ວັນທີ 13 ກັນຍາ 2022 ທີ່ຫໍປະຊຸມວັດທະນຳແຂວງລາຍເຈົ່າ ສສ ຫວຽດນາມ ຄະນະຜູ້ແທນ ແນວລາວສ້າງຊາດ ແຂວງຫຼວງພະບາງ, ແຂວງຜົ້ງສາລີ ແລະແຂວງອຸດົມໄຊ, ໄດ້ເຂົ້າຮ່ວມ ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງ ຄະນະຜູ້ແທນ ຄະນະກຳມະການ ແນວໂຮມແຫ່ງຊາດ ຫວຽດນາມ ແຂວງ ລາຍເຈົາ ແຫ່ງ ສສ ຫວຽດນາມ ໂດຍເປັນປະທານຂອງ ທ່ານ ສູງອາໂຮ ປະທານຄະນະກໍາມະການ ແນວໂຮມແຫ່ງຊາດຫວຽດນາມ ແຂວງລາຍເຈົາ. ສຳລັບຄະນະຜູ້ແທນແນວລາວສ້າງຊາດ ແຂວງຫຼວງພະບາງ, ນຳພາໂດຍ ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ. ພິທີ ທ່ານປະທານຄະນະກໍາມະການ ແນວໂຮມແຫ່ງຊາດຫວຽດນາແຂວງລາຍເຈົາ ໄດ້ກ່າວຕ້ອນຮັບ ແລະລາຍງານໂດຍຫໍ້ຍ ກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່ ຂອງຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມ ແຂວງລາຍເຈົາ ໃນໄລຍະຜ່ານມາ, ພ້ອມດຽວກັນນີ້ ທ່ານປະທານແນວລາວສ້າງຊາດແຂວງຫຼວງພະບາງ ໄດ້ໃຫ້ກຽດມີຄໍາເຫັນບາງຕອນວ່າ: ການພົບປະແລກປ່ຽນບົດຮຽນຂອງພວກເຮົາໃນຄັ້ງນີ້ ຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກ ຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍ່ຄືເປັນການທົບທວນຄືນໃນການພົວພັນຮ່ວມມື, ການຈັດຕັ້ງປະຕິບັດວຽກງານແນວ ໂຮມຂອງ 4 ແຂວງ, ຂອງ 2 ປະເທດ ຕາມບົດບັນທຶກຊ່ວຍຈໍາໃນວັນທີ 9 ກໍລະກົດ 2019, ທ່ານກ່າວຕື່ມວ່າ: ລາວ-ຫວຽດນາມ ແມ່ນ 2 ປະເທດອ້າຍນ້ອງ, ເຊິ່ງມີຊາຍແດນຮ່ວມສາຍພູຫຼວງ, ຮ່ວມຊົມໃຊ້ແມ່ນໍ້າຂອງ ແລະມີຄວາມສໍາພັນ ທີ່ເປັນມູນເຊື້ອອັນດີງາມ ມາເປັນເວລາອັນຍາວນານ; ໂດຍມີ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານໄກສອນ ພົມ ວິຫານ ແລະປະທານ ສຸພານຸວົງ ທີ່ເຄົາລົບຮັກເປັນຜູ້ກໍ່ສ້າງ ແລະໄດ້ຮັບການ ຖະນຸຖະໜອມ ເສີມຂະຫຍາຍ ໂດຍການນໍາຂອງສອງປະເທດ ນັບມື້ໜັກແໜ້ນ, ເລິກເຊິ່ງ, ເກີດດອກອອກຜົນຍິ່ງໆຂຶ້ນ. ເຊີ່ງຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງລາຍເຈົາ ແລະຄະນະກຳມະການແນວລາວສ້າງຊາດແຂວງຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ຈະສືບຕໍ່ພ້ອມກັນເປີດກວ້າງ ແລະຍົກສູງຄຸນນະພາບ, ປະສິດທິພາບການຮ່ວມມືໃນຂົງເຂດວຽກງານແນວໂຮມ, ສືບຕໍ່ຈັດຕັ້ງ ພົບປະແລກປ່ຽນບົດຮຽນ-ເພີ່ມທະວີແລກ ປ່ຽນມິດຕະພາບ, ສືບຕໍ່ສ້າງສາຍພົວພັນຮ່ວມມືອັນແທ້ຈິງ ແລະມີປະສິດທິຜົນ. ເພີ່ມທະວີການໂຄສະນາອົບຮົມ ໃຫ້ພະ ນັກງານ, ສະມະຊິກພັກ, ປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວ ໂດຍສະເພາະແມ່ນຄົນ ຮຸ່ນໜຸ່ມໃຫ້ມີຄວາມຮູ້ ແລະເຂົ້າໃຈເລິກເຊີ່ງກ່ຽວກັບສາຍພົວພັນມິດຕະພາບ ອັນເປັນມູນເຊື້ອຍາວນານ, ຄວາມສາມັກຄີແບບພິເສດ-ການຮ່ວມມືຮອບດ້ານລະຫວ່າງສອງຊາດ; ຍົກສູງໜ້າທີ່ຮັກສາ-ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນຫວຽດນາມ-ລາວ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກນ, ຕະຫຼອດກະລານານ.
ຂ່າວ: ພິພາພອນ
Loading...