ໃນຕອນເຊົ້າ ວັນທີ 29 ກໍລະກົດ 2021, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນ ບົດຮຽນການເຄື່ອນໄຫວວຽກງານຕ່າງປະເທດຂອງບັນດາອົງການພັກຂັ້ນສູນກາງ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາສະມາຄົມມິດຕະພາບ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວກັບຕ່າງປະເທດ ປະຈຳ 06 ເດືອນຕົ້ນປີ 2021 ແລະ ວາງທິດທາງແຜນການໃນທ້າຍປີ 2021 ໂດຍການເປັນ ປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ມີຕາງໜ້າບັນດາຄະນະນໍາ, ຄະນະກົມ ແລະ ພະນັກງານທີ່ກ່ຽວຂ້ອງຈາກ ອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມຈຳນວນ 48 ສະຫາຍ.
ໃນກອງປະຊຸມ ສະຫາຍ ສົມດີ ບຸນຄຸ້ມ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຂຶ້ນຜ່ານບົດສະຫຼຸບສັງລວມກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກ ແລະ ການທູດປະຊາຊົນ ໃນໄລຍະ 06 ເດືອນຕົ້ນປີ 2021, ທ່າມກາງສະພາບການຢູ່ພາກພື້ນ ແລະ ສາກົນ ຍັງສຶບຕໍ່ມີການປ່ຽນແປງຢ່າງໄວວາ ແລະ ສັບສົນ. ເຊິ່ງເປັນໄລຍະທົ່ວໂລກກຳລັງປະເຊີນກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂະຫຍາຍເປັນວົງກວ້າງ ແລະ ບາງປະເທດເກີດຂຶ້ນເປັນຮອບທີສອງລວມທັງ ສປປ ລາວ; ສະຫາຍຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະຫຼຸບຕີລາຄາດ້ານດີ, ຍົກໃຫ້ເຫັນດ້ານຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ແລະ ສະເໜີທິດທາງແຜນການເຄື່ອນໄຫວຕ່າງປະເທດຂອງ ບັນດາອົງການຈັດຕັ້ງດັ່ງກ່າວ. ຫຼັງຈາກນັ້ນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ກ່ຽວກັບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານການຕ່າງປະເທດຂອງພັກ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ບັນດາສະມາຄົມມິດຕະພາບຂອງລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ໂດຍເນັ້ນເຖິງຄວາມສໍາຄັນ ແລະ ຈໍາເປັນໃນການເພີ່ມທະວີການເປັນເສນາທິການໃຫ້ແກ່ສູນກາງພັກ ໃນການເຄື່ອນໄຫວວຽກງານຕ່າງປະເທດ ຕາມມະຕິກອງປະຊຸມໃຫຍ່ ສະໄໝ XI ຂອງພັກ ວາງອອກ; ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານທີ່ມີຈຳກັດການເຄື່ອນໄຫວວຽກງານຕ່າງປະເທດໃຫ້ມີປະສິດທິຜົນ ດ້ວຍຮູບການຈັດກອງປະຊຸມຜ່ານລະບົບວີດີໂອທາງໄກຕາມຄວາມເໝາະສົມ ທັງເປັນການປະຢັດງົບປະມານແຕ່ຍັງໄດ້ຮັກສາການສືບຕໍ່ເຄື່ອນໄຫວຕ່າງປະເທດຂອງພັກ ກໍ່ຄືການທູດປະຊາຊົນ ຜ່ານຫຼາຍຮູບແບບ.
ໃນກອງປະຊຸມຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ, ຜົນສໍາເລັດຂອງການເຄື່ອນ ໄຫວການຕ່າງປະເທດຂອງ ພັກ ແລະ ການທູດປະຊາຊົນ ທີ່ຍາດມາໄດ້ໃນໄລຍະຜ່ານມາກໍ່ຄືທິດທາງແຜນການເຄື່ອນ ໄຫວຕ່າງປະເທດໃນຕໍ່ໜ້າ, ໂດຍເນັ້ນເຖິງຄວາມຈໍາເປັນໃນການເປີດກວ້າງການພົວພັນກັບຕ່າງປະເທດ, ຍາດແຍ່ງຂົນຂວາຍການຮ່ວມມື, ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ. ພ້ອມທັງເປັນການໂຄສະນາແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງ ສະເໝີຕົ້ນສະເໝີປາຍ ໂດຍສະເພາະແມ່ນຜັນຂະຫຍາຍເນື້ອໃນມະຕິຂອງ ກອງປະຊຸມໃຫຍ່ສະໄໝ XI ຂອງ ພັກ ເພື່ອປະກອບ ສ່ວນເຂົ້າໃນການສ້າງສະພາບແວດລ້ອມສາກົນທີ່ອໍານວຍແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຍົກສູງຖານະບົດບາດຂອງພັກ, ລັດເຮົາໃນເວທີພາກພື້ນ ແລະ ສາກົນ.
Loading...