ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊືມວັນຢຶດອໍານາດທົ່ວປະເທດ 23 ສິງຫາ (23/08/1945 ແລະ 23/08/1975 – 23/08/2021) ແລະ ວັນລັດຖະທໍາມະ
ນູນແຫ່ງຊາດ ຄົບຮອບ 30 ປີ. ໃຫ້ກຽດປາຖະກະຖາໂດຍ ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ໂດຍມີບັນດາສະຫາຍ ໃນຄະນະບໍລິຫານງານພັກ, ພະ
ນັກງານຫຼັກແຫຼ່ງທົ່ວ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ການປາຖະກະຖາໃນຄັ້ງນີ້ ສະຫາຍ ຫົວ ໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຫວນຄືນມູນເຊື້ອການຕໍ່ສູ້ກູ້ຊາດ ອັນພິລະອາດຫານຂອງບັນພະບູລຸດ ດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນຕໍ່ການກົດຂີ່ຂູດຮີດຂອງພວກລາເມືອງຂຶ້ນທັງເກົ່າ ແລະ ໃໝ່; ພາຍໃຕ້ການນໍາພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຕິວັດ ນັ້ນຄືພັກກອມມູນິດອິນດູຈີນໃນເມື່ອກ່ອນ, ພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ ສາມາດຍາດໄດ້ໄຊຊະນະ, ສໍາເລັດການປະຕິວັດຊາດ ປະຊາທິປະໄຕ ໃນປີ 1975 ສະຖາປະນາເປັນ ສປປ ລາວ ເຊິ່ງເປັນການເປີດສັງກາດໃໝ່ໃຫ້ແກ່ການເປັນເຈົ້າຊາຕາກຳ ປະເທດຊາດ ຂອງ ປະຊາຊົນລາວ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ສປປ ລາວ ໄດ້ຫັນໄປສູ່ການຄຸ້ມຄອງເສດຖະກິດ – ສັງຄົມ ດ້ວຍກົດໝາຍຍ້ອນແນວນັ້ນ ລັດຖະທໍາມະນູນສະບັບທໍາອິດຂອງ ສປປລາວ ຈຶ່ງໄດ້ຖືກສ້າງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍບາຍປ່ຽນແປງໃໝ່ໃຫ້ເຂົ້າສູ່ລວງເລິກລັດຖະທໍາມະນູນສະບັບທໍາອິດ ຈຶ່ງໄດ້ຮັບການປັບປຸງ ໃນປີ 2003 ແລະ ປີ 2015 ຊຶ່ງແມ່ນສະບັບທີ່ນໍາໃຊ້ມາເຖິງປັດຈຸບັນ, ລັດຖະທໍາມະນູນແຫ່ງ ສປປ ລາວ ແມ່ນໝາກຜົນລວມຍອດຂອງການປະຕິວັດຊາດ-ປະຊາທິປະໄຕປະຊາຊົນ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ແມ່ນຜົນງານອັນໃຫຍ່ຫຼວງ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ, ເປັນການຢືນຢັນເຖິງຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະ ເທດຊາດຕໍ່ສາກົນ; ທັງສ່ອງແສງຢ່າງຈະແຈ້ງ ແລະ ຄົບຖ້ວນເຖິງຄວາມມຸ້ງມາດປາ ຖະໜາອັນສູງສົ່ງ ແລະ ຄວາມເດັດດ່ຽວຕັດ ສິນໃຈຢ່າງແຮງກ້າ ຂອງວົງຄະນະຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນບຸກບືນສ້າງລັດເຮົາໃຫ້ເປັນລັດທີ່ປົກຄອງດ້ວຍ ກົດໝາຍຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ ແນໃສ່ບັນລຸຈຸດໝາຍ: ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງມີເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ການປາຖະກະຖາໃນຄັ້ງນີ້ ໄດ້ເປັນໂອກາດທີ່ດີ ເພື່ອໃຫ້ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າໃຈໄດ້ຕື່ມ ກ່ຽວກັບ ມູນເຊື້ອປະຕິວັດ, ການຕໍ່ສູ້ອັນລະອິດລະອ້ຽວຂອງ ປະຊາຊົນລາວ ເພື່ອຍາດເອົາເອກະລາດແຫ່ງຊາດ; ເຂົ້າໃຈແຈ້ງເຖິງຄວາມສຳຄັນຂອງລັດຖະທຳມະນູນ, ພ້ອມກັນຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ລະບຽບກົດໝາຍຕ່າງໆ ເພື່ອແນໃສ່ສ້າງລັດເຮົາເປັນລັດທີ່ຄຸ້ມຄອງດ້ວຍກົດໝາຍ, ນຳມາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວບັນດາເຜົ່າ.

