ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 1 ກັນຍາ 2021 . ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ຂັ້ນແຂວງ . ພ້ອມດ້ວຍທີມງານ. ໄດ້ລົງມາຕິດຕາມຊຸກຍູ້ການເຝົ້າລະວັງປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ (COVID-19) ຢູ່ເມືອງເງິນ. ມີຄະນະສະເພາະກິດ ປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດພະຍາດໂຄວິດ 19ຂັ້ນເມືອງ-ຂັ້ນບ້ານ, ແລະ ພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ.
ການລົງມາຕິດຕາມຊຸກຍູ້ການເຝົ້າລະວັງ ປ້ອງກັນພະຍາດໂຄວິດ 19 ໃນຄັ້ງນີ້. ທ່ານ ບຸນເລືອນ ບົວໄລ ຮອງເຈົ້າເມືອງ ຫົວໜ້າຄະນະສະເພາະກິດຂັ້ນເມືອງ ກໍ່ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານປ້ອງໂຄວິດ 19 ຢູ່ເມືອງເງິນ ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ປະຕິບັດຕາມຄຳສັ່ງຂອງທ່ານນາຍົກ ແລະ ແຈ້ງການຂອງຄະນະສະເພາະກິດຂັ້ນແຂວງ ຢ່າງເຂັ້ມງວດ. ເປັນຕົ້ນ ໄດ້ຕັ້ງຈຸດກວດກາ 3 ຈຸດຄື: ຈຸດກວດກາສົ້ນຂົວນໍ້າຂອງ ບ້ານປາກແຄນ , ຈຸດດ່ານສາກົນ ນໍ້າເງິນ ແລະ ຈຸດກວດບ້ານນາຍາງຄໍາ. ເພື່ອ ກັ່ນກອງ ຄົ້ນຫາ ຜູ້ຕິດເຊື້ອຈາກ ຄົນເຂົ້າ-ອອກ ຜ່ານດ່ານຕ່າງເມືອງ , ຕ່າງແຂວງ ແລະ ເມືອງເງິນ.ໂດຍປະຕິບັດຕາມ ສາມ ຍຸດທະວິທີ ຄື: ການປິດບ້ານ,ປິດເມືອງ ແລະ ປິດຮ້ານ ບັນເທິງ,ຮ້ານຄາລາໂອເກາະ , ສືບຕໍ່ ຄົ້ນຫາຜູ້ຕິດເຊື້ອ ຈາກກຸ່ມສ່ຽງຕ່າງໆ , ສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ,ມີສູນຈໍາກັດບໍລິເວນທັງໝົດ 24 ສູນ ໃນນີ້ ຂັ້ນເມືອງ 2 ສູນ ຂັ້ນບ້ານ 22 ສູນ, ສາມາດບັນຈຸຄົນໄດ້ປະມານ 1.000 ຄົນ.ໄດ້ສໍາເລັດ ການກໍ່ສ້າງຫ້ອງເກັບຕົວຢ່າງ ປະຈຸບັນນໍາໃຊ້ແລ້ວ. ນໍາແຮງງານທີ່ກັບມາຈາກຕ່າງປະເທດທີ່ຜ່ານດ່ານສາກົນນໍ້າເງິນທັງໝົດ 52 ຄົນ , ຍິງ 22 ຄົນ, ນໍາເອົາບຸກຄົນ ທີ່ມີຄວາມສ່ຽງເຂົ້າຈໍາກັດບໍລິເວນໄດ້ທັງໝົດ 284 ຄົນ ຍິງ 86 ຄົນ , ຄົບ 14 ວັນ ອອກແລ້ວ 271 ຄົນ, ຍັງຢູ່ໃນສູນປະຈຸບັນ 6 ຄົນ ຍິງ 1 ຄົນ.ເກັບຕົວຢ່າງສົ່ງກວດຢູ່ແຂວງ- ສູນກາງທັງໝົດ 520 ຄົນ ຍິງ 20 ຄົນ ບໍ່ພົບມີກໍລະນີຕິດເຊື້ອ.ມາຮອດປະຈຸບັນ ຊາວເມືອງເງິນໄດ້ຮັບວັກຊີນກັນພະຍາດໂຄວິດ 19 ລວມທັງໝົດ 9.543 ຄົນ ເທົ່າ 49%,
ໃນໂອກາດທີ່ລົງມາເຄື່ອນໄຫວ-ຊຸກຍູ້ວຽກງານໃນຄັ້ງນີ້ ທ່ານຮອງເຈົ້າແຂວງໄຊຍະບູລີ ກໍ່ໄດ້ມອບເຄື່ອງບັນເທົາທຸກ ໃຫ້ກັບຜູ້ປະສົບໄພນ້ຳຖ້ວມ ຢູ່ເມືອງເງິນ ເປັນຕົ້ນ ແມ່ນເຂົ້າສານ,ເຄື່ອງນຸ່ງຫົ່ມ ແລະ ເຄື່ອງບໍລິໂພກອີກຈຳນວນ ໜື່ງ.
ໂດຍ: ອິນແປງ ແຫວນຄຳ