ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 18 ສິງຫາ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ຄະນະສະມາຄົມເຟີນິເຈີລາວ ( ສຟລ ) ຊຸດທີ IV ນຳພາໂດຍທ່ານ ກອງມາລາ ພົມມາໄລ ປະທານ ສຟລ ໄດ້ເຂົ້າຢ້ຽມພົບປະທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເນື່ອງໃນໂອາກາດທີ່ສຳເລັດການຄັດເລືອກໄດ້ຄະນະຊຸດໃໝ່ ແລະ ຫາລືການແກ້ໄຂບັນຫາຂໍ້ຄົງຄ້າໃນຕໍ່ໜ້າ.
ໃນໂອກາດພົບປະດັ່ງກ່າວ ກ່ອນອື່ນທ່ານ ກອງມາລາ ພົມມະໄລ ໄດ້ລາຍງານໃຫ້ທ່ານເຈົ້າຄອງຊາບວ່າ: ສຟລ ແມ່ນອົງການຈັດຕັ້ງໜື່ງທາງດ້ານທຸລະກິດໄມ້ ຢູ່ພາຍໃຕ້ການຊີ້ນຳຂອງສະພາການຄ້າ ແລະອຸດສະຫະກຳແຫ່ງຊາດ ຖືກສ້າງຕັ້ງຂຶ້ນໃນປີ 2003 ໂດຍມີສະມາຊິກ 100 ກວ່າໂຮງງານຂອບເຂດທົ່ວປະເທດ ເພື່ອຮັກສາ ແລະ ສົ່ງເສີມສິດຜົນປະໂຫຍດອັນຊອບທຳຂອງສະມາຊິກຕາມກົດ ໝາຍວາງອອກ ແລະເພື່ອເປັນເສນາທິການໃຫ້ແກ່ອົງການຈັດຕັ້ງຂອງລັດຖະບານທີ່ກ່ຽວຂ້ອງໃນການຄຸ່ມຄອງ ອຳ ນວຍຄວາມສະດວກ ແລະຊຸກການເຄື່ອນໄຫວຂອງສະມາ ຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍ ສົ່ງເສີມໃຫ້ສະມາ ຄົມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມ ແລະລົບລ້າງຄວາມທຸກຍາກຂອງປະຊາຊົນ.
ພ້ອມນັ້ນທ່ານໄດ້ຖືໂອກາດດັ່ງກ່າວສະເໜີມາຍັງພາກ ສ່ວນລັດ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ໂດຍຜ່ານທ່ານເຈົ້າຄອງ ຈົ່ງໄດ້ໃຫ້ການຊຸກຍູ່ສົ່ງເສີມສະມາຄົມ ເພື່ອໃຫ້ ສຟລ ພັດທະນາຕໍ່ໄປໃນຕໍ່ໜ້າ ເປັນຕົ້ນແມ່ນ ເລື່ອງວັດຖຸດິບ ( ໄມ້ ) ການເຂົ້າເຖິງວັດຖຸດິບ: ການປະມູນໄມ້ຈາກແຫຼ່ງຕ່າງໆຂອງນະຄອນຫຼວງ; ແຫຼ່ງທຶນ (ການເຂົ້າເຖິງແຫຼ່ງທຶນທົ່ວໄປ/ແຫຼ່ງທຶນສະເພາະທຸລະກິດໄມ້ ດອກເບ້ຍຕ່ຳໄລຍະຍາວ; ສະຖານທີ່ຈັດວາງສະແດງສິນຄ້າ ແລະຕະຫຼາດຈຳໜ່າຍຜະລິດຕະພັນໄມ້; ມາດຕະ ຖານການຜະລິດໄມ້ເພື່ອສົ່ງອອກ ແລະການຕະຫຼາດທັງພາຍໃນ ແລະຕ່າງປະເທດ.
ຫຼັງຈາກນັ້ນທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະສະມາຄົມເຟີນິເຈີລາວໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການສ້າງວຽກເຮັດງານທຳໃຫ້ກັບແຮງງານກຳມະກອນລາວ ແລະ ສ້າງລາຍຮັບໃຫ້ແກ່ລັດຖະບານ ຈາກການສະເໜີຂອງຄະນະ ສຟລ ນະຄອນຫຼວງກໍຈະປະກອບສ່ວນໃຫ້ຮ່ວມມືໃນການພັດທະນາໃນຕໍ່ໜ້າ ໂດຍສະເພາະແມ່ນເລື່ອງແຫຼ່ງທຶນ, ວັດຖຸດິບ ແລະເລື່ອງການຕະຫຼາດ ແຕ່ທັງນີ້ຈະໄດ້ມີການຫາລືກັບພາກສ່ວນທີ່ກ່ຽວຂ້ອງເບື້ອງລັດກ່ອນ.
May be an image of 1 person, sitting and indoor
May be an image of 1 person, sitting and indoor
May be an image of 2 people, people sitting and indoor