ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 30 ກັນຍາ 2021 ນີ້ ທ່ານ ບຸນມາ ໄຊຍະສານ ບ້ານນາໝາກ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອປະກອບມີ ຜ້າອັດປາກ, ເຈວລ້າງມື, ນໍ້າດື່ມ, ເຄື່ອງດື່ມເອມ 150, ສະປອນເຊີ້, ກາເຟ ແລະ ເຈັ້ຍອະນາໄມ ມາມອບຢູ່ຫ້ອງວ່າການເມືອງ ແລະ ທ່ານ ສຸລິຍາ ທໍາມະວົງ ເຈົ້າຂອງຮ້ານຈໍາໜ່ວຍໂທລະສັບ ແລະ ເຄື່ອງໃຊ້ໄຟຟ້າອິນເຕີ ບ້ານເກິນກາງ ກໍ່ໄດ້ນໍາເອົາເຄື່ອງຊ່ວຍ ເຫຼືອເຊິ່ງປະກອບມີ ນໍ້າດື່ມ, ການເຟ, ເຄື່ອງດື່ມສະປອນເຊີ້, ແລະເຄື່ອງດື່ມອື່ນຯຕືມອີກ, ມາມອບເຊັ່ນດຽວກັນ, ເຂົ້າ ຮ່ວມກ່າວຮັບ ມີ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ-ຫົວໜ້າຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ 19 ຂອງເມືອງ, ມີ ທ່ານ ຊັບຈະເລີນ ພິມມະສານ ຫົວໜ້າຫ້ອງວ່າການເມືອງ-ຄະນະສະເພາະກິດເມືອງ, ທ່ານ ຄໍາພອນ ຈັນທະວົງສັກ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ-ຫົວໜ້າກອງເລຂາຄະນະສະເພາະກິດຂັ້ນເມືອງ ພ້ອມດ້ວຍຄະນະ; ໃນໂອກາດກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ທ່ານ ເຈົ້າເມືອງ ແລະ ຫົວໜ້າຫ້ອງວ່ການເມືອງ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການປະກອບສ່ວນຊຸກຍູ້ຂອງ 2 ທ່ານ ໃນເທື່ອນີ້,
ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.