ໃນວັນທີ 25 ກັນຍາ 2023 ນີ້ ຄະນະຜູ້ແທນເຢຍລະມັນປະຈໍາ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຍາມ ແລະ ຊຸກຍູ້ຕິດຕາມກິດຈະກຳຂອງໂຄງການ GIZຢູ່ບ້ານໜອງບົວພີນ້ອງ ແລະ ໂຄງການຄຸ້ມຄອງປ່າໄມ້ບ້ານ ຢູ່ບ້ານ ນໍ້າປັງ ເມືອງພຽງແຂວງໄຊຍະບູລີເຊິ່ງນຳໂດຍທ່ານ ອູນຣິກ ແກຣິງເກີ ຫົວໜ້າດ້ານການຮ່ວມ ມື ແລະ ການພັດທະນາຂອງປະ ເທດເຢຍລະມັນ, ສະຖານທູດເຢຍລະ ມັນປະຈຳລາວ ມີບັນດາຄະນະຮັບຜິດ ຊອບບັນດາໂຄງການຂອງທະນາຄານພັດທະ ນາເຢຍລະມັນ, ຄະນະຮັບຜິດ ຊອບບັນດາໂຄງການ GIZ, ຄະນະຊີ້ນໍາໂຄງ ການຄຸ້ມຄອງປ່າໄມ້ບ້ານຂັ້ນສູນກາງ ແລະ ຂັ້ນແຂວງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອງໆພຽງ ຫົວໜ້າຄະນະຊີ້ນຳໂຄງການຂັ້ນເມືອງພ້ອມດ້ວຍພະນັກງານທີ່ກ່ຽວ ຂ້ອງ ແລະ ປະຊາຊົນບັນດາເຜົ່າພາຍໃນບ້ານໜອງບົວພີນ້ອງ, ບ້ານ ນໍ້າປັງເຂົ້້ຮ່ວມຕ້ອນຮັບຢ່າງອົບອຸ່ນ,


ການລົງມາໃນເທຶ່ອນີ້ທ່ານ ຄຳພັນ ຄຳພູບົວ ຮອງເຈົ້າເມືອງໆພຽງໄດ້ກ່າວຕ້ອນຮັບພ້ອມລາຍງານການຈັດຕັ້ງປະຕິບັດກິດຈະກໍາ 02 ໂຄງການຢູ່ເມືອງພຽງ, ເຊິ່ງໂຄງການຄຸ້ມຄອງປ່າໄມ້ບ້ານໄດ້ເລີມຈັດຕັ້ງປະຕິບັດບັດກິດຈະກໍາໃນທ້າຍປີ 2019 ໂດຍໄດ້ຮັບທືນສະ ໜັບສະໜູນຈາກທະນະຄານພັດທະນາເຢຍລະມັນ ເຊິ່ງເປົ້າໝາຍຫຼັກໆຂອງໂຄງການແມ່ນການຄຸ້ມຄອງປ່າໄມ້ແບບຍືນຍົງ, ຕິດພັນກັບການສ້າງລາຍຮັບໃຫ້ກັບປະຊາຊົນ ໂດຍມອບຄວາມຮັບຜິດ ຊອບໃຫ້ອົງການປົກຄອງບ້ານເປັນເຈົ້າການນໍາພາປະຊາ ຊົນປະຕິບັດກິດຈະກໍາໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະ ນາ ແລະ ນໍາໃຊ້ປ່າໄມ້ຂອງບ້ານໂດຍກົງ ລວມມີບ້ານເປົ້າໝາຍ 35 ບ້ານ, ປະກອບມີ 5 ກິດ ຈະກຳຄື: ກິດຈະກໍາຢ່າງກວດກາລາດ ຕະເວນຂອບເຂດປ່າໄມ້ ເພຶ່ອປົກປັກຮັກສາປ່າໄມ້2 ຄັ້ງ/ເດືອນມີໄລຍະແລວກວດກາລາດຕະເວນ 20 ກວ່າກິໂລແມັດ, ກິດຈະກໍາກ້າເບ້ຍໄມ້ປູກໄມ້ເສີມປ່າແຫຼ່ງນໍ້າຂອງບ້ານເປັນຕົ້ນແມ່ນ ໄມ້ທອງ, ໄມ້ຂົມຝາດ ຈໍານວນ 5.000 ເບ້ຍ, ເນື້ອທີ 10 ເຮັກຕາ, ກິດຈະກໍາກ້າເບ້ຍໄມ້ເພຶ່ອປູກເຄື່ອງປ່າຂອງດົງເສີມປ່າສະຫງວນຂອງບ້ານຈໍານວນ 2.500 ເບ້ຍ ເປັນຕົ້ນແມ່ນ ຫວາຍ, ສະຄ່ານ, ຜັກເນົ່າໃນເນື້ອທີ 10 ເຮັກຕາ,ເພຶ່ອໃຫ້ປະຊາຊົນໄດ້ປົກປັກຮັກສາ ນໍາໃຊ້ເປັນຍາ ແລະ ອາຫານໃນອະນາຄົດ, ກິດຈະກໍາຟື້ນຟູປ່າໄມ້ແບບທໍາມະຊາດເນື້ອທີ 10 ເຮັກຕາ, ກິດຈະກໍາສ້າງແລວປ້ອງກັນໄຟປ່າໃນຈຸດທີ່ມີຄວາມສ່ຽງໃນການເກີດໄຟໄໝ້ລາມປ່າ 2 ຈຸດ ໄລຍະ 3 ພັນກວ່າແມັດ ສຳລັບບ້ານໜອງບົວພີນ້ອງໄດ້ຮັບທືນ



ພາບ-ຂ່າວ: ວົງສະຫວັນ ສຸທິໂວຫານ