ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 16 ທັນວາ 2021, ທີ່ຫໍປະຊຸມແຫ່ງຊາດ ນະ​ຄອນຫລວງວຽງຈັນ, ໄດ້ມີກອງປະຊຸມພົບປະ ລະຫວ່າງ ຄະນະລັດຖະບານ ກັບ ພາກທຸລະກິດ ໂດຍການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນແຫ່ງ ສປປ ລາວ, ມີບັນດາ ທ່ານຮອງນາຍົກລັດຖະມົນຕີ, ສະ​ມາຊິກລັດຖະບານ, ອົງການທຽບເທົ່າ, ກໍາມາທິການສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັັ້ງມະຫາຊົນຂັັ້ນສູນກາງ, ບັນດາທ່ານຄະນະບໍລິຫານງານ ສະພາການຄ້າ-ອຸດສາ ຫະກໍາແຫ່ງຊາດລາວ, ບັນດາຜູູ້ປະກອບການພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ຈະດຳເນີນໄປເປັນເວລາ 2 ວັນ.
ກອງປະຊຸມໃນຄັັ້ງນີ້, ຈະໄດ້ສຸມໃສ່ປຶກສາຫາລື ແລກປ່ຽນຄໍາຄິດເຫັນ ແລະ ສ້າງຄວາມເປັນເອກະພາບກັນ ລະຫວ່າງ ພາກລັດຖະບານ ກັບພາກທຸລະກິດ ໃນແຜນປະຕິບັດຕົວຈິງ 6 ແຜນງານ ເພື່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຄົງຄ້າງຕ່າງໆ ທີ່ເປັນອຸ ປະສັກຕໍ່ການດໍາເນີນທຸລະກິດ ຂອງບັນດາຜູູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແນໃສ່ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນການຈັດຕັັ້ງປະຕິບັດ 2 ວາລະແຫ່ງຊາດ ໃນເງື່ອນໄຂໂຄວິດ-19 ໄດ້ຈັດຕັັ້ງປະຕິບັດຕົວຈິງ ແລະ ປະສົບຜົນສໍາເລັດ.
ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວເປີດກອງປະຊຸມ ວ່າ: ກອງປະຊຸມພົບປະລະຫວ່າງ ຄະນະລັດຖະບານ ກັບພາກທຸລະກິດໃນຄັັ້ງນີ້, ພວກເຮົາຈະໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ໃນ 6 ວາລະສໍາຄັນ ເປັນຕົ້ນແມ່ນ ແຜນການປະຕິບັດງານຕົວຈິງ ກ່ຽວກັບການປັບປຸງການບໍລິການລົງທຶນປະຕູດຽວ ຕິດພັນກັບການແບ່ງຂັັ້ນຄຸ້ມຄອງ; ແຜນການປະຕິບັດຕົວຈິງໃນການຊຸກຍູູ້ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ; ແຜນການປະຕິບັດຕົວຈິງໃນການຊຸກຍູູ້ ແລະ ສົ່ງເສີມອຸດສາຫະກໍາປຸງແຕ່ງ ເພືີ່ອສະໜອງໃຫ້ການຊົມໃຊ້ພາຍໃນ ແລະ ສົ່ງອອກ; ແຜນການຈັດຕັັ້ງປະຕິບັດຕົວຈິງ ກ່ຽວກັບການສົ່ງເສີມຊຸກຍູູ້ໂຄງການທີີ່ຕິດພັນກັບຂົງເຂດການບໍລິການ ແລະ ການສ້າງລາຍຮັບ; ແຜນການຈັດຕັັ້ງປະຕິບັດຕົວຈິງ ໃນການສໍາຫລວດທີີ່ດິນ ແລະ ການກໍານົດຂອບເຂດ ຢູ່ບັນດາແຂວງລຽບຕາມທາງລົດໄຟ ລາວ-ຈີນ ເພືີ່ອກໍານົດເປັນເຂດກະສິກໍາ, ເຂດອຸດສາຫະກໍາ ແລະ ເຂດການບໍລິການ ເພືີ່ອດຶງດູດການລົງທຶນ ແລະ ແຜນການຈັດຕັັ້ງປະຕິບັດຕົວຈິງ ກ່ຽວກັບການພັດທະນາ, ຝຶກອົບຮົມສີມືແຮງງານ, ຈັດຫາວຽກເຮັດງານທໍາໃຫ້ບັນດາແຮງງານທັງພາຍໃນ ແລະ ຕ່າງປະເທດ.
ທ່ານນາຍົກລັດຖະມົນຕີ ກ່າວຕື່ມວ່າ: ການເປີດເສັ້ນທາງລົດໄຟລາວ-ຈີນ ກໍເປັນກາລະໂອ ກາດ ແລະ ເປັນທ່າແຮງສໍາຄັນ ທີີ່ຈະຊ່ວຍຂັບເຄືີ່ອນໃຫ້ຂະແໜງບໍລິການຂົນສົ່ງສິນຄ້າ ແລະ ທ່ອງທ່ຽວ ທີີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແຕ່ປີ 2020 ເປັນຕົ້ນມາ ໄດ້ຮັບການຟື້ນຕົວຄືນໃໝ່. ສິ່ງທີີ່ສໍາຄັນແມ່ນໃນ ປີ 2021 ລັດຖະບານ ຊຸດທີ IX ໄດ້ສ້າງ ແລະ ຈັດຕັັ້ງປະຕິບັດ ບາດກ້າວເບື້ອງຕົ້ນກ່ຽວກັບວາລະແຫ່ງຊາດ ທີີ່ພົວພັນເຖິງການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ຜ່ານການຮັບຮອງຂອງສະພາແຫ່ງຊາດ ຊຸດທີ IX ໄປຄຽງຄູ່ກັບການປັບປຸງນິຕິກໍາຈໍານວນໜຶ່ງທີີ່ເປັນອຸປະສັກຕໍ່ແຜນດໍາເນີນທຸລະກິດໃນໄລຍະຜ່ານມາ ແລະ ຈະເປັນພື້ນຖານໃຫ້ແກ່ການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິີ່ງ ແລະ ຮອບດ້ານຕາມມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ ທີີ່ກໍານົດໄວ້.
ຂ່າວ: ສົມຫວັງ
ພາບ: ອານິຄົມ (ຫສນຍ)