ວັນທີ 25 ພຶດສະພາ 2021 ນີ້, ຄະນະສະ ເພາະກິດຂັ້ນແຂວງຫຼວງພະບາງ ນໍາໂດຍ ທ່ານ ລັດຕະນະໄຊ ຄໍາສີດາ ຫົວໜ້າພະ ແນກ ການຕ່າງປະເທດແຂວງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການປະຕິບັດວຽກງານ ຢູ່ຈຸດກວດກາຄົນເຂົ້າ-ອອກເມືອງ ແລະແຂວງ ຢູ່ບ້ານໜອງຄໍາ ເມືອງວຽງຄໍາ ເຊີ່ງເປັນເຂດແດນ ລະຫວ່າງ ແຂວງຫຼວງພະບາງ ກັບ ແຂວງຫົວພັນ, ເພື່ອສືບຕໍ່ເຝົ້າລະວັງ ການລະບາດ ຂອງພະຍາດ ໂຄວິດ 19 ແລະການປະຕິບັດມາດຕະການ ຕາມຄຳສັ່ງຂອງທ່ານນາຍົກ ລັດຖະມົນຕີແລະແຈ້ງການຂອງຄະນະສະເພາະກິດຂັ້ນສູນກາງ, ຂັ້ນແຂວງ ໃຫ້ເຂັ້ມງວດ ເປັນຕົ້ນ ການກວດກາ ກັ່ນຕອງຄົນເຂົ້າອອກ ແຂວງຕໍ່ແຂວງ ທັງເປັນການເຜີຍແຜ່ບັນດາເອກະສານ ກໍ່ຄືມາດຕະການທີ່ຄະນະສະເພາະກິດວາງອອກ ໃຫ້ຄະນະສະເພາະກິດຂັ້ນເມືອງ ແລະບ້ານ ໄດ້ຮັບຮູ້-ເຂົ້າໃນ ພ້ອມທັງ ນຳໄປຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.
ໂອກາດນີ້ ທ່ານ ລັດຕະນະໄຊ ຄໍາສີດາ ໄດ້ມີຄໍາເຫັນໂອລົມ ເພື່ອໃຫ້ກໍາລັງໃຈກັບເຈົ້າໜ້າທີ່ ແລະຜູ້ຮັບຜິດຊອບວຽກງານກວດຄົນເຂົ້າ-ອອກເມືອງ ໂດຍໄດ້ຍ້ອງຍໍຊົມເຊີຍການປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ປະຕິ ບັດຕາມຄຳສັ່ງ ແລະແຈ້ງການທີ່ວາງອອກໃຫ້ເຂັ້ມງວດ ແນໃສ່ເຮັດໃຫ້ການເດີນ ທາງເຂົ້າ-ອອກ ຜ່ານຈຸດກວດກາມີຄວາມເປັນລະບຽບຮຽບຮ້ອຍ.
ໂອກາດກຽວກັນນີ້ ຄະນະສະເພາະກິດຂັ້ນແຂວງຫຼວງພະບາງ ໄດ້ມອບເຄື່ອງຮັບໃຊ້ວຽກງານ ໃຫ້ເຈົ້າໜ້າທີ ແລະພະນັກ ງານທີ່ປະຕິບັດງານຢູ່ຈຸດກວດກາ ຕືມອີກ.
ສໍາລັບການກວດກາຄົນເຂົ້າອອກເມືອງ ພາຍໃນເມືອງວຽງຄຳ ນອກຈາກຈຸດບ້ານໜອງຄໍາ ຄະນະສະເພາະກິດຂອງເມືອງ ໄດ້ຕັ້ງຈຸດກວດຢູ່ເຂດແດນເຊື່ອມຕໍ່ລະ ຫວ່າງເມືອງ ພາຍໃນແຂວງ ແລະຈຸດກວດພາຍໃນເທດສະບານເມືອງ ສ່ວນບຸກຄົນທີ່ຜ່ານເຂົ້າມາພາຍໃນເມືອງ ບໍ່ວ່າຈະມີເອກະສານຖືກຕ້ອງ ຫຼື ບໍ່ມີເອກະ ສານທີ່ຖືກຕ້ອງ ຄະນະສະເພາະກິດໄດ້ມີການກັກກັນຕາມລະບຽບ ເພື່ອຕິດຕາມອາການຂອງບຸກຄົນທີ່ເດີນທາງເຂົ້າມາ ຮັບປະກັນບໍ່ໃຫ້ເກີດມີການລະບາດຢູ່ພາຍໃນເມືອງ ກໍ່ຄືພາຍໃນແຂວງ.
ຂ່າວ: ທະນູສີນ ອິດທິພົນ


