ໃນຕອນເຊົ້າວັນທີ 4 ເມສາ 2022 ນີ້ ຄະນະຜູ້ແທນ ກອງບັນ ຊາການ ທະຫານເຂດ 4 ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມ ຢາມ ແລະອວຍພອນປີໃຫມ່ລາວ ຢູ່ກອງບັນຊາການທະຫານແຂວງຊຽງຂວາງ, ເຊິ່ງໃຫ້ກຽດຕ້ອນຮັບໂດຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນໂອກາດດຽວກັນນີ້ ພົນຕີ ເຈິ່ນຫວໍ້ຢຸ້ງ ຫົວໜ້າການເມືອງກອງບັນ ຊາການທະຫານເຂດ 4 ສສ ຫວຽດນາມ ກໍໄດ້ກ່າວຄຳອວຍ ພອນອັນປະເສີດ ມາຍັງຄະນະ ພັກ-ຄະນະບັນຊາ ກອງບັນຊາ ການທະຫານແຂວງຊຽງຂວາງ ພ້ອມທັງໄດ້ມອບຂອງຂວັນ ແລະຫົດສົງນ້ຳອວຍພອນໃຫ້ຄະນະ ພັກ-ຄະນະບັນຊາກອງບັນຊາ ການທະຫານແຂວງຊຽງຂວາງ ຕາມຮີດຄອງປະເພນີລາວ. ຈາກນັ້ນ ທ່ານພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ ກໍໄດ້ຕາງໜ້າຄະນະ ພັກ- ຄະນະບັນຊາກອງບັນຊາ ການທະຫານແຂວງ ກ່າວສະແດງຄວາມຂອບອົກຂອບໃຈ ຕໍ່ການມາຢ້ຽມຢາມ ແລະມອບຄຳອວຍ ພອນອັນປະເສີດນີ້ອວຍພອນຄືນໃຫ້ຄະນະຜູ້ແທນ ກອງບັນຊາ ການທະຫານເຂດ 4, ກອງບັນຊາ ການທະຫານແຂວງເຫງະອານ ແລະກອງບັນຊາການທະຫານແຂວງແທັງຮວາພ້ອມດ້ວຍຄະ ນະ. ທັງນີ້ ກໍເພື່ອເປັນການຜູກແໜ້ນຄວາມສາມັກຄີແບບພິເສດ ລະຫວ່າງສອງພັກ ສອງລັດປະ ຊາຊົນສອງຊາດລາວ-ຫວຽດນາມ ເວົ້າສະເພາະກໍຄື ກອງບັນຊາການກອງບັນຊາການທະຫານແຂວງຊຽງຂວາງ ກັບກອງບັນຊາການທະຫານເຂດ 4, ກອງບັນຊາການທະຫານແຂວງເຫງະອານ ແລະກອງບັນຊາການທະຫານແຂວງແທັງຮວາ ສສ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
Loading...