ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງ ວັນທີ 3-6 ກັນຍາ 2023. ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຈີນ ນຳໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸກສາຫະກຳ ແລະ ການຄ້າ, ຮອງປະທານສະມາຄົມມິດຕະພາບ ລາວ-ຈີນ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ ສະ ມາຄົມມິດຕະພາບ ລະຫວ່າງ ປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 14 ພາຍໃຕ້ຫົວຂໍ້ “ການຮ່ວມມືອາຊຽນ-ຈີນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ, ເສີມຂະຫຍາຍການເຊື່ອມຈອດ ແລະ ມຸ່ງໝັ້ນພັດທະນາມີຄຸນນະພາບ” ທີ່ນະຄອນປີນັງ, ປະເທດມາເລເຊຍ ໃນລະຫວ່າງ ວັນທີ 3-6 ກັນຍາ 2023 ໂດຍການເປັນເຈົ້າພາບຈັດຂອງ ສະມາຄົມມິດຕະພາບ ມາເລເຊຍ-ຈີນ, ມີຜູ້ແທນຈາກສະມາຄົມມິດຕະພາບ 10 ປະເທດອາຊຽນ ແລະ ສປ ຈີນ ເຂົ້າຮ່ວມ.
ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຈີນ ໄດ້ ປະກອບຄຳເຫັນໃນກອງປະຊຸມ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ການເປັນເຈົ້າພາບຂອງສະມາຄົມມິດຕະພາບ ມາເລເຊຍ-ຈີນ; ຍົກໃຫ້ເຫັນກົນໄກການພົວພັນຮ່ວມມື, ແລກປ່ຽນຄວາມຄິດເຫັນໃນການປັບປຸງການຮ່ວມມື ແລະ ວາງທິດທາງແຜນການຮ່ວມມືມິດຕະພາບ ລະຫວ່າງ ປະຊາ ຊົນກັບປະຊາຊົນ ຈີນ-ອາຊຽນ ແລະ ອາຊຽນ-ຈີນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ, ເຊິ່ງເປັນວຽກງານທີ່ສຳຄັນ, ຈຳເປັນ ແລະ ຮີບດ່ວນ ເພື່ອສົ່ງເສີມການພົວພັນຮ່ວມມື ຂອງປະຊາຊົນໃນບັນດາປະເທດອາຊຽນ ກັບ ສປ ຈີນ ກໍຄືພາກພື້ນ ແລະ ໃນໂລກໄລຍະໃໝ່. ພ້ອມນີ້, ຍົກໃຫ້ເຫັນກົນໄກການເຮັດໜ້າທີ່, ການພົວພັນຮ່ວມມືເພື່ອຊຸກຍູ້ໃຫ້ປະຊາຊົນບັນດາປະເທດອາຊຽນ ແລະ ປະຊາຊົນຈີນ ມີການໄປມາຫາສູ່ກັນ, ຈັດກິດ ຈະກຳຮ່ວມກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ຄືດັ່ງທີ່ເຄີຍປະຕິບັດກ່ອນການແຜ່ລະບາດຂອງພະຍາດໂຄວິດ, ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນຮ່ວມມືແກ່ປະຊາຊົນອາຊຽນ-ຈີນ ໃຫ້ມີການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ນັບມື້ຫຼາຍຂຶ້ນ ໂດຍນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ ແລະ ຮອບດ້ານມາສູ່ປະຊາຊົນບັນດາປະເທດອາຊຽນ ແລະ ປະຊາຊົນຈີນ.
ກອງປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ບັນດາຜູ້ແທນກອງປະຊຸມໄດ້ເປັນເອກະພາບຮັບຮອງເອົາຖະ ແຫຼງການຮ່ວມຂອງກອງປະຊຸມ, ເຊິ່ງມີເນື້ອໃນເນັ້ນໜັກເຖິງການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງປະຊາຄົມອາຊຽນ-ຈີນ ໃຫ້ມີຄວາມໃກ້ຊິດ ແລະ ຄ່ອງຕົວ; ເພີ່ມທະວີການຮ່ວມມືໃນຂົງເຂດສິລະປະ, ການສຶກສາ, ສື່ມວນຊົນ ແລະ ຊາວໜຸ່ມ; ຊຸກຍູ້ການພັດທະນາແບບຍືນຍົງ ແລະ ສາທາລະນະສຸກ ລວມທັງການຜະລິດຢາພື້ນເມືອງອາຊຽນ-ຈີນ ແລະ ຊຸກຍູ້ການຮ່ວມມືດ້ານພະລັງງານທົດແທນ ແລະ ພະລັງງານສະອາດ; ເພີ່ມທະວີການປະສານສົມທົບກັນ ລະຫວ່າງ ຂໍ້ລິເລີ່ມໜື່ງແລວທາງໜຶ່ງເສັ້ນທາງ ແລະ ແຜນການຂອງອາຊຽນກ່ຽວກັບອິນໂດປາຊີຟຣິກ ແລະ ສະ ໜັບສະໜູນຂໍ້ລິເລີ່ມ 3 ຂໍ້ ທີ່ປະທານປະເທດ ທ່ານ ສີ ຈີ້ນຜິງ ວາງອອກ (ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ, ຂໍ້ລິເລີ່ມການພັດທະນາ ແລະ ຂໍ້ລິເລີ່ມທາງດ້ານຄວາມສີວິໄລ) ເພື່ອສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ; ຊຸກຍູ້ການໂຄສະນາເຜີຍແຜ່ໜັງສືພີມຜ່ານທາງອອນລາຍ ເພື່ອແຈ້ງໃຫ້ຊາບກ່ຽວກັບຂໍ້ມູນໃໝ່ ແລະ ການເຄື່ອນໄຫວກິດຈະກຳ ຂອງສະມາຄົມອາຊຽນ-ຈີນ ແລະ ສະມາຄົມມິດຕະພາບປະຊາຊົນອາຊຽນ; ສະແດງຄວາມຍິນດີ ແລະ ສະໜັບສະໜູນ ສະມາຄົມມິດຕະພາບ ມຽນມາ-ຈີນ ທີ່ຈະເປັນເຈົ້າພາບຈັັັດກອງປະຊຸມ ສະມາຄົມມິດຕະພາບ ລະຫວ່າງ ປະຊາຊົນກັບປະຊາຊົນ ອາຊຽນ-ຈີນ ຄັ້ງທີ 15 ທີ່ ສ. ມຽນມາ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ