ຕອນເຊົ້າ ວັນທີ 27 ສິງຫາ 2022, ທີ່ແຂວງດົ່ງຖັບ ສສ ຫວຽດນາມ ຄະນະຜູ້ແທນແຂວງຈຳປາສັກ ນໍາໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ ພື້ນຖານການຜະລິດ ຫັດຖະກຳ ແລະການທ່ອງທ່ຽວ ທີ່ເປັນທ່າແຮງ ຂອງ ແຂວງດົ່ງຖັບ ສສ ຫວຽດນາມ, ໂດຍການຕ້ອນຮັບ ແລະນຳພາທາງ ຂອງ ທ່ານ ເລ່ ກວັກ ຟອງ ຫົວໜ້າຄະນະກໍາມະການສະພາແຫ່ງຊາດ ແຂວງດົ່ງຖັບ ມີ ທ່ານ ຟ້າມ ທ໊ຽນ ເຫງ໋ຍ ປະທານຄະນະກໍາມະການປະຊາຊົນແຂວງດົ່ງຖັບ ພ້ອມດວ້ຍ ຄະນະຜູ້ແທນ ຂອງ ສອງແຂວງ ເຂົ້າຮ່ວມ.
ໃນການຢ້ຽມຢາມ ແຂວງດົ່ງຖັບ ສສ ຫວຽດນາມ ເທື່ອນີ້, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ເລ່ ກວັກ ຟອງ ພ້ອມດ້ວຍ ຄະນະຜູ້ແທນແຂວງ ຈຳປາສັກ ແລະ ດົ່ງຖັບ ໄດ້ເຂົ້າວາງກະຕ່າດອນໄມ້ ແລະຈູດທູບຕໍ່ໜ້າ ຫໍສຸສານ ທ່ານ ຫງວຽນ ຊິງ ສັກ NGUYENSINH CAC (ພໍ່ຂອງປະທານໂຮ່ຈິມິນ), ພ້ອມນັ້ນ ກໍໄດ້ລົງນາມໃສ່ ປື້ມບັນທຶກ ໃນການມາຢ້ຽມຢາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງຄຸນງາມຄວາມດີຂອງເພິ່ນ. ທ່ານ ຫງວຽນຊິງສັກ ເກີດປີ 1862 ຢູ່ບ້ານ ກິມລຽນ, ເມືອງ ນາມດານ, ແຂວງ ເຫງ້ອານ ແລະ ໄດ້ເຖິງແກ່ມໍລະນະກຳໃນປີ 1929 ລວມອາຍຸ 67 ປີ. ຈາກນັ້ນ, ຄະນະຜູ້ແທນແຂວງ ຈຳປາສັກ ໄດ້ຢ້ຽມຢາມ ໂຮງງານ Artex Dong Thap, ຜູ້ຜະລິດເຄື່ອງຫັດຖະກຳ ເຂດອຸດສາຫະກຳມາຍຮິບ, ທີ່ ເມືອງ ກາວລານ, ແຂວງດົ່ງຖາບ, ໂດຍການຕ້ອນຮັບ ແລະ ຮັບຟັງລາຍງານສະພາບລວມ ຈາກ ຕາງໜ້າ ຄະນະຜູ້ບໍລິຫານ ໂຮງງານດັ່ງກ່າວ ໃຫ້ຮູ້ວ່າ, Artex Dong Thap ສ້າງຕັ້ງໃນປີ 2005 ດ້ວຍຄວາມພະຍາຍາມບໍ່ສິ້ນສຸດໃນຫຼາຍປີ, Artex Dong Thap ແມ່ນໜຶ່ງໃນບັນດາຜູ້ຜະລິດເຄື່ອງຫັດຖະກຳ ຂອງຫວຽດນາມ ທີ່ເຮັດດ້ວຍໄມ້ໄຜ່, ຫວາຍ, ຫຍ້າທະເລ ແລະ ໃບຕານ. ນັບຕັ້ງແຕ່ການສ້າງຕັ້ງ, ໄດ້ກໍານົດພາລະກິດ ນໍາເອົາຜະລິດຕະພັນທີ່ໂດດເດັ່ນທົ່ວໂລກ ໂດຍຊ່າງ ສີມື ທີ່ມີທັກສະ ແລະ ຊ່ວຍສ້າງວຽກງານໃຫ້ແກ່ຊາວກະສິກອນຫລາຍພັນຄົນ ໃນທົ່ວປະເທດ. ພ້ອມນັ້ນ ກໍ່ໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງໃນການປັບປຸງຄຸນນະພາບຜະລິດຕະພັນ ແລະ ການເພີ່ມປະສິດທິພາບການບໍລິການ; ຕອບສະຫນອງຄວາມຕ້ອງການຂອງລູກຄ້າ. ໃນປີ 1 ສາມາດສ້າງລາຍຮັບໄດ້ 6 ລ້ານ USD, ເຮັດໃຫ້ Artex ດົ່ງຖາບ ເປັນຫນຶ່ງໃນ 5 ຜູ້ຜະລິດເຄື່ອງຫັດຖະກໍາທີ່ໃຫຍ່ທີ່ສຸດ, ເຊິ່ງຊີ້ໃຫ້ເຫັນຄວາມໄວ້ວາງໃຈຂອງລູກຄ້າຕໍ່ ບໍລິສັດດັ່ງກ່າວ, ຫລັງຈາກນັ້ນ ຄະນະຜູ້ແທນແຂວງ ຈຳປາສັກ ຍັງໄດ້ຢ້ຽມຢາມ ທ່ຽວຊົມ ສະຖານທີ່ທ້ອງທ່ຽວທີ່ສຳຄັນທາງປະຫວັດສາດ ຂອງ ແຂວງດົ່ງຖັບ ກໍຄືຂອງ ປະເທດຫວຽດນາມ ຕື່ມອີກ.
ຂ່າວ: ທັດຊະນະ
Loading...