ໂອກາດຖະແຫລງຂ່າວຮ່ວມ ໃນຕອນເຊົ້າວັນທີ 29 ມິຖຸນາ 2021 ທີ່ກະຊວງສາທາລະນະສຸກ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຖະແຫລງຕໍ່ສື່ມວນຊົນບາງຕອນສໍາຄັນວ່າ: ນັບແຕ່ກາງເດືອນເມສາ 2021 ຢູ່ ສປປ ລາວ ເລີ່ມມີການລະບາດໃນຊຸມຊົນອີກຮອບໃໝ່ຊຶ່ງມີຈຸດເລີ່ມຕົ້ນຢູ່ນະຄອນຫຼວງວຽງຈັນ ຫຼັງຈາກນັ້ນໄດ້ແຜ່ລາມ ໄປຍັງບັນດາແຂວງໃນທົ່ວປະເທດເຮັດໃຫ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນຫຼາຍກວ່າພັນຄົນ,
ນັບແຕ່ວັນທີ 21 ເມສາ 2021 ລັດຖະບານ ຈຶ່ງໄດ້ອອກຄຳສັ່ງ ເລກທີ 15/ນຍ ແລະ ແຈ້ງການກ່ຽວກັບມາດຕະການຕ່າງໆລວມແລ້ວ 5 ສະບັບ, ຊຶ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າສາມາດປ້ອງກັນ ແລະ ຄວບຄຸມການລະບາດໄດ້ ໃນລະດັບໜຶ່ງ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຫຼຸດລົງ.
ປະຈຸບັນ, ພວກເຮົາກຳລັງຈັດຕັ້ງປະຕິບັດມາດຕະການ ໄລຍະວັນທີ 20 ມິຖຸນາ ຫາ ວັນທີ 4 ກໍລະກົດ 2021 ຕາມແຈ້ງການ 671/ຫສນຍ ລົງວັນທີ 19 ມິຖຸນາ 2021, ເຊິ່ງໄລຍະນີ້ ມີຜູ້ຕິດເຊື້ອ 108 ກໍລະນີ.
ການກໍານົດອອກມາດຕະການຕ່າງໆ ໃນແຕ່ລະຄັ້ງ ແມ່ນບົນພື້ນຖານປະເມີນສະພາບ ແລະ ທ່າອ່ຽງຂອງການລະບາດ, ຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ການບັນລຸຄາດໝາຍໃນການເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່(New Normal)ໄດ້ໄວ ແລະ ທົ່ວເຖິງ. ພ້ອມກັນນີ້, ເຫັນໄດ້ວ່າໃນການປະຕິບັດມາດຕະການແຕ່ລະໄລຍະລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນ ໄດ້ສືບຕໍ່ຊີ້ນຳການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ ພ້ອມທັງ ໄດ້ຮັບການຮ່ວມມືຈາກທຸກຄົນ, ທຸກພາກສ່ວນໃນສັງຄົມ ແລະເພື່ອນມິດຕ່າງປະເທດ ເປັນຢ່າງດີ ເຮັດໃຫ້ການລະບາດພາຍໃນມີທ່າອ່ຽງຫຼຸດລົງ. ແຕ່ເຖິງຢ່າງໃດກໍ່ດີ ຢູ່ນະຄອນຫຼວງວຽງຈັນສະພາບການລະບາດຍັງບໍ່ທັນຄົງທີ່, ຍັງພົບເຫັນຜູ້ຕິດເຊື້ອສືບເນື່ອງມາຕະຫຼອດ ຊຶ່ງແມ່ນການຕິດຕໍ່ຈາກຜູ້ສຳຜັດໃກ້ຊິດ, ການຈຳກັດບໍລິເວນ ຍັງບໍ່ທັນຢ່າງເຄັ່ງຄັດ, ລະເມີດມາດຕະການ ເປັນຕົ້ນ ມີການຊຸມແຊວ, ການລັກເປີດບໍລິການ ຂອງຮ້ານກິນດື່ມ ຄາຣາໂອເກະ ຊຶ່ງບັນດາທ່ານ ກໍ່ຄົງໄດ້ເຫັນ ໄດ້ຮັບຊາບຂ່າວສານ ຈາກສື່ຕ່າງໆ ລວມທັງສື່ສັງຄົມອອນລາຍ ຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງ ກໍ່ໄດ້ໄປດຳເນີນການແກ້ໄຂ, ປັບໄໝ ແລະ ລົງບັນທຶກ ໄວ້ແລ້ວ.
ທ່ານ ນ. ທິບພະກອນ ຈັນທະວົງສາ ຖະແຫລງໃຫ້ຮູ້ອີກວ່າ: ເຖິງແມ່ນວ່າ ປະຈຸບັນສະພາບການລະບາດຂອງພະຍາດ COVID-19 ໄດ້ມີທ່າອ່ຽງຫຼຸດລົງ ທຽບໃສ່ການຈັດຕັ້ງປະຕິບັດແຈ້ງການຜ່ານມາ, ແຕ່ກໍຍັງພົບເຫັນຜູ້ຕິດເຊື້ອ, ຍິ່ງໄປກວ່ານັ້ນ ມີກໍລະນີ ການຕິດເຊື້ອສູ່ເດັກນ້ອຍເພີ່ມຂຶ້ນ.ນອກຈາກນີ້, ສະພາບການໃນຕໍ່ໜ້າ ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ບໍ່ເຄັ່ງຄັດ, ການຕິດເຊື້ອຢູ່ປະເທດອ້ອມຂ້າງຍັງສູງຢູ່ ສົມທົບກັບມີລາຍງານການພົບເຫັນສາຍພັນໃໝ່ຂອງພະຍາດ COVID-19 ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນແຮງກວ່າເກົ່າ, ສະນັ້ນ:
1. ຈຶ່ງຮຽກຮ້ອງມາຍັງທຸກຄົນ, ທຸກພາກສ່ວນໃນສັງຄົມຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍ່ຄືຄະນະສະເພາະກິດ ວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ກວ່າເກົ່າ ໂດຍສະເພາະການຫ້າມຈັດງານລ້ຽງສັງສັນຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍ່ຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫຼື ມີການລັກເປີດບໍລິການ ຊຶ່ງຈະມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ.
2. ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ ປະຊາຊົນລາວ ແລະ ທຸກຄົນໃນສັງຄົມ ຈົ່ງເປັນຫູເປັນຕາ ຊ່ວຍຕິດຕາມ ສະພາບການໃນສັງຄົມ, ຖ້າພົບເຫັນການລະເມີດມາດຕະການ ໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອດຳເນີນການແກ້ໄຂໃຫ້ທັນການ.
3. ພ້ອມກັນນີ້, ດັ່ງທີ່ພວກເຮົາຮູ້ວ່າ ສະພາບການລະບາດຢູ່ບັນດາປະເທດໃກ້ຄຽງ ຍັງຮຸນແຮງ ແລະ ພົບເຫັນຫຼາຍສາຍພັນ ທີ່ສາມາດແຜ່ເຊື້ອໄດ້ໄວ ກວ່າເກົ່າ, ການເກີດລະບາດໃນຊຸມຊົນ ຮອບທີ 2 ກໍ່ເນື່ອງມາຈາກ ການນຳເຊື້ອເຂົ້າມາຂອງບຸກຄົນ ທີ່ບໍ່ຜ່ານດ່ານທາງການ, ເປັນການເຂົ້າເມືອງຜິດກົດໝາຍ. ສະນັ້ນ, ຂໍຮຽກຮ້ອງມາຍັງ ໃຫ້ບັນດາຂະແໜງການ, ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຕິດຕາມ ກວດກາຕາມລຳນ້ຳເຂດຊາຍແດນລະຫວ່າງປະເທດ ແລະ ຊາຍແດນທາງບົກ ເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ.
– ຂໍໃຫ້ພໍ່ແມ່ພີ່ນ້ອງທຸກຄົນຊ່ວຍຕິດຕາມສອດສ່ອງຜູ້ທີ່ເຂົ້າປະເທດແບບຜິດກົດໝາຍທີ່ເຄື່ອນໄຫວໃນຊຸມຊົນຂອງຕົນແລະແຈ້ງໃຫ້ອຳນາດການປົກຄອງຊາບເພື່ອດຳເນີນການແກ້ໄຂ.
– ສຳລັບພີ່ນ້ອງຊາວລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ ທີ່ມີຈຸດປະສົງຈະກັບຄືນປະເທດ ກໍຂໍໃຫ້ແຈ້ງຕໍ່ສະຖານທູດລາວ, ໃຫ້ເດີນທາງເຂົ້າມາ ຜ່ານດ່ານທີ່ໄດ້ຮັບອະນຸຍາດ ເພື່ອຈະໄດ້ກວດຫາເຊື້ອພະຍາດ, ຖ້າພົບຕິດເຊື້ອ ກໍ່ໄດ້ຮັບການປິ່ນປົວຢ່າງທັນການ, ຖ້າບໍ່ຕິດເຊື້ອ ກໍ່ເຂົ້າຈຳກັດບໍລິເວນ ຕາມລະບຽບການ, ທັງນີ້ ກໍ່ເພື່ອປ້ອງກັນຄອບຄົວຂອງທ່ານ.
4. ອີກຢ່າງໜຶ່ງ ຂໍໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງ ປະຕິບັດມາດຕະການຈຳກັດບໍລິເວນ ຢ່າງເຄັ່ງຄັດ ໂດຍສະເພາະໄລຍະລໍຖ້າຜົນການກວດຫາເຊື້ອ ກໍ່ພາຍຫຼັງມາເກັບຕົວຢ່າງກວດຫາເຊື້ອ ໃຫ້ຈຳກັດຕົວເອງຢູ່ເຮືອນຂອງຕົນ, ບໍ່ໃຫ້ເດີນທາງໄປໃສ. ເມື່ອຜົນກວດອອກເປັນລົບ ກໍ່ຕ້ອງສືບຕໍ່ຈຳກັດບໍລິເວນໃຫ້ຄົບ 14 ວັນ.
5. ໃຫ້ທົ່ວສັງຄົມ ຕິດຕາມຂໍ້ມູນຂ່າວສານຜ່ານສື່ທາງການ ແລະ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ, ບໍ່ໃຫ້ແຊຂໍ້ມູນທີ່ບິດເບືອນ ຫຼື ບໍ່ມີຄວາມຈິງ ຊຶ່ງຈະສ້າງຄວາມປັ່ນປ່ວນ,ແຕກຕື່ນ ແລະ ຄວາມບໍ່ສະຫງົບ ໃນສັງຄົມ
6. ສິ່ງສຳຄັນ, ໃນການເຄື່ອນໄຫວ ດຳລົງຊີວິດ ປະຈຳວັນ ຂໍໃຫ້ທຸກຄົນ ປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູຫຼືເຈວລ້າງມື ເປັນປະຈຳ.
ຖ້າພວກເຮົາ ຮ່ວມແຮງ ຮ່ວມໃຈການ ປະຕິບັດມາດຕະການທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ, ກໍ່ຈະຊ່ວຍໃຫ້ຈໍານວນຜູ້ຕິດເຊື້ອຫຼຸດລົງ,ລັດຖະບານ ຈຶ່ງຈະສາມາດມີມາດຕະການຜ່ອນຜັນ ໄດ້ຕື່ມອີກ. ສິ່ງສໍາຄັນ ແມ່ນຈະເຮັດໃຫ້ພວກເຮົາ ສາມາດບັນລຸຄາດໝາຍລວມສູງສຸດ ກໍ່ຄືການໃຫ້ມີຜູ້ຕິດເຊື້ອ ໜ້ອຍທີ່ສຸດ, ໃຫ້ມີຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ໄດ້ໄວ ແລະ ທົ່ວເຖິງ.ລັດຖະບານກໍ່ຄືຄະນະສະເພາະກິດແຕ່ລະຂັ້ນຈະສືບຕໍ່ ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ຈະພະຍາຍາມປັບຄວາມສົມດູນດ້ານມາດຕະການບໍລິຫານ,ມາດຕະການທາງການແພດ, ມາດຕະການທາງດ້ານເສດຖະກິດ ແລະ ອຳນວຍຄວາມສະດວກດ້ານຊີວິດການເປັນຢູ່ຂອງປະຊາຊົນໄປຄວບຄູ່ກັນ.
Loading...