ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 18-20/11/2022 ທ່ານ ອະໂສກະ ຣາຊະພົນ, ອັກຄະລັດຖະທູດທີ່ປຶກສາ ປະຈໍາສະຖານທູດລາວ ທີ່ ປາຣີ, ໄດ້ຕາງໜ້າໃຫ້ຄະນະຜູ້ແທນລາວ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີຝຣັງໂກໂຟນີ ຄັ້ງທີ 43 ແລະ ກອງປະຊຸດສຸດຍອດ ຝຣັງໂກໂຟນີ ຄັ້ງທີ 18 ທີ່ເກາະ ແຊກບາ, ປະເທດ ຕຸຍນີຊີ. ສ້າງຕັ້ງຂື້ນ ໃນປີ 1970 ທີ່ ນິອາເມ ປະເທດ ນິແຊຣ ອົງການ ຝະລັ່ງໂກໂຟນີ ມີເປົ້າຫມາຍຫລັກ ແມ່ນສົ່ງເສີມການຮຽນການສອນ ແລະການນຳໃຊ້ ພາສາ ຝະລັ່ງ ໃນຂອບເຂດທົ່ວໂລດ ເຊິ່ງມາເຖິງປະຈຸບັນ ມີຢູ່ ປະມານ 321 ລ້ານຄົນ ທີ່ໃຊ້ພາສາ ຝະລັ່ງ ໃນໂລກ. ຕໍ່ມາ ຝະລັ່ງໂກໂຟນີ ໄດ້ຫລີ້ນບົດບາດ ເປັນອົງການທາງດ້ານການເມືອງ ເພື່ອສົ່ງເສີມສັນຕິພາບ, ຄວາມເປັນລະບຽບຮຽບຮ້ອນທາງດ້ານສັງຄົມ, ສິດທິມະນຸດ ແລະຄວາມສະເຫມີພາບຍິງ-ຊາຍ, ການຮ່ວມມືເສດຖະກິດ ດີຈີຕອລ໌, ການພັດທະຍາທີ່ຍືນຍົງ ແລະຍົກສູງບົດບາດຂອງຊາວຫນຸ່ມໃນສັງຄົມ. ໃນກອງປະຊຸມ ຄັ້ງນີ້ ມີຜູ້ເຂົ້າຮ່ວມທີ່ມາຈາກບັນດາປະເທດທີ່ເປັນສະມາຊິກ ຂອງ ອົງການ ຝຮັງໂກໂຟນີສາກົນ, ຊຶ່ງລວມມີປະເທດທີ່ເປັນສະມາຊິກສົມບູນ 54 ປະເທດ, ປະເທດສັງເກດການ 27 ປະເທດ ແລະ ປະເທດສົມທົບ 7 ປະເທດ. ສປປ ລາວ ໄດ້ເຂົ້າເປັນ ສະມາຊິກ ສົມບູນ ມາແຕ່ ປີ 1991.
ກອງປະຊຸມລັດຖະມົນຕີຝຣັງໂກໂຟນີ (CMF) ຈັດຂື້ນໃນວັນທີ 18/11/2022 ໂດຍການເປັນປະທານຂອງລັດຖະມົນຕີການຕ່າງປະເທດ ຕຸຍນີຊີ ແລະໄດ້ແຕ່ງຕັ້ງ ປະເທດ Andorre ເປັນຮອງປະທານ CMF ຊຶ່ງມີໜ້າທີ່ຮັບຜິດຊອບຈົນຮອດກອງປະຊຸມສະໄໝສາມັນຂອງ CMF ຄັ້ງຕໍ່ໄປ. ກອງປະຊຸມໄດ້ຮັບຮອງເອົາບັນດາເອກະສານສໍາຄັນຫລາຍສະບັບ ເປັນຕົ້ນ ບົດລາຍງານກອງປະຊຸມລັດຖະມົນຕີ ຝຣັງໂກໂຟນີຄັ້ງທີ 39, 40, 41 ແລະ 42; ຮັບຟັງບົດລາຍງານຂອງເລຂາທິການໃຫຍ່. ກອງປະຊຸມສະແດງຄວາມເປັນຫ່ວງຕໍ່ຫລາຍວິກິດການ ທີ່ເກີດຂື້ນໃນຂອບເຂດທົ່ວໂລກເປັນຕົ້ນແມ່ນ: ສົງຄາມ, ການຍາດແຍ່ງອຳນາດ, ການສົ່ງເສີມປະຊາທິປະໄຕ, ສະຖຽນລະພາບແລະຄວາມໝັ້ນຄົງ, ເສດຖະກິດ, ສົງຄົມ, ສິດທິມະນຸດ, ອາຫານ, ສາທາລະນະສຸກ ແລະ ສະພາບແວດລ້ອມ.
ກອງປະຊຸມສຸດຍອດຝຮັງໂກໂຟນີ ຄັ້ງທີ 18 ທີ່ໄດ້ຈັດຂື້ນໃນວັນທີ 19-20/11/2022, ໂດຍການເປັນປະທານ ຂອງ ພະນະທ່ານ S.E. M. Kaïs Saïed, ປະທານປະເທດ ຕຸຍນິຊີ ດໍາເນີນພາຍໃຕ້ຫົວຂໍ້: ‘’ການເຊື່ອມຕໍ່ໃນຄວາມຫລາກຫລາຍ: ດີຈີຕອນເປັນຕົວຂັບເຂື່ອນຂອງການພັດທະນາ ແລະ ຄວາມສາມັກຄີໃນຂົງເຂດທີ່ນໍາໃຊ້ພາສາຝລັ່ງ’’. ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບ ຜົນກອງປະຊຸມລັດຖະມົນຕີ ຄັ້ງທີ 43, ໄດ້ສົນທະນາໃນ ຫົວຂໍ້: ອົງການຝຣັງໂກໂຟນີໃນອານາຄົດ ແລະເປັນເອກະສັນໄດ້ເລືອກຕັ້ງເອົາ ທ່ານ ນາງ Louise Mushikiwabo ເພື່ອສືບຕໍ່ເປັນເລຂາທິການໃຫຍ່ ອົງການຝຣັງໂກໂຟນີສາກົນສະໄໝທີ 2. ຝລັ່ງ ຮັບສະໝັກເປັນເຈົ້າພາບຈັດກອງປະຊຸມສຸດຍອດຝຮັງໂກໂຟນີຄັ້ງທີ 19 ຕໍ່ໄປໃນ ປີ 2024 ແລະ ພ້ອມກັນນັ້ນ ກອງປະຊຸມກໍ່ໄດ້ຮັບຮອງເອົາເອກະສານ ສໍາຄັນຄື: ຖະແຫລງການຂອງກອງປະຊຸມສຸດຍອດ Djerba; ຍັດຕິກ່ຽວກັບວິກິດການ ແລະ ການສ້າງສັນຕິພາບໃນຂົງເຂດທີ່ນໍາໃຊ້ພາສາຝລັ່ງ; ຖະແຫລງການກ່ຽວກັບການນໍາໃຊ້ພາສາ ຝຣັ່ງ ໃນຄວາມຫລາກຫລາຍທາງດ້ານພາສາ ຂອງອົງການຝຣັງໂກໂຟນີ; ຍຸດທະສາດຂອງ ອົງການຝຣັງໂກໂຟນີ ປີ 2023-2030 ແລະ ລະບຽບຂັ້ນຕອນການຮັບເອົາ ຫລື ປ່ຽນແປງສະຖານະຂອງລັດ ຫລື ລັດຖະບານ ຂຂອງອົງການຝຮັງໂກໂຟນີ.