ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 17 ມັງກອນ 2023, ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຈັດປາຖະກະຖາເຊື່ອມຊຶມເອກສານສຳຄັນຂອງພັກ-ຂອງຊາດຄື: ວັນສ້າງຕັ້ງກອງ ທັບປະຊົນຊົນລາວ ຄົບຮອບ 74 ປີ(20 ມັງກອນ 1949- 20 ມັງກອນ 2023); ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັັກ ຄັ້ງທີ 5 ສະໄໝທີ XI ແລະ ມະຕິກອງປະຊຸມວຽກງານການເມືອງ- ແນວຄິດ ທົ່ວປະເທດຄັ້ງທີ V. ໂດຍການເປັນກຽດເຜີຍແຜ່ຂອງສະຫາຍ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ສະ ມາຊິກພັກ, ພະນັກງານທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ 132 ສະຫາຍ.
ໃນພິທີສະຫາຍ ທອງສະຫວັນ ພົມວິ ຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ຫວນຄືນມູນເຊື້ອ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານວິລະກຳ ອັນພິລະອາດຫານຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 74 ປີ ຜ່ານມາ ພາຍໃຕ້ການຊີ້ນຳຂອງພັກ ປະ ຊາຊົນ ປະຕິວັັດລາວ ໃນພາລະກິດຕໍ່ສູ້ກູ້ຊາດ ສາມາດຍາດໄດ້ໄຊຊະນະຢ່າງເນືອງນິດລຽນຕິດ ສາມາດປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັັດທະນາປະເທດ ຊາດດັ່ງຄຳຂວັນ “ກອງທັບຂອງຊາດລາວ ວິລະຊົນ, ຄົນລາວພິລະອາດຫານ”.
ສະຫາຍ ຫົວໜ້າ ຄຕພ ຍັງສືບຕໍ່ຍົກໃຫ້ເຫັນເນື້ອໃນສຳຄັນຂອງມະຕິ 5 ສະໄໝທີ XI ເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດໃນ 1 ປີ ທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ;
ພ້ອມກັນນັ້ນ, ສະຫາຍ ທອງສະຫັວນ ພົມວິຫານ ຍັງໄດ້ຍົກໃຫ້ເຫັນເຖິງ ການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ V ເປັນຕົ້ນແມ່ນຄໍາເຫັນຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່ຕໍ່ກອງປະຊຸມດັ່ງກ່າວ ດ້ວຍການຍົກສູງຄຸນ ນະພາບການເມືອງ-ແນວຄິດ ເຂົ້າໃນຊີວິດ ສັງຄົມຕົວຈິງໃນໄລຍະໃໝ່.