ໃນວັນທີ12 ພຶດສະພາ 2021 ນີ້ະນະສະເພາະກິດກະຊວງປ້ອງກັນປະເທດໄດ້ລົງເຄື່ອນໄຫວກວດກາ ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19 ຢູ່ກອງບັນຊາການທະ ຫານແຂວງຊຽງຂວາງ ເຊີ່ງນໍາໂດຍ ສະ ຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບພ້ອມຄະນະ, ມີບັນດາສະຫາຍ ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຊຽງຂວາງ, ກອງພັນໃຫຍ່ 702, ກອງພັນໃຫຍ່ 643 ແລະ ໂຮງໝໍບໍລິເວນ 101 ເຂົ້າ ຮ່ວມ.
ໃນໂອກາດນີ້ ໄດ້ຮັບຟັງການລາຍງານບາງສະພາບການໂດຍຫຍໍ້ ຂອງການຄວບຄຸມ ແລະປ້ອງກັນການແຜ່ລະບາດ ພະຍາດໂຄວິດ 19. ເຊີ່ງຕະຫຼອດໄລຍະຜ່ານມາ ແຕ່ລະກົມກອງໄດ້ພ້ອມກັນເອົາໃຈໃສ່ ກ່ຽວກັບການເພີ່ມທະວີ ການຈັດຕັ້ງປະຕິບັດມາດຕະການໃນການປ້ອງກັນພະຍາດ ໂຄວິດ 19 ຢ່າງເຂັ້ມງວດ ໂດຍສືບຕໍ່ຈັດຕັ້ງປະຕິບັດຕາມຄໍາສັ່ງເລກທີ່ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການ ປ້ອງກັນ ,ສະກັດກັ້ນ ຄວບຄຸມ ເພື່ອຕອບຕ້ານກັບພະຍາດໂຄວິດ19 ກໍ່ຄືແຈ້ງການຂອງກະຊວງປ້ອງກັບປະເທດ ສະບັບເລກທີ 2237/ກປທ ລົງວັນທີ່ 6 ພຶດສະພາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນຄວບຄຸມ ແລະ ກຽມພ້ອມທຸກດ້ານ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ19 ໃນໄລຍະ ວັນທີ 6 – 20 ພຶດສະພາ ເຊິ່ງແຕ່ລະກົມກອງໄດ້ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ ໂດຍສະເພາະແມ່ນ ການເຂົ້າ-ອອກກົມກອງ ໂດຍຜ່ານຈັດຕັ້ງມອບໝາຍໃຫ້ໜ່ວງານແພດໝໍປະຈໍາກົມກອງ ຈັດຕັ້ງແບ່ງຈຸຜັດປ່ຽນການວດາວັດແທກອຸນຫະພູມ, ໃຊ້ເຈວລ້າງມືເພື່ອຂ້າເຊື້ອໃຫ້ພະນັກງານ-ນັກຮົບ, ໃສ່ຜ້າອັດປາກ, ດັງ, ຮັກສາໄລຍະຫ່າງ1-2ແມັດ ແລະທໍາຄວາມສະອາດເປັນປະຈໍາ. ໃນໂອກາດດຽວກັນ ສະຫາຍພົນຈັດຕະວາ ວັນທອງ ບຸດຕະວົງ ກໍ່ໄດ້ໃຫ້ທັດສະນະຊີ້ນໍາ ເຊີ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ໃນການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ ແລະແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກີ 2237/ກປທ ວາງອອກ, ແລະເນັ້ນໜັກໃຫ້ຄະນະພັກ-ຄະນະບັກຊາກົມກອງກໍາລັງທ້ອງຖິ່ນ ແລະ ກໍາລັງຫຼວງ ທີ່ປະຈໍາການຢູ່ແຂວງຊຽງຂວາງ ຈົ່ງສຶບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ພະນັກງານ-ນັກຮົບໃນແຕ່ລະກົມກອງຫ່າງໄກຈາກພະຍາດໂຄວິ19. ໃນໂອກາດທີ່ຄະນະສະເພາະກິດລົງມາກວດກາຊຸກຍູ້ກນປ້ອງກັນພະຍາດໂວິດ19 ໃນຄັ້ງນີ້ ກໍ່ໄດ້ນໍາເອົາເຄື່ອງມື,ອຸປະກອນການແພດ ເຊັ່ນ: ບາຫຼອດອິນຟາເລດຈໍານວນ 20ອັນ, ມັດເຈ້ຍ 280 ກັບ,ເຈວລ້າງມື 160 ກວດ, ເຫຼົ້າລ້າງມື້ 65 ກວດ,ໂສບມື 1200ຄູ່,ມັດແພ6.000 ອັນ, PPE ຂາວ ຈໍານວນ 100 ຊຸດ, N95 ຈໍານວນ 100 ອັນ ມາມອບໃຫ້ ເພື່ອໄປນໍາໃຊ້ເຂົ້າໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ19 ຢູ່ແຕ່ລະກົມກອງອີກດ້ວຍ.
ໂດຍ: ແສງມະນີ ພາພັນເດດ
Loading...