະລັງງານທີ່ປ່ອຍມົນລະພິດຕໍ່າ ໂດຍຜ່ານການຜະລິດພະລັງງານສະອາດ ແລະ ມາດຕະການໃນການນໍາໃຊ້ພະລັງງານຢ່າງມີປະສິດທິພາບ; ຊຸກຍູ້ການມີສ່ວນຮ່ວມຂອງປະຊາຊົນ, ການສະໜອງດ້ານການເງິນ, ການຖ່າຍໂອນເຕັກໂນໂລຊີ ແລະ ການກໍ່ສ້າງຄວາມສາມາດ ໃຫ້ແກ່ປະເທດກໍາລັງພັດທະນາ; ສົ່ງເສີມການຮ່ວມມືພາກພື້ນ ແລະ ສາກົນ ລະຫວ່າງ ພັກ, ລັດ, ລັດຖະສະພາ ແລະ ອົງການຈັດຕັ້ງສາກົນ; ສະແດງຄວາມໝາຍໝັ້ນຂອງພັກການເມືອງໃນອາຊີ ໃນການສ້າງແຜນແມ່ບົດຂອງອາຊີເພື່ອຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວໃຫ້ເຫຼືອສູນ ໂດຍສອດຄ່ອງກັບເປົ້າໝາຍຂອງ ສັນຍາປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ໃນການຫຼຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວໃນທົ່ວໂລກ ໃຫ້ເປັນສູນ ພາຍໃນປີ 2050ແລະ ຈຳກັດການເພີ່ມຂຶ້ນຂອງອຸນຫະພູມສະເລ່ຍຂອງໂລກ ບໍ່ໃຫ້ກາຍ 1,5 ອົງສາເຊ ຂອງລະດັບກ່ອນອຸດສະຫະກຳ.