ໂດຍຕອບສະໜອງຕາມຄຳເຊີນ ສະມາຄົມມິດຕະພາບ ຫວຽດນາມ-ລາວ ສູນກາງ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ-ຫວຽດນາມ ສູນກາງ ນຳໂດຍ ສະຫາຍ ບັນດິດ.ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ສູນກາງ ໄດ້ໄປເຂົ້າຮ່ວມກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ V ຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ ສູນກາງຢູ່ ສສ ຫວຽດນາມ ແຕ່ວັນທີ 08-10 ຕຸລາ 2023.

ໃນວັນທີ 09 ຕຸລາ 2023, ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ V ຂອງສະມາຄົມມິດຕະພາບ ຫວຽດນາມ-ລາວສູນກາງ. ໃນໂອກາດດັ່ງກ່າວ, ສະຫາຍ ບັນດິດ.ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ສູນກາງ ໄດ້ຕາງໜ້າໃຫ້ ສະມາຄົມມິດຕະພາບ ລາວ-ຫວຽດນາມ ສູນກາງ ມີຄໍາເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດທີ່ສະມາ ຄົມມິດຕະພາບ ຫວຽດນາມ-ລາວ ຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ ເຮັດໃຫ້ພາລະບົດບາດ ຂອງ ສະມາຄົມມິດຕະພາບ ຫວຽດນາມ-ລາວ ເປັນທີ່ຮັບຮູ້ຢ່າງກວ້າງຂວາງ, ໄດ້ເຜີຍແຜ່ມູນເຊື້ອສາຍພົວພັນໃຫ້ແກ່ປະຊາຊົນຫວຽດນາມ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ. ພ້ອມນັ້ນ ຍັງໄດ້ຮ່ວມກັບຝ່າຍລາວ ສ້າງບັນດາກິດຈະກຳອັນພົ້ນເດັ່ນເປັນຕົ້ນແມ່ນການຈັດວັນບຸນມະໂຫລານປະຊາ ຊົນສອງປະເທດລາວ ແລະ ຫວຽດນາມ ເພື່ອເຜີຍແຜ່ມູນເຊື້ອອັນຍິ່ງໃຫຍ່ ຂອງ ສອງປະເທດທີ່ບັນດາສະຫາຍການນໍາຮຸ່ນກ່ອນໄດ້ສ້າງ, ຖະໜຸຖະໜອມດ້ວຍເລືອດເນື້ອເຫື່ອແຮງ ຈົນກາຍເປັນກົດ ເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ຂອງສອງປະເທດ, ເປັນມໍລະດົກອັນລໍ້າຄ່າ ໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ. ໃນພິທີດັ່ງກ່າວ, ສອງຝ່າຍ ຍັງໄດ້ຈັດພິທີປະດັບຫຼຽນຍ້ອງຍໍເຊິ່ງກັນ ແລະ ກັນ ຢ່າງມີບັນຍາກາດ.


ໃນວັນດຽວກັນ, ສະມາຄົມມິດຕະພາບ ສອງຝ່າຍ ໄດ້ຈັດກອງປະຊຸມພົບປະ, ສອງຝ່າຍເຫັນດີຈະສືບຕໍ່ປະຕິບັດຕາມພາລະບົດບາດໃນການພົວພັນຮ່ວມມືຖອດຖອນບົດຮຽນນຳກັນ ແລະ ສືບຕໍ່ກົນໄກປະສານງານ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ທີ່ນັບມື້ເຂົ້າສູ່ລວງເລິກ, ຂຽວສົດງົດງາມ ແລະ ເກີດດອກອອກຜົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະຫວຽດນາມ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ