ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິ ຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງພັກກອມມູນິດ ແລະ ກໍາມະກອນ (IMCWP) ຄັ້ງທີ 22 ພາຍ ໃຕ້ຫົວຂໍ້ “ຄວາມສາມັກຄີກັບກູບາ ແລະ ປະຊາຊົນທັງໝົດທີ່ກຳລັງຕໍ່ສູ້, ເປັນເອ ກະພາບກັນ ເຮັດໃຫ້ພວກເຮົາເຂັ້ມແຂງຂື້ນໃນການຕໍ່ສູ້ຕ້ານລັດທິຈັກກະພັດ, ຮ່ວມກັບຂະບວນການສັງ ຄົມ ແລະ ປະຊາຊົນ ໃນການປະເຊີນໜ້າກັບ ລັດທິທຶນນິຍົມ ແລະ ນະໂຍບາຍຂອງພວກເຂົາ, ໄພຂົ່ມຂູ່ຂອງລັດທິຟາດຊິດ ແລະ ສົງຄາມ; ໃນການປົກປ້ອງສັນຕິພາບ, ສິ່ງແວດລ້ອມ, ສິດທິຂອງກຳມະກອນ, ຄວາມສາມັກຄີ ແລະ ສັງຄົມນິຍົມ” , ພາຍໃຕ້ຄຳຂັວນ “ສາມັກຄີກັນ ພວກເຮົາເຂັ້ມແຂງຂື້ນ” ເຊິ່ງໄດ້ຈັດຂື້ນແຕ່ວັນທີ 27-29 ຕຸລາ 2022 ທີ່ນະ ຄອນ ຫລວງລາຮາວານ, ປະເທດ ກູບາ ໂດຍການເປັນເຈົ້າພາບຂອງພັກກອມມູນິດກູບາ ແລະ ມີຄະນະຜູ້ແທນຈາກບັນດາພັກກອມ ມູນິດ ແລະ ກໍາມະກອນ, ຂະບວນການຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ ຈຳນວນ 142 ທ່ານ ທີ່ມາຈາກ 73 ພັກການເມືອງ ຈາກ 57 ປະເທດ ເຂົ້າຮ່ວມ.
ກອງປະຊຸມສາກົນພັກກອມມູນິດ ແລະ ກຳມະກອນ ແມ່ນກົນໄກການພົບປະທີ່ສຳຄັນຂອງພັກກອມມູນິດ ແລະ ກຳມະ ກອນ, ຂະບວນການຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ ເຊິ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ພາຍໃຕ້ຫົວຂໍ້ກອງປະຊຸມດັ່ງກ່າວ ໃນການຕໍ່ສູ້ຕ້ານລັດທິເສລີນິຍົມແບບໃໝ່, ຊອກຫາຮູບແບບໃໝ່ຂອງການພັດທະນາທີ່ສົມດຸນ, ມີຄວາມຍຸດຕິທໍາໃນສັງຄົມ, ເສີມຂະຫຍາຍການຮ່ວມມື ລະຫວ່າງ ພັກກອມມູນິດ ແລະ ກໍາມະກອນ, ຂະບວນການຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ ເພື່ອປົກປ້ອງສິດ, ເສລີພາບ ແລະ ຜົນປະໂຫຍດອັນຊອບທໍາຂອງຊາວຜູ້ອອກແຮງງານໃນທົ່ວໂລກ. ກອງປະຊຸມຍັງໄດ້ຕີລາຄາສູງຜົນສຳເລັດຂອງການປະຕິວັດກູບາວິລະຊົນ ທີ່ນຳໂດຍສະຫາຍ ຟີແດນ ກາດສະໂຕຼ ຣູດສ, ອະດີດຜູ້ນໍາການປະຕິວັດກູບາ ແລະ ໄດ້ສະແດງຄວາມສາມັກຄີ ຮຽກຮ້ອງໃຫ້ພວກຈັກກະພັດຍົກເລີກການຂວໍ້າບາດ ຕໍ່ ກູບາ ທີ່ຍາວນານກວ່າ 60 ປີ.
ໃນກອງປະຊຸມ, ຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ປະກອບຄຳເຫັນ ໂດຍໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍຂອງສະພາບການພາກພື້ນ ແລະ ສາກົນ ໄລ ຍະໃໝ່, ເຊິ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການພັດທະ ນາເສດ ຖະກິດສັງຄົມຂອງບັນດາປະເທດໃນໂລກ ກໍ່ຄື ການເຄື່ອນໄຫວຂອງບັນດາພັກກອມ ມູນິດ, ພັກກໍາມະກອນ, ພັກຝ່າຍຊ້າຍ ແລະ ຂະບວນການກ້າວໜ້າໃນໂລກ; ສະພາບການດັ່ງກ່າວຮຽກຮ້ອງໃຫ້ບັນດາພັກກອມມູນິດ, ພັກກຳ ມະກອນ ແລະ ກຳລັງຝ່າຍຊ້າຍ ສາມັກຄີກັນ ເຂົ້າເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າ ທາຍ; ຍົກໃຫ້ເຫັນບົດ ຮຽນ ແລະ ຜົນສໍາເລັດພາຍໃຕ້ການນຳພາ-ຊີ້ນຳຂອງ ພັກປະຊາຊົນປະຕິວັດລາວ ໃນພາລະກິດປະຕິວັດຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂຶ້ນ ເພື່ອຍາດເອົາເອກະ ລາດແຫ່ງຊາດຂອງຕົນ ກໍຄື ພາລະກິດປ່ຽນ ແປງໃໝ່ຮອບດ້ານຢ່າງມີຫຼັກ ການຂອງພັກ ໃນເງື່ອນໄຂ ແລະ ສະພາບແວດ ລ້ອມໃໝ່, ຜົນສໍາເລັດຂອງການສ້າງສາພັດທະນາປະເທດຊາດ ໃນໄລ ຍະຜ່ານມາ ແລະ ການຈັດຕັ້ງປະຕິບັດບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກວາງອອກ ເພື່ອນໍາພາປະ ເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ, ບັນລຸເປົ້າໝາຍການສ້າງສັງຄົມນິຍົມ ຢູ່ ສປປ ລາວ. ສະຫາຍຫົວໜ້າຄະນະຜູ້ແທນພັກ ປປ ລາວ ໄດ້ຢືນຢັນໃນການສະໜັບ ສະ ໜູນພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ ໃນພາລະກິດການຕໍ່ສູ້ອັນເປັນທໍາ ເພື່ອໃຫ້ພວກຈັກກະພັດຍົກເລີກການຂວໍ້າບາດຕໍ່ ກູບາ; ຢືນຢັນສືບຕໍ່ຮ່ວມ ມືກັບບັນດາພັກການເມືອງໃນພາກພື້ນ ແລະ ສາກົນ ລວມທັງ ບັນດາພັກກອມ ມູນິດ ແລະ ພັກກໍາມະກອນ, ຂະບວນ ການຝ່າຍຊ້າຍ ແລະ ຂະບວນການກ້າວ ໜ້າໃນໂລກ ໂດຍຢືດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະ ເໝີຕົ້ນສະເໝີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ ບົນພື້ນຖານຫຼັກການເຄົາລົບຊື່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ເຂົ້າຢ້ຽມຂໍ່ານັບສະ ຫາຍ Roberto Morales Ojeda, ກຳມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງ ແລະ ນະໂຍ ບາຍ ສູນກາງພັກກອມມູນິດກູບາ ແລະ ພົບປະກັບ ສະຫາຍ Angel Arzuaga Reyes, ວ່າການຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກກອມມູນິດກູບາ. ໃນການພົບປະ, ສອງຝ່າຍ ໄດ້ແຈ້ງສະ ພາບການທີ່ພົ້ນເດັ່ນທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ຢູ່ແຕ່ລະປະເທດໃຫ້ກັນຊາບ ໂດຍສະເພາະ ຜົນສຳເລັດຂອງການຈັດຕັ້ງປະຕິບັດບັນ ດາມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ທີ່ພວມດຳເນີນຢູ່ໃນປັດຈຸບັນ; ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ກູບາ ໃນໄລຍະຜ່ານມາ, ໄດ້ປຶກສາຫາລືກ່ຽວກັບທິດທາງຮ່ວມມື ລະຫວ່າງ ສອງພັກ ກໍ່ ຄື ສອງ ຄຕພ ໃນຊຸມປີຕໍ່ໜ້າ ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ ສະ ພາບການພາກພື້ນ ແລະ ສາກົນຈຳນວນໜຶ່ງ ທີ່ສອງຝ່າຍມີຄວາມສົນໃຈຮ່ວມ ກັນ.
ກອງປະຊຸມສາກົນຄັ້ງນີ້ ປະສົບຜົນສຳ ເລັດຢ່າງຈົບງາມ, ໄດ້ເປັນເອກະພາບກັນຮັບຮອງເອົາຖະແຫຼງການສຸດທ້າຍຂອງກອງປະຊຸມ ເຊິ່ງໄດ້ສະໜັບສະໜູນບັນ ດາຂໍ້ລິເລີ່ມ ແລະ ການຕໍ່ສູ້ຂອງຊົນຊັ້ນກຳມະກອນຂອງບັນດາປະເທດໃນໂລກ, ຕ້ານກົນອຸບາຍແຊກແຊງ ມ້າງເພທໍາລາຍ ຂອງພວກຈັກກະພັດ, ຕ້ານການຂວໍ້າບາດຕໍ່ກູບາ ແລະ ບັນຫາອື່ນໆ.
ພິເສດໃນໂອກາດກອງປະຊຸມ, ພັກ ປປ ລາວ ໄດ້ຖືກຮັບຮອງເຂົ້າເປັນສະມາຊິກໜ່ວຍງານວິຊາການຂອງກອງປະຊຸມສາກົນຂອງພັກກອມມູນິດ ແລະ ກໍາມະກອນ (Working Group of IMCWP) ໄລຍະປີ 2023-2025 ເຊິ່ງເປັນການຍົກສູງບົດບາດ ແລະ ອິດທິພົນ ຂອງພັກ ປປ ລາວ ໃນເວທີສາກົນ.
ຂ່າວ;ພາບ: ຄະນະພົວພັນຕ່າງປະເທດສູນກາງພັກ