ຕົ້ນເດືອນພະຈິກ 2021 ນີ້,ຄະນະບໍລິຫານງານສະມາຄົມກາເຟລາວ ນຳໂດຍ ທ່ານ ແສງຈັນ ຄຳມຸນທາ ແລະ ທ່ານ ສີສຸກ ວົງພັກດີ ຮອງປະທານສະມາຄົມກາເຟລາວ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການຜະລິດກາເຟຂອງສະມາຊິກສະມາຄົມກາເຟລາວ ຢູ່ທີ່ເມືອງປາກຊ່ອງ.ເຊັ່ນ: ການປູກ,ການເກັບກູ້,ການສີ,ການຕາກ ແລະ ການຊື້-ຂາຍກາເຟຂອງຊາວສວນ,ບໍລິສັດຜູ້ຜະລິດ,ເກັບຊື້ ແລະ ສົ່ງອອກ.
ໃນໂອກາດເຄື່ອນໄຫວຮອງປະທານສະມາຄົມກາເຟລາວແລະ ຄະນະໄດ້ຢ້ຽມຢາມ ແລະຕິດຕາມເບິ່ງສວນກາເຟ ຢູ່ສວນຂອງທ່ານ ບຸນຍູ້ ດວງສະຫງ່າ ຮອງປະທານກຸ່ມເກັບຊື້ກາເຟເມືອງປາກຊ່ອງທັງແມ່ນຊາວສວນຕົວແບບບ້ານຫັຼກ 35, ການເກັບກາເຟ ແລະ ສີກາເຟຢູ່ບໍລິສັດກີ່ມແຫ້ງນຢູ່ບ້ານກອງຕຸ່ນ,ການຜະລິດກາເຟຂອງບໍລິສັດປາກຊ່ອງໄຮແລນ,ບໍລິສັດກາດເກ້ລາວ,ບໍລິສັດເພັດສະຫວ່າງຮ່ວມພັດທະນາກາເຟ.
ໃນການຢ້ຽມຄັ້ງນີ້ ທ່ານ ສີສຸກ ວົງພັກດີ ຮອງປະທານສະມາຄົມກາເຟລາວ ໄດ້ກ່າວວ່າ:ສາມາດຮູ້ເຖິງສະພາບຂໍ້ສະດວກ,ຂໍ້ຫຍຸ້ງຍາກ ຂອງຊາວສວນໃນການຜະລິດກາເຟປີນີ້,ເຊັ່ນ: ສະພາບດ້ວງເຈາະລຳຕົ້ນກາເຟ ເຮັດໃຫ້ມີຜົນເສຍຫາຍຈຳນວນໜຶ່ງ.ຊຶ່ງກໍໄດ້ເກັບກຳຂໍ້ມູນ ແລະ ຫາວິທີທາງແກ້ໄຂຊ່ວຍຊາວສວນ.ສ່ວນການເກັບກູ້ປະຈຸບັນດຳເນີນໄປຢ່າງຕັ້ງໜ້າ ແລະສຳເລັດເປັນສ່ວນຫຼາຍຄາດວ່າຈະເກັບກູ້ສຳເລັດ100% ໃນທ້າຍປີນີ້,
ສ່ວນທາງດ້ານລາຄາກາເຟປີນີ້ຕະຫຼາດໂລກໃຫ້ລາຄາກາເຟລາວສູງກວ່າປີຜ່ານມາຄື: ລາຄາໝາກແດງກິໂລລະ 7.500 ກີບ.ເຊີ່ງແມ່ນລາຄາທີ່ສູງຈາກປີຜ່ານມາເຖີງ 3 ເທົ່າ.
ການຜະລິດກາເຟຕະຫຼອດຮອດການເກັບຊື້ກາເຟປີນີ້ມີບັນຍາກາດຄຶກຄື່ນເນື່ອງຈາກຕະຫຼາດໂລກຍັງຕ້ອງການກາເຟລາວ ເພາະເປັນກາເຟທີ່ມີລົດຊາດເປັນເອກະບັກ,ຫອມຫວນ,ແລະມີການຢັ້ງຢືນຖິ່ນກຳເນີດຈາກພູພຽງບໍລະເວນ(ດິນແດນຟູໄຟເກົ່າ)ທີ່ອຸດົມສົມບູນ ຊຶ່ງສາກົນໃຫ້ຄວາມສົນໃຈ ແລະ ຍອມຮັບໃນຄຸນນະພາບກາເຟລາວ.
ເກດສະໜາ ແກ້ວສຸວັນນະແສງ


