ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສະມາຄົມມິດຕະພາບ ຣັດເຊຍ -ລາວ, ຜູ້ແທນສະມາຄົມມິດຕະພາບ ລາວ – ຣັດເຊຍ ນໍາໂດຍ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານສະມາຄົມມິດຕະພາບ ລາວ – ຣັດເຊຍ ໄດ້ເດີນທາງເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ກ່ຽວກັບ ປະ ເທດລາວ ພາຍໃຕ້ຄຳຂວັນ: “ປະເທດລາວ ປະເທດລ້ານຊ້າງ ແລະ ຄັນຮົ່ມສີຂາວ” ທີ່ ນະຄອນຫຼວງມົດສະກູ, ສ. ຣັດເຊຍ ໂດຍການເປັນເຈົ້າພາບຮ່ວມ ຂອງ ສະມາຄົມມິດຕະພາບ ຣັດເຊຍ – ລາວ ແລະ ກອງທຶນສັນຕິ ພາບຣັດເຊຍ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ວະລາດິມີຣ໌ ໂຊໂກລິນ ເລໂອນິດາວິດຈ໌ (Vladimir Sokolin Leonidovich), ປະທານສະມາຄົມມິດຕະພາບ ຣັດເຊຍ – ລາວ ພ້ອມດ້ວຍຄະນະ, ທ່ານ ນາງ ວິລາວັນ ເຢຍປໍເຮີ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ. ຣັດເຊຍ ພ້ອມດ້ວຍຄະນະ, ທ່ານ ນາງ ເຢເລນາ ຊູຕໍຣ໌ມິນາ ວາຊີລີເຢັບນາ (Elena Sutormina Vasilievna) ຮອງປະທານຄົນທີໜຶ່ງ ຂອງ ກຳມາທິການກອງທຶນສາກົນ “ກອງທຶນສັນຕິພາບຣັດເຊຍ”, ບັນດາອົງການຈັດຕັ້ງກ່ຽວຂ້ອງຂອງຣັດເຊຍ ແລະ ບັນດານັກສຶກສາ ລາວ. ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບ ລາວ – ຣັດເຊຍ ໄດ້ປະກອບຄຳເຫັນໃນພິທີເປີດງານດັ່ງກ່າວໂດຍ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການເຊື້ອເຊີນ ແລະ ຕີລາຄາສູງຕໍ່ການເອົາໃຈໃສ່ ແລະ ໃຫ້ກຽດ ຂອງສະມາ ຄົມມິດຕະພາບ ຣັດເຊຍ – ລາວ ແລະ ກອງທຶນສັນຕິພາບຣັດເຊຍ, ໂດຍສະເພາະແມ່ນ ການປະກອບສ່ວນອັນສຳ ຄັນຂອງ ທ່ານ ອາເລັກຊານເດີ ລະວົບ (Alexander Lvov), ຊ່າງຖ່າຍຮູບຜູ້ມີຊື່ສຽງຂອງ ຣັດເຊຍ ທີ່ໄດ້ເດີນທາງຖ່າຍທໍາຮູບພາບສະຖານທີ່ສຳຄັນຕ່າງໆ ຂອງລາວ ນັບແຕ່ວັນທີ 4 ກຸມພາ – 3 ມີນາ 2023 ຜ່ານມາ ແລະ ໄດ້ຖືກ ນໍາມາວາງສະແດງ ທີ່ ນະຄອນຫຼວງມົດສະກູ ເພື່ອເປັນການໂຄສະນາເຜີຍແຜ່ສະຖານທີ່ທ່ອງທ່ຽວສຳຄັນ ຂອງລາວ ໃຫ້ປະຊາຊົນຣັດເຊຍ ແລະ ບັນດານັກທ່ອງທ່ຽວທົ່ວໂລກ ໄດ້ຮັບຮູ້ ກ່ຽວກັບ ການທ່ອງ ທ່ຽວ ຂອງລາວ. ພ້ອມນີ້, ຄະນະຜູ້ແທນ ຍັງໄດ້ຢ້ຽມຢາມສູນວິທະຍາສາດ ແລະ ວັດທະນະທຳລາວ ທີ່ ນະຄອນ ຫຼວງມົດສະກູ ແລະ ເຂົ້າຮ່ວມງານພິທີປະທັບຕາໃສ່ສະແຕັມໄປສະນີ ເນື່ອງໃນໂອກາດຄົບຮອບ 100 ປີ ຂອງ ບໍລິສັດ ມຽດສະດູນາໂຣດນາຢາ ຄະຍີກາ (MK). ຈາກນັ້ນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ – ຣັດເຊຍ ໄດ້ເດີນທາງຢ້ຽມຢາມສາຂາຂອງສະ ມາຄົມມິດຕະພາບ ຣັດ ເຊຍ – ລາວ ທີ່ ນະຄອນເຊັນປີເຕີສະເບີກ ເພື່ອເສີມຂະຫຍາຍສາຍພົວພັນມິດ ຕະພາບ ລະ ຫວ່າງ ສອງສະມາຄົມມິດຕະ ພາບ ລາວ – ຣັດເຊຍ ແລະ ຣັດເຊຍ – ລາວ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ຊຸກຍູ້ໃຫ້ປະຊາຊົນສອງຊາດ ລາວ – ຣັດເຊຍ ມີຄວາມເຂົ້າໃຈອັນດີຕໍ່ກັນ ແລະ ໄປມາຫາສູ່ກັນຫຼາຍຂຶ້ນ. ນອກນັ້ນ, ຄະນະຜູ້ແທນສະມາຄົມມິດຕະພາບ ລາວ – ຣັດເຊຍ ຍັງໄດ້ຢ້ຽມຢາມລັດວິສາຫະກິດ ລຽນປາລິກຣາຟ໌ມັດສ໌ (Lenpoligra fmash) ເພື່ອສຶກສາຄວາມເປັນໄປໄດ້ໃນການສົ່ງເສີມການຮ່ວມມືດ້ານການຄ້າ, ທຸລະກິດ Startup, ເຕັກໂນໂລຊີ ແລະ ນະວັດຕະກໍາ ພ້ອມທັງ ຊຸກຍູ້ໃຫ້ພາກທຸລະກິດ ຂອງ ນະຄອນເຊັນປີເຕີສະເບີກ ເພີ່ມທະວີການລົງທຶນໃນຂະແໜງການທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ, ໂດຍສະເພາະແມ່ນ ຂະແໜງ ການທີ່ ສປປ ລາວ ມີທ່າແຮງ. ສະຫຼຸບລວມແລ້ວ, ການເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຂອງ ຄະນະສະມາຄົມມິດຕະພາບ ລາວ – ຣັດເຊຍ ໃນຄັ້ງນີ້ແມ່ນປະສົບຜົນສຳເລັດຢ່າງຈົບງາມ.

Loading...