ໃນວັນທີ 11 ທັນວາ 2021 ຄະນະຜູ້ ແທນພັກ ປປ ລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທາງໄກສະໄຫມພິເສດຂອງອົງການກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳ ມະກອນ (IMCWP), ເຊິ່ງຮ່ວມກັນຈັດຂື້ນໂດຍພັກກອມມູນິດເກຣັກ ແລະ ພັກກອມມູນິດຕວັກກີ ພາຍໃຕ້ຫົວຂໍ້ “ສະ ພາບການພັດທະນາເສດຖະກິດ, ການເມືອງ ແລະ ການທະຫານສາກົນ.
ປະສົບການຕໍ່ສູ້ຂອງບັນດາພັກກອມ ມູນິດ ແລະ ກຳມະກອນ ແລະ ປະຊາຊົນ. ຄວາມສາມັກຄີກັບກູບາ, ປະຊາຊົນປາແລັດສະຕິນ ແລະ ປະຊາຊົນທີ່ຕໍ່ສູ້ຕ້ານການຂວໍ້າບາດ, ກົນອຸບາຍ ແລະ ການຮຸກຮານ ຂອງຈັກກະພັດ”. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີຜູ້ແທນຈາກ 71 ພັກການເມືອງ ທີ່ມາຈາກ 57 ປະເທດໃນໂລກ, ຜູ້ຕາງໜ້າຈາກ ບັນດາພັກພັກກອມມູນິດ ແລະ ກໍາມະກອນ, ພັກຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ.

ໃນກອງປະຊຸມດັ່ງກ່າວ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍຂອງສະພາບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະກິດສັງຄົມຂອງບັນດາປະເທດໃນໂລກ ກໍ່ຄື ການເຄື່ອນ ໄຫວຂອງບັນດາພັກກອມມູນິດ ແລະ ກໍາມະກອນ, ພັກຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ; ຍົກໃຫ້ເຫັນບົດຮຽນ ແລະ ຜົນສໍາເລັດແຫ່ງການຊີ້ນຳ-ນໍາພາຂອງ ພັກປະຊາຊົນປະຕິວັດລາວ ໃນພາລະກິດປະຕິວັດຕໍ່ສູ້ຕ້ານພວກຈັກ ກະພັດລ່າເມືອງຂຶ້ນ ເພື່ອນຳເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ ກໍຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ກ້າວຂຶ້ນຕາມຈຸດ ໝາຍສັງ ຄົມນິຍົມ.
ພ້ອມນີ້, ສະຫາຍຫົວໜ້າຄະນະຜູ້ແທນພັກ ປປ ລາວ ຍັງໄດ້ສະແດງຄວາມໝາຍໝັ້ນໃນການສືບຕໍ່ຮ່ວມມືກັບບັນດາພັກການເມືອງໃນພາກພື້ນ ແລະ ສາກົນ ລວມທັງບັນດາພັກກອມມູນິດ ແລະ ກໍາ ມະກອນ, ພັກຝ່າຍຊ້າຍ ແລະ ຂະບວນ ການກ້າວໜ້າໃນໂລກ ໂດຍຢຶດໝັ້ນໃນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ກໍ່ຄື ຫຼັກການຢູ່ຮ່ວມກັນໂດຍສັນຕິ, ແກ້ໄຂບັນຫາດ້ວຍສັນຕິວິທີ ແລະ ບໍ່ແຊກແຊງກິດຈະການພາຍໃນເຊິ່ງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມືເພື່ອການພັດທະນາ, ຄວາມກ້າວໜ້າທາງສັງຄົມ ແລະ ຄວາມຈະເລີນຮຸ່ງເຮືອງຂອງບັນດາປະຊາຊາດໃນໂລກ. ໃນໂອກາດດັ່ງກ່າວ, ຫົວໜ້າຄະນະຜູ້ແທນລາວ ຍັງໄດ້ຢືນຢັນເຈດ ຕະນາລົມຂອງພັກ ປປ ລາວ ພ້ອມທັງຂໍການສະໜັບສະໜູນຈາກບັນດາພັກກອມ ມູນິດ ແລະ ກຳມະກອນ ໃນການສະໝັກເຂົ້າເປັນສະມາຊິກໜ່ວຍງານວິຊາການຂອງ IMCWP ໃນປີ 2022.
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮັບຮອງເອົາຖະແຫຼງການຮ່ວມ, ເຊິ່ງໄດ້ວາງທິດທາງເປົ້າໝາຍໃນການເຄື່ອນໄຫວຮ່ວມກັນສໍາລັບປີ 2022 ເພື່ອເສີມສ້າງການຮ່ວມມືໃນລະດັບສອງຝ່າຍ, ລະດັບພາກພື້ນ ແລະ ສາກົນລະຫວ່າງບັນດາພັກກອມມູນິດ ແລະ ກໍາມະກອນ ເພື່ອມີມາດຕະການປ້ອງກັນ ແລະ ຮັບມືກັບພະຍາດລະບາດ ແລະ ເພີ່ມທະວີຄວາມເຂັ້ມແຂງຂອງລະບົບສາທາລະນະສຸກຂອງລັດ; ເພື່ອສະໜັບສະໜູນບັນດາຂໍ້ລິເລີ່ມ ແລະ ການຕໍ່ສູ້ຂອງຊົນຊັ້ນກຳມະ ກອນຂອງບັນດາປະເທດໃນໂລກ ເພື່ອສິດທິດ້ານຕ່າງໆ, ຕ້ານການແຊກແຊງ, ກົນອຸບາຍມ້າງເພທໍາລາຍ ແລະ ການໂຄ່ນລົ້ມ ຂອງພວກຈັກກະພັດ, ຕ້ານການຂວໍ້າບາດຕໍ່ກູບາ, ສະໜັບສະໜູນການຕໍ່ສູ້ຂອງປະຊາຊົນປາແລັດສະຕິນ ແລະ ບັນຫາອື່ນໆ.
ຂ່າວ;ພາບ: ຄະນະພົວພັນຕ່າງປະເທດສູນການພັກ