ຕອນບ່າຍວັນທີ 23 ສິງຫາ 2022 ທີ່ແຂວງດົ່ງນາຍ ສສ ຫວຽດນາມ. ຄະນະຜູ້ແທນຂັ້ນສູງແຂວງ ຈຳປາສັກ ນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ພ້ອມຄະນະໄດ້ຢ້ຽມຢາມ ບໍລິສັດ ຕີນເຫງຍ (Tin Nghia) ຢູ່ແຂວງດົ່ງນາຍ. ໂດຍການຕ້ອນຮັບ ຂອງ ທ່ານ ຫງຽນ ວັ່ນ ຮ່ອງ ຜູ້ອຳນວຍການໃຫຍ່, ພ້ອມດ້ວຍຄະນະ ຜູ້ບໍລິຫານ, ແລະພະນັກງານ ບໍລິສັດ.
ທ່ານ ຫງຽນ ວັ່ນ ຮ່ອງ ຜູ້ອຳນວຍການໃຫຍ່ບໍລິສັດ ຕີນເຫງຍ ໄດ້ລາຍງານ ການສ້າງຕັ້ງ ແລະການເຕີບໃຫຍ່ຂະຫຍາຍຕົວ ໃນໄລຍະ 33 ປີຜ່ານມາ ໂດຍເລີ່ມແຕ່ປີ 2016 ເປັນຕົ້ນມາ, ບໍລິສັດ ໄດ້ດຳເນີນງານຕາມຮູບແບບຂອງບໍລິສັດຫຸ້ນສ່ວນ; ປະຈຸບັນ, ບໍລິສັດ ດັ່ງກ່າວ ມີລະບົບໂຄງສ້າງບໍລິຫານຢູ່ 11 ບໍລິສັດຍ່ອຍ, ມີ 3 ຫົວໜ່ວຍທີ່ກ່ຽວຂ້ອງ ແລະ 4 ບໍລິສັດຮ່ວມມື, ດຳເນີນທຸລະກິດໃນ 4 ສາຂາ, ທຸລະກິດຕົ້ນຕໍແມ່ນ: ດ້ານການລົງທຶນນ້ຳມັນ, ດ້ານພື້ນຖານໂຄງລ່າງສວນອຸດສາຫະກຳ ແລະ ອະສັງຫາລິມະຊັບ; ທຸລະກິດສົ່ງອອກກາເຟ, ຜະລິດຕະພັນກະເສດ ແລະ ດ້ານການຄ້າການບໍລິການຂົນສົ່ງ; ມາຮອດປະຈຸບັນ ແມ່ນເປັນໜຶ່ງໃນສາມບໍລິສັດທີ່ໃຫຍ່ຂອງແຂວງ ດົ່ງນາຍ ມີ ພະນັກງານ 1.200 ກວ່າຄົນ, ມີ ລາຍຮັບປະຈຳປີປະມານ 10.000 ຕື້ດົ່ງ, ສາມາດປະກອບສ່ວນຫຼາຍ ຮ້ອຍຕື້ດົ່ງເຂົ້າງົບປະມານຂອງແຂວງດົ່ງນາຍ. ສະເພາະ ຢູ່ແຂວງຈຳປາສັກ ນັບແຕ່ປີ 2007 ບໍລິສັດ Tin Nghia ແມ່ນໄດ້ປະຕິບັດບັນດາໂຄງການລົງທຶນ, ໂດຍໄດ້ຮ່ວມລົງທຶນປູກກາເຟ ຢູ່ເມືອງປາກຊ່ອງ, ຕະຫຼອດໄລຍະ 15 ປີຜ່ານມາ, ບໍລິສັດນີ້ ຍາມໃດກໍ່ໄດ້ຮັບການເອົາໃຈໃສ່ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກ ຄະນະພັກ-ອົງການປົກຄອງແຂວງຈຳປາສັກ.
ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ສະແດງຄວາມຂອບໃຈ ແລະຊົມເຊີຍ ຄະນະນຳຂອງບໍລິສັດ Tin Nghia ບົນຜົນສໍາເລັດຂອງການເຕີບໃຫຍ່ຂະຫຍາຍຕົວ, ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສອງແຂວງ ຈຳປາສັກ ກັບ ດົ່ງນາຍ, ພິເສດແມ່ນ ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ແຂວງຈຳປາສັກ ກັບ ແຂວງດົ່ງນາຍ ໃຫ້ນັບມືເຕີບໃຫຍ່ຂະຫຍາຍຕົວ ໝັ້ນຄົງຂະນົງແກ່ນ ຂື້ນໄປເລື້ອຍໆ.
ຂ່າວ: ທັດຊະນະ.
