ຕອນບ່າຍ ວັນທີ 1 ເມສາ 2020, ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ຮ່ວມກັບ ທ່ານ ສຸພາບ ທຳມະຮັກສາ ເຈົ້າເມືອງໆໂພນທອງ ໄດ້ເຄື່ອນໄຫວຢ້ຽມຢາມສູນກັກກັນແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ຢູ່ຈຸດໂຮງຮຽນ ມສ ເກົ່າເກີ່ງ ເມືອງໂພນທອງ ພ້ອມທັງນຳພາທີມງານແພດໝໍເຄື່ອນໄຫວພົ່ນຢາປ້ອງເຊື້ອພະຍາດໂຄວິດ 19 ເພື່ອໃຫ້ທຸກຄົນມີຄວາມປອດໄພຈາກພະຍາດດັ່ງກ່າວ.
ທ່ານ ສຸພາບ ທໍາມະຮັກສາ ເຈົ້າເມືອງໆໂພນທອງ ໃຫ້ສໍາພາດວ່າ: ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ 19, ຢູ່ເມືອງໂພນທອງ ມີແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານທັງໝົດ 1.500 ຄົນ ເຊິ່ງອົງການປົກຄອງເມືອງ ສົມທົບກັບອໍານາດການປົກຄອງບ້ານ ແລະ ກຸ່ມບ້ານ ນຳໄປກັກກັນໄວ້ຢູ່ຕາມໂຮງຮຽນ ຫລາຍແຫ່ງ ໃນ 9 ກຸ່ມບ້ານທົ່ວເມືອງ. ຈາກນັ້ນ ໄດ້ແບ່ງຄວາມຮັບຜິດຊອບໃຫ້ການນຳເມືອງແຕ່ລະສະຫາຍ ຮ່ວມກັບເຈົ້າໜ້າທີ່ສາທາລະນະສຸກ ລົງເຄື່ອນໄຫວຕິດຕາມກວດກາສຸຂະພາບ ແລະ ຊີວິດການເປັນຢູ່ຂອງຜູ້ທີ່ຖືກກັກກັນໃນແຕ່ລະຈຸດ ໃຫ້ມີຄວາມສະດວກສະບາຍ ພ້ອມທັງໂຄສະນາເຜີຍແຜ່ຄວາມຮູ້ ກ່ຽວກັບການປ້ອງກັນ ແລະໄພອັນຕະລາຍຮ້າຍແຮງຂອງພະຍາດໂຄວິດ 19 ໃຫ້ຜູ້ທີ່ຖືກກັກກັນ ໄດ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຄຳສັ່ງຂອງຄະນະພັກ-ຂັ້ນເທິງ ແລະ ຄຳແນະນໍາຂອງແພດໝໍ ຢ່າງເຄັ່ງຄັດ.
ໂອກາດດຽວກັນນີ້ ການນໍາເມືອງໄດ້ມອບໝາຍໃຫ້ການຈັດຕັ້ງບ້ານ ແລະ ກຸ່ມບ້ານ ເອົາໃຈໃສ່ຕິດຕາມກວດກາ ພວກກ່ຽວຢ່າງປົກກະຕິ .ສຳລັບສູນກັກກັນໂຮງຮຽນ ມສ ເກົ່າເກີ່ງ ເມືອງໂພນທອງ ມີຜູ້ຖືກກັກກັນ ທັງໝົດ 97 ຄົນ, ບາງຄົນກັກກັນມາໄດ້ 10ວັນແລ້ວ, ປະຊົນບ້ານຫ້ວຍເພັກ ໃຫ້ສຳພາດວ່າ: ພາຍຫຼັງທີ່ກັບຈາກປະເທດເພື່ອນບ້ານ ເມື່ອເຂົ້າມາຮອດດິນແດນລາວ ເຊິ່ງເປັນບ້ານເກີດເມືອງນອນຂອງຕົນແລ້ວກໍ່ໄດ້ເອົາໃຈໃສ່ປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ແລະ ອຳນາດການປົກຄອງເມືອງແນະນໍາຢ່າງເຄັ່ງຄັດ ແລະ ມາຢູ່ສູນກັກກັນທີ່ອໍານາດການປົກຄອງເມືອງກະກຽມໄວ້ໃຫ້ ເຫັນວ່າພັກ-ລັດ ກໍ່ຄືອຳນາດການປົກຄອງເມືອງ ໄດ້ເອົາໃຈໃສ່ດູແລເບິ່ງເປັນຢ່າງດີ , ມີຄວາມສະດວກສະບາຍ, ແຕ່ລະວັນ ທີມງານຊ່ຽວຊານແພດໝໍຈາກແຂວງ ແລະ ເມືອງ ໄດ້ລົງມາຕິດຕາມກວດກາສຸຂະພາບໃຫ້ຜູ້ທີ່ຖືກກັກກັນຢ່າງສະໝໍ່າສະເໝີ ເຊິ່ງໄດ້ສ້າງຄວາມອົບອຸ່ນ, ຄວາມດີໃຈ ໃຫ້ແກ່ຜູ້ຖືກກັກກັນ.
ນອກຈາກນີ້ ຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ ແລະຄະນະ ຍັງໄດ້ໄປຕິດຕາມເບິ່ງສູນປິ່ນປົວພະຍາດໂຄວິດ19 ທີ່ທິມງານແພດໝໍຂອງແຂວງໄດ້ກຽມໄວ້ແລ້ວ ໂດຍກໍານົດເອົາໂຮງໝໍເມືອງເປັນສູນກັກກັນປິ່ນປົວ ມີທັງໝົດ 3 ຫ້ອງ , 28ຕຽງ ເພື່ອກຽມຮອງຮັບຜູ້ທີ່ຕິດພະຍາດໂຄວິດ19.
ໂດຍ: ປະພິດ