ວັນທີ 19 ສິງຫາ 2021 ທີ່ກະຊວງກະສິກຳ ແລະປ່າໄມ້ ຄະນະສະມາຄົມເຟີນິເຈີລາວ ( ສຟລ ) ສະໄໝທີ IV ນຳພາໂດຍ ທ່ານ ກອງມາລາ ພົມມາໄລ ປະທານ ສຟລ ໄດ້ເຂົ້າພົບ ປະຢ້ຽມຢາມທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ເນື່ອງໃນໂອາກາດທີ່ຄັດເລືອກໄດ້ຄະ ນະ ສຟລ ຊຸດໃໝ່ ແລະ ຫາລືແລກປ່ຽນວຽກງານໃນຜ່ານມາພ້ອມກັບການແກ້ໄຂບັນຫາຂໍ້ຄົງຄ້າງໃນຕໍ່ໜ້າ ໂດຍສະເພາະແມ່ນເລື່ອງວັດຖຸດິບ.
ໃນໂອກາດນີ້ ທ່ານ ກອງມາລາ ພົມມະໄລ ໄດ້ລາຍ ງານໃຫ້ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ຊາບວ່າ: ສຟລ ແມ່ນອົງການຈັດຕັ້ງໜື່ງທາງດ້ານທຸລະກິດໄມ້ ຢູ່ພາຍໃຕ້ການຊີ້ນຳຂອງສະພາການຄ້າ ແລະອຸດສະຫະກຳແຫ່ງຊາດ ຖືກສ້າງຕັ້ງຂຶ້ນໃນປີ 2003 ໂດຍມີສະມາຊິກ 100 ກວ່າໂຮງງານຂອບເຂດທົ່ວປະເທດ ເພື່ອຮັກສາ ແລະ ສົ່ງເສີມສິດຜົນປະໂຫຍດອັນຊອບທຳຂອງສະມາຊິກຕາມກົດໝາຍວາງອອກ ແລະເພື່ອເປັນເສນາທິການໃຫ້ແກ່ອົງ ການຈັດຕັ້ງຂອງລັດຖະບານທີ່ກ່ຽວຂ້ອງໃນການຄຸ່ມຄອງ ອຳນວຍຄວາມສະດວກ ແລະຊຸກການເຄື່ອນໄຫວຂອງສະມາຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍ ສົ່ງເສີມໃຫ້ສະມາຄົມປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ແລະລົບລ້າງຄວາມທຸກຍາກຂອງປະຊາຊົນ. ປະຈຸບັນສະມາຄົມເຟີນິເຈີລາວ ຍັງໄດ້ເຂົ້າເປັນສະມາຊິກຂອງສະພາອຸດສາຫະກຳເຟີນິເຈີອາຊຽນ ແລະສະມາຄົມທຸລະກິດ ອາຊຽນ-ຈີນ ນຳອີກ.
ໃນການພົບປະດັ່ງກ່າວ ຄະນະ ສຟລ ໄດ້ສະເໜີເຖິງລັດຖະບານ ຜ່ານລັດຖະ ມົນຕີກະຊວງກະສິກຳ ແລະປ່າໄມ້ ບາງບັນຫາສຳຄັນຄື:1. ວັດຖຸດິບກໍຄືໄມ້ ( ການເຂົ້າເຖິງວັດ ຖຸດິບ: ການປະມູນໄມ້ຂອງກະຊວງ ຫຼື ລັດຖະບານຈາກແຫຼ່ງຕ່າງໆ; 2. ສະຖານທີ່ຈັດງານວາງສະແດງສິນຄ້າ ແລະ ຕະຫຼາດຈຳໜ່າຍຜະລິດຕະພັນໄມ້; 3. ມາດຕະຖານຜະ ລິດຕະພັນໄມ້ ເພື່ອສົ່ງອອກ; 4. ການຕະຫຼາດທັງພາຍໃນ ແລະຕ່າງປະເທດ ສຳລັບພາຍໃນແມ່ນຂໍສິດທິພິເສດໃນການເຂົ້າເຖິງການປະມູນວຽກເຟີນິເຈີທີ່ນຳໃຊ້ງົບປະມານລັດຖະບານ ສ່ວນຕ່າງປະເທດຂໍໃຫ້ພາກລັດສ້າງເງື່ອນໄຂຊ່ວຍເຈ ລະຈາກັບຕ່າງປະເທດໃນການຊື້-ຂາຍເຟີນິເຈີຈາກລາວ.
ຫຼັງຈາກນັ້ນ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະ ຊວງກະສິກຳ ແລະປ່າໄມ້ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະສະມາຄົມເຟີນິເຈີລາວໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການສ້າງອາ ຊີບ ແລະວຽກເຮັດງານທຳໃຫ້ກັບແຮງງານກຳມະກອນລາວ, ສ້າງຊື່ສຽງຂອງຜະລິດຕະພັນໄມ້ລາວໃນຕະຫຼາດຕ່າງປະເທດ ຕະຫຼອດຮອດພາກພື້ນ ແລະປະກອບສ່ວນສ້າງລາຍຮັບໃຫ້ແກ່ລັດຖະບານໃນແຕ່ລະປີ ຈາກການສະເໜີຂອງຄະນະ ສຟລ ກະຊວງກະສິກຳ ແລະປ່າໄມ້ ກໍຈະປະກອບສ່ວນໃຫ້ຮ່ວມມືໃນການພັດທະນາວຽກງານຂອງ ສຟລ ໃນຕໍ່ໜ້າ ໂດຍສະເພາະແມ່ນເລື່ອງ ວັດຖຸດິບໄມ້ ທີ່ຈະນຳໃຊ້ເຂົ້າຂະບວນການຜະລິດຂອງສະມາຊິກສະມາຄົມ ແຕ່ທັງນີ້ຈະໄດ້ມີການຄົ້ນຄວ້າປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ທຸກຢ່າງໄປຕາມຂັ້ນຕອນຂອງກົດໝາຍ.
ແນວໃດກໍດີ ລັດຖະມົນຕີ ຍັງໄດ້ແນະນຳໃຫ້ເຫັນເຖິງຄວາມສຳຄັນໃນການປູກໄມ້ເສດຖະກິດ ເພື່ອເປັນວັດຖຸດິບປ້ອນຂະບວນການຜະລິດ ແລະ ເພື່ອຄວາມຍືນຍົງຂອງທຸລະກິດໄມ້ໄລຍະຍາວໃນຕໍ່ໜ້າຕື່ມອີກ.
Loading...