ໃນວັນທີ 18 ພຶດສະພາ 2023, ທີ່ ເມືອງ ຣູບປິສເຕີໂຣດ ສາທາລະນະລັດ ສະຫະ ພັນ ເຢຍລະມັນ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະມາຄົມ ມິດ ຕະພາບ ເຢຍລະມັນ-ລາວ ໄດ້ຈັດກອງປະຊຸມປຶກສາຫາລືຄັ້ງທີ I ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ຄຳລຽນ ພົນເສນາ, ປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ທ່ານ ຣູດວິກ ນອຍເບີ, ປະທານສະມາຄົມມິດຕະພາບ ເຢຍລະມັນ-ລາວ, ເຊິ່ງໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ.ເຢຍລະມັນ, ທ່ານ ນາງ ແອນລີຊາແບດ ວິງເກັນເມເອີ, ສະມາຊິກລັດຖະສະພາ ທັງເປັນປະທານກໍາມາທິການກົດໝາຍ ຂອງ ເຢຍລະມັນ, ທ່ານ ຮອງເຈົ້າເມືອງ, ຮອງປະທານສະພາເມືອງ ແລະ ນອກນີ້, ຍັງມີບັນດາທ່ານໃນຄະນະບໍລິຫານງານສະມາຄົມມິດຕະ ພາບ ລາວ-ເຢຍລະມັນ ແລະ ເຢຍລະ ມັນ-ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນ ແລະ ພ້ອມກັນຕີລາຄາຄືນການພົວພັນຮ່ວມມື ແລະ ການຈັດຕັ້ງປະຕິບັດກິດຈະກຳ ຂອງສອງສະມາຄົມໃນໄລຍະຊຸມປີຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ. ພ້ອມນີ້ ຍັງໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນກ່ຽວກັບກົນໄກການຮ່ວມມື, ການແລກ ປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ, ສະໜັບ ສະໜູນຊຸກຍູ້ນັກທຸລະກິດ, ຊຸກຍູ້ການລົງທຶນ, ເຕົ້າໂຮມບັນດາອະດີດນັກສຶກສາທີ່ຮຽນຈາກ ເຢຍລະມັນ ແລະ ສົ່ງເສີມໃຫ້ປະຊາຊົນຂອງສອງປະເທດ ມີການພົວພັນຮ່ວມມື, ໄປມາຫາສູ່ກັນ ແລະ ມີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ມູນເຊື້ອວັດທະນາທໍາ ແລະ ຂະນົບທຳນຽມອັນດີງາມໃຫ້ປະຊາຊົນສອງຊາດໄດ້ເຂົ້າໃຈຢ່າງກວ້າງຂວາງ. ນອກນັ້ນ, ສອງສະມາຄົມມິດຕະພາບ ຍັງໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນໄລຍະ 5 ປີ (2023-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມມິດຕະພາບ ໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.
ໃນໄລຍະຜ່ານມາ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ ໄດ້ປະກອບສ່ວນເຂົ້າໃນການສ້າງສາພັດ ທະນາ ສປປ ລາວ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ, ວັດທະ ນະທຳສັງຄົມ ແລະ ການຊ່ວຍເຫລືອດ້ານມະນຸດສະທໍາ. ຄະນະຜູ້ແທນທັງສອງຝ່າຍ ໄດ້ສະແດງຄວາມພາກພູມໃຈຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ເຢຍລະມັນ ເວົ້າລວມເວົ້າສະເພາະແມ່ນ ສອງສະ ມາຄົມມິດຕະພາບ ລາວ- ເຢຍລະມັນ ແລະ ເຢຍລະມັນ-ລາວ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍ ຢ່າງຕໍ່ເນື່ອງເຮັດໃຫ້ປະຊາຊົນຂອງທັງ ສອງປະເທດມີຄວາມເຂົ້າໃຈອັນດີຕໍ່ກັນ, ໄປມາຫາສູ່, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຮ່ວມມືເພື່ອການພັດທະນາ. ການພົວພັນຮ່ວມມືດັ່ງກ່າວນັ້ນ ໄດ້ກາຍເປັນກົນໄກເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ເຢຍລະມັນ ເພື່ອສົ່ງເສີມຜົນປະໂຫຍດມາສູ່ປະຊາຊົນສອງຊາດຢ່າງກວ້າງຂວາງ.
ໃນໂອກາດດັ່ງກ່າວ, ສະມາຄົມມິດຕະ ພາບ ລາວ-ເຢຍລະມັນ ຍັງໄດ້ມອບຫຼຽນກາມິດຕະພາບ ແລະ ໃບຍ້ອງຍໍ ໃຫ້ແກ່ສະມາຄົມມິດຕະພາບ ເຢຍລະມັນ-ລາວ ທີ່ມີຜົນງານໃນການປະກອບສ່ວນຂົນ ຂວາຍທຶນຮອນ ແລະ ວັດຖຸ ມາສ້າງໂຮງ ຮຽນ ຢູ່ລາວ ລວມທັງປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານສະມາຄົມມິດຕະພາບ ລາວ-ເຢຍລະມັນ ໄລຍະຜ່ານມາ. ນອກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາ, ທໍາມະຊາດ ແລະ ທັດສະນະສຶກສາ ຢູ່ ສະຖາ ບັນການແພດ ແລະ ບໍລິສັດທີ່ມີຊື່ສຽງຂອງ ເຢຍລະມັນ ຈໍານວນໜຶ່ງ.

