ໃນວັນທີ 31 ພຶດສະພາ 2023, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໃນນາມຜູ້ຕາງໜ້າຂັ້ນສູງຂອງພັກ ປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການຈັດຕັ້ງກອງປະຊຸມສາກົນ ຄັ້ງທີ 2 ຜ່ານວີດີໂອທາງໄກ ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ. ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຄະນະຜູ້ແທນຈາກ 16 ພັກການ ເມືອງທີ່ມາຈາກ ອາຊີ, ອາຟຣິກາ, ອາເມຣິກາລາຕິນ, ເອີຣົບ ແລະ 1 ອົງການຈັດຕັ້ງສາກົນຂອງພັກການເມືອງໃນອາຊີ (ໄອແຄັບ ICAPP). ກອງປະຊຸມຄັ້ງນີ້ ເປັນກອງປະຊຸມສືບຕໍ່ຈາກກອງປະຊຸມຄັ້ງທີ 1 ທີ່ຈັດຂື້ນໃນເດືອນ 3 ປີ 2023 ຢູ່ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ ເພື່ອປຶກສາຫາລືການກະກຽມໃຫ້ແກ່ການຈັດກອງປະຊຸມເວທີປຶກສາຫາລື ຂອງບັນດາຝ່າຍສະໜັບສະໜູນການຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່, ຊຶ່ງຈະຈັດຂື້ນໃນເດືອນຕຸລາ 2023 ທີ່ຈະມາເຖິງນີ້.

ໃນກອງປະຊຸມດັ່ງກ່າວ, ຫົວໜ້າຄະນະຜູ້ແທນ ພັກ ປປ ລາວ ໄດ້ປະກອບຄໍາເຫັນ ໂດຍໄດ້ສະແດງຄວາມຊົມ ເຊີຍ ແລະ ສະໜັບສະໜູນຕໍ່ແນວຄິດລິເລີ່ມຂອງ ພັກຣັດເຊຍເອກະພາບ ໃນການຈັດກອງປະຊຸມເວທີປຶກສາຫາລືດັ່ງ ກ່າວ ຊຶ່ງເປັນຂີດໝາຍສໍາຄັນແຫ່ງການຮ່ວມມື ແລະ ເຕົ້າໂຮມກໍາລັງແຮງ ຂອງບັນດາພັກການເມືອງຈາກທະວີບຕ່າງໆໃນໂລກ ແນໃສ່ພ້ອມກັນຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໃນສະໄໝໃໝ່ ທີ່ເປັນສິ່ງທ້າທາຍຕໍ່ການພັດທະນາຂອງບັນດາປະຊາຊາດໃນພາກພື້ນ ແລະ ໃນໂລກ; ຕີລາຄາສູງ ແລະ ຊົມເຊີຍການກະກຽມດ້ານຕ່າງໆຂອງພັກຣັດເຊຍເອກະພາບ ແລະ ເຫັນດີສະ ໜັບສະໜູນຮ່າງເນື້ອໃນເອກະສານຕ່າງໆສຳລັບກອງປະຊຸມເວທີປຶກສາຫາລືທີ່ຈະຈັດຂື້ນໃນເດືອນຕຸລາ 2023; ຢືນຢັນສືບຕໍ່ຢືດໝັ້ນໃນແນວທາງນະໂຍບາຍຕ່າງປະເທດຂອງພັກ ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ການຮ່ວມມື; ສະແດງຄວາມໝາຍໝັ້ນໃນການສືບຕໍ່ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດ ກັບ ພັກຣັດເຊຍເອກະພາບ ແລະ ບັນດາພັກເພື່ອນມິດ ແລະ ກໍາລັງທີ່ກ້າວໜ້າຂອງບັນດາປະເທດໃນໂລກເພື່ອຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ໃນພາກປະຕິບັດໃນສະໄໝໃໝ່.

