ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 19 ຕຸລາ 2023 ຄະນະຜູ້ແທນຫົວໜ້າຕໍາຫຼວດອາຊຽນ ນໍາໂດຍ ທ່ານ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າຕໍາຫຼວດລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອລາຍງານກ່ຽວກັບການເຂົ້າຮ່ວມກອງປະຊຸມຂອງບັນດາຄະນະຜູ້ແທນຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ທີ່ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂື້ນຢູ່ນະຄອນຫຼວງວຽງຈັນລະຫວ່າງ ວັນທີ 17-19 ຕຸລາ 2023.
ໂອກາດນີ້ ທ່ານ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຕາງໜ້າໃຫ້ຄະນະຜູ້ແທນ ຫົວໜ້າຕໍາຫຼວດອາຊຽນ ລາຍງານກ່ຽວກັບການດໍາເນີນກອງປະຊຸມຫົວໜ້າຕໍາຫຼວດອາຊຽນຄັ້ງນີ້ ເປັນການສືບຕໍ່ເຈດຕະນາລົມ ແຫ່ງການຮ່ວມມືດ້ານວຽກງານຕໍາຫຼວດ ລະຫວ່າງປະເທດສະມາຊິກຕໍາຫຼວດອາຊຽນ, ຄູ່ເຈລະຈາ ແລະ ປະເທດສັງເກດການ ເພື່ອແກ້ໄຂບັນຫາອາຊະຍາກໍາຂ້າມຊາດ ເປັນຕົ້ນການລັກລອບຄ້າ-ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າ-ຂາຍອາວຸດ, ການຄ້າຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າ ແລະ ການປອມແປງບັດເຄຼດິດ, ການສໍ້ໂກງຂ້າມຊາດ, ການປອມແປງເອກະສານເດີນທາງອາຊະຍາກໍາທາງຄອມພິວເຕີ ແລະ ອາຊະຍາກໍາອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາທາງດ້ານວັດທະນະທໍາ-ສັງຄົມ ຂອງພາກພື້ນ ແລະ ສາກົນ, ດັ່ງນັ້ນກອງປະຊຸມຄັ້ງນີ້ ມີຄວາມສໍາຄັນຢ່າງຍິ່ງຕໍ່ການເພີ່ມທະວີການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ໃນການຕອບຕ້ານຄືນບັນຫາອາຊະຍາກໍາຕ່າງໆ ເພື່ອແນໃສ່ເຮັດໃຫ້ພາກພື້ນ, ກໍ່ຄືປະຊາຄົມໃນທົ່ວໂລກ ມີສັນຕິພາບ, ຄວາມສະຫງົບ ແລະ ໝັ້ນຄົງ.
ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ຕໍ່ບັນດາຄະນະຜູ້ແທນຫົວໜ້າຕໍາຫຼວດອາຊຽນ ທີ່ເດີນທາງເຂົ້າມາຮ່ວມກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ທີ່ລາວ ໄດ້ຮັບກຽດເປັນເຈົ້າພາບຄັ້ງນີ້, ພ້ອມທັງອວຍພອນໃຫ້ກອງປະຊຸມຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດ ພາຍໃຕ້ຂອດການຮ່ວມມືທາງດ້ານວຽກງານຕໍາຫຼວດໃນຂົງເຂດອາຊຽນ ເຮັດໃຫ້ກໍາລັງຕໍາຫຼວດມີຄວາມເຕີບໃຫຍ່ເຂັ້ມແຂງຂື້ນເປັນກ້າວໆ.