ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 30 ສິງຫາ 2021, ທ່ານ ສະ ເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສຳລັບພາກພື້ນອາຊີ-ປາຊິຟິກ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນດຳເນີນງານ ອິສ໌ຕັນບູລ໌ ສຳລັບປະເທດດ້ອຍພັດທະນາ (IPoA). ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນຮູບແບບທາງໄກ ໂດຍພາຍໃຕ້ການເປັນເຈົ້າພາບຂອງ ຫ້ອງການຜູ້ຕາງໜ້າຂັ້ນສູງ ອົງການ ສປຊ ທີ່ຮັບຜິດຊອບປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (UN-OHRLLS) ແລະ ຄະນະກຳມາທິການ ເສດຖະກິດ-ສັງຄົມ ອົງການ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN-ESCAP). ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນດຳເນີນງານ IPoA ສຳລັບໄລຍະ 2011 – 2020 ຂອງປະເທດດ້ອຍພັດທະນາ (LDCs) ທີ່ຢູ່ໃນພາກພື້ນອາຊີ-ປາຊິຟິກ ເພື່ອແລກປ່ຽນບົດຮຽນ ກ່ຽວກັບ ຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີແນະ ສຳລັບການສ້າງແຜນດຳເນີນງານສະບັບໃໝ່. ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວ ກໍ່ໄດ້ມີການເຈລະຈາບັນດາເອກະສານຕ່າງໆ ເພື່ອປະກອບສ່ວນເຂົ້າໃນການກະກຽມໃຫ້ແກ່ ກອງປະຊຸມອົງການ ສປຊ ສຳລັບປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ຈະຈັດຂື້້ນໃນເດືອນມັງກອນ 2022, ທີ່ ໂດຮາ, ປະເທດ ກາຕ້າ, ໂດຍຈະມີການສ້າງແຜນດຳເນີນງານ ສຳລັບປະເທດດ້ອຍພັດທະນາ ສະບັບໃໝ່ຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ກ່າວບົດປາໄສໃນພາກເປິດພິທີຂອງກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງ ບັນດາຜົນສຳເລັດທີ່ ສປປ ລາວ ສາມາດຍາດມາໄດ້ຈາກການຈັດຕັ້ງປະຕິບັດແຜນດຳເນີນງານ IPoA ໃນໄລຍະຜ່ານມາ ທີ່ໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ແລະ ຄັ້ງທີ 8 ເຊິ່ງຜົນສຳເລັດອັນພົ້ນເດັ່ນແມ່ນ ສປປ ລາວ ສາມາດຜ່ານການປະເມີນຕາມເກນເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ 2 ຮອບວຽນ ຕິດຕໍ່ກັນ ໃນປີ 2018 ແລະ 2021 ທີ່ປະເມີນໂດຍ ຄະນະກຳມະການນະໂຍບາຍການພັດທະນາ (CDP) ອົງການ ສປຊ. ເຖິງແນວໃດກໍ່ຕາມ, ຂໍ້ມູນທີ່ນຳໃຊ້ເຂົ້າໃນການປະເມີນດັ່ງກ່າວ ແມ່ນຂໍ້ມູນກ່ອນຈະມີການແຜ່ລະບາດຂອງ ພະຍາດໂຄວິດ-19 ເຊິ່ງອາດບໍ່ສະທ້ອນໃຫ້ເຫັນເຖິງສະພາບຕົວຈິງໃນປັດຈຸບັນ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອແນໃສ່ກຽມຄວາມພ້ອມໃຫ້ແກ່ໄລຍະຂ້າມຜ່ານ, ກໍ່ຄື ການສ້າງຍຸດທະສາດເພື່ອການຂ້າມຜ່ານຢ່າງໂລ່ງລ່ຽນ ທີ່ ສປປ ລາວ ຈະຮ່ວມກັບອົງການ ສປຊ ສ້າງຂຶ້ນໃນອະນາຄົດອັນໃກ້ນີ້. ນອກຈາກນີ້, ທ່ານ ລັດຖະມົນຕີ ກໍ່ຍັງໄດ້ເນັ້ນຢ້ຳກ່ຽວກັບ ບັນດາຫຼັກການພື້ນຖານ ທີ່ໄດ້ກໍານົດໄວ້ຢູ່ໃນແຜນດຳເນີນງານ IPoA ບໍ່ວ່າຈະແມ່ນການຊ່ວຍເຫຼືອທາງດ້ານການເງິນ, ເຕັກນິກວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ແມ່ນຍັງເປັນຫຼັກການທີ່ສຳຄັນພື້ນຖານ ເພື່ອຊ່ວຍເຫຼືອບັນດາປະເທດດ້ອຍພັດທະນາ, ໂດຍສະເພາະ ຄວາມຈຳເປັນໃນການສ້າງຄວາມເຂັ້ມແຂງ ເພື່ອຟື້ນຟູຈາກຜົນກະທົບຂອງ ພະຍາດໂຄວິດ-19.
ໃນຕອນທ້າຍ, ທ່ານລັດຖະມົນຕີ ໂດຍຕາງໜ້າລັດຖະບານ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆໃຫ້ແກ່ ສປປ ລາວ ຕະຫຼອດມາ ແລະ ຫວັງເປັນຢ່າງຍິ່ງວ່າ ວົງຄະນະຍາດສາກົນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອສາມາດບັນລຸບັນດາຄາດໝາຍແຫ່ງຊາດດ້ານການພັດທະນາ ກໍ່ຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.
ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. ໃນຊຸມປີຜ່ານມາ ລັດຖະບານໄດ້ສຸມທຸກຄວາມພະຍາຍາມ ເພື່ອບັນລຸຄາດໝາຍດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ. ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ໄດ້ໝາຍຄວາມວ່າປະຊາຊົນລາວທຸກຄົນຈະພົ້ນທຸກ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າ ພັກ ແລະ ລັດຖະບານ ຈະຢຸດເຊົາພາລະກິດໃນການລຶບລ້າງຄວາມທຸກຍາກ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດໂດຍລວມອີກບາດກ້າວໜຶ່ງ ໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ.