ຄະນະຜູ້ແທນແມ່ທັບ 15 ກອງທັບປະ ຊາຊົນ ສສ ຫວຽດນາມ ຊຶ່ງນຳໂດຍ ສະຫາຍ ພົນເອກ ເລ ຊວນເຟືອງ, ຮອງຫົວໜ້າເສນາທິການແມ່ທັບ 15 ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະການນຳ ແຂວງໄຊສົມບູນ ເພື່ອຢ້ຽມຢາມຖາມຂ່າວ ແລະ ແຈ້ງຈຸດປະສົງ ຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນຕອນ ເຊົ້າຂອງວັນທີ 27 ພຶດສະພາ 2022 ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການຕ້ອນຮັບ ຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳ ຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້້າຮ່ວມ.
ໂອກາດນີ້ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ສະແດງຄວາມຕ້ອນຮັບ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມຂອງຄະນະຜູ້ແທນແມ່ທັບ 15 ກອງທັບປະຊາຊົນ ສສ ຫວຽດນາມ ຄັ້ງນີ້. ໃນທ່າມກາງທີ່ສອງພັກສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ພວມກະກຽມຈັດຕັ້ງສະເຫຼີມສະຫຼອງວັນປະຫວັດສາດລາວ-ຫວຽດນາມ ກໍຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 60 ປີ ທີ່ຈະຄົບຮອບອີກບໍ່ດົນນີ້ ໃຫ້ເຕັມໄປດ້ວຍຄວາມໝາຍ-ຄວາມສຳຄັນ. ຊຶ່ງການມາຢ້ຽມຢາມ ຂອງຄະນະຜູ້ແທນແມ່ທັບ 15 ກອງທັບປະຊາຊົນ ສສ ຫວຽດນາມ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ແມ່ນເປັນການສຳຫຼວດ, ວິໄຈ ກ່ຽວກັບເງື່ອນໄຂທຳມະຊາດ, ສະພາບເສດຖະກິດ-ສັງຄົມ, ການປູກຝັງ-ລ້ຽງສັດ ຮັບປະກັນໃຫ້ແກ່ການຜະລິດກະສິກຳ ຂອງປະຊາຊົນ, ຍົກລະດັບການສ້າງຊັບພະຍາກອນມະນຸດ ເພື່ອຍົກສູງປະສິດທິພາບ ໃນການພັດທະນາ ໃຫ້ຍືນຍົງ, ສົ່ງເສີມການຜະລິດກະສິກຳ ເພື່ອເປັນສິນຄ້າ ພ້ອມທັງສະໜັບສະໜູນອຸປະກອນການຮຽນ-ການສອນ ເຂົ້າໃສ່ໂຮງຮຽນວິຊາຊີບ ແຂວງໄຊສົມບູນ ຕື່ມອີກ. ພ້ອມດຽວກັນນັ້ນ ສະຫາຍ ພົນເອກ ເລ ຊວນເຟືອງ ຍັງໄດ້ຕາງໜ້າຄະນະ ສະແດງຄວາມຂອບອົກຂອບໃຈ ຕໍ່ ສະຫາຍ ເລຂາພັກແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນຄັ້ງນີ້ ໂດຍສະເພາະ ແມ່ນເຮັດວຽກຮ່ວມກັບກອງບັນຊາການທະຫານ ແຂວງ ໃຫ້ສະຫາຍ ເລຂາພັກແຂວງ ໄດ້ຮັບຊາບ. ໃນໂອກາດທີ່ເຂົ້າພົບປະ ແລະ ຢ້ຽມຢາມ ຄັ້ງນີ້ ຄະນະນຳ ແຂວງໄຊສົມບູນ ແລະ ຄະນະຜູ້ແທນແມ່ທັບ 15 ກອງທັບປະຊາຊົນ ສສ ຫວຽດນາມ ໄດ້ຜັດປ່ຽນກັນມອບເຄື່ອງທີ່ລະນຶກ ໃຫ້ກັນ ແລະ ກັນ ຕື່ມອີກ.
ບກ: ຈິນລະວອນ ວໍລະສົມບູນ
ຂ່າວ: ສີລິພອນ ສົງຄຳ


