ໃນຕອນບ່າຍ ຂອງວັນທີ 25 ຕຸລາ 2021, ທ່ານ ບຸນຊ່ວງ ວັນສີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຊະນະຄາມ ແຂວງວຽງຈັນ, ຫົວໜ້າສະເພາະກິດເພື່ອປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາ ການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ບ້ານນາດີ ເມືອງຊະນະຄາມ ແຂວງວຽງຈັນ, ມີຜູ່ຊີ້ນໍາກຸ່ມບ້ານ, ຫົວໜ້າກຸ່ມບ້ານ, ອົງການປົກຄອງບ້ານ, ນາຍບ້ານ, ກໍາລັງປກຊ-ປກສ ຂັ້ນເມືອງ ແລະ ຂັ້ນບ້ານ, ຄະນະຮັບຜິດຊອບປ້ອງກັນ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຂັ້ນບ້ານ ເຂົ້າຮ່ວມ.
ຈາກກໍລະນີ ທີ່ມີຜູ່ຕິດເຊື້ອໄດ້ເຂົ້າມາເຄື່ອນໄຫວຢູ່ພາຍບ້ານດັ່ງກ່າວ ໃນວັນທີ 24 ຕຸລາ 2021 ທີ່ຜ່ານມາ, ເຮັດໃຫ້ມີຜູ່ທີ່ຢູ່ໃນກຸ່ມສ່ຽງທີ່ອາດຈະໄດ້ຮັບເຊື້ອທັງໝົດ 44 ຄົນ 21 ຄົນ, ເຊິ່ງປະຈຸບັນ ຄະນະສະເພາະກິດຂັ້ນເມືອງນໍາເອົາບັນດາກຸ່ມສ່ຽງດັ່ງກ່າວເຂົ້າກັກກັນບໍລິເວນ,ພ້ອມທັງໄດ້ເກັບຕົວຢ່າງເພື່ອວິເຄາະຫາເຊື້ອພະຍາດດັ່ງກ່າວ.
ເພື່ອເປັນການປະຕິບັດມາດຕະການເຝົ້າລະວັງ ແລະ ແກ້ໄຂໃນການແຜ່ລະບາດຂອງພະຍາດດັ່ງກ່າວ ໃຫ້ມີປະສິດທິພາບ, ຮັບປະກັນໃນຢັບຢັ້ງບໍ່ໃຫ້ມີການແຜ່ລະບາດຂະຫຍາຍເປັນວົງກວ້າງ,ໃນການລົງຕິດຕາມແລະ ກວດກາໃນຄັ້ງນີ້ ທ່ານ ບຸນຊ່ວງ ວັນສີ ຍັງໄດ້ໃຫ້ທິດຊີ້ນໍາເພື່ອເປັນການສືບຕໍ່ໃນການຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດຕົວໃນການຮັບມືການແຜ່ລະບາດຂອງພະຍາດດັ່ງກ່າວໃນໄລຍະຜ່ານມາ, ເຊິ່ງບັນດາຄະນະສະເພາະກິດແຕ່ລະຂັ້ນເວົ້າລວມ-ເວົ້າສະເພາະບັນດາອົງການປົກພາຍໃນບ້ານດັ່ງກ່າວ ຕ້ອງໄດ້ເປັນເຈົ້າການໃນການເຝົ້າລະວັງຈັດຕັ້ງກວດ ກາຕັ້ງດ່ານປິດບ້ານຂອງຕົນ ບໍ່ໃຫ້ມີການເຄື່ອນໄຫວເຂົ້າ-ອອກພາຍໃນບ້ານ, ເອົາໃຈໃສ່ໃນການກວດກາເວນຍາມຕະຫຼອດ 24 ຊົ່ວໂມງ, ໂຄສະນາປະຊາສໍາພັນໃຫ້ແກ່ປະຊາຊົນພາຍໃນບ້ານໄດ້ຮັບຮູ້ແລະປະກອບສ່ວນໃນການຮ່ວມໄມ້-ຮ່ວມມືດ້ານການກັກກັນເພື່ອຮັກສາສຸຂະພາບ ແລະ ວຽກງານການຕິດຕາມການເຝົ້າລະວັງການແຜ່ລະບາດ ກໍ່ຄືບັນດາມາດຕະການຕ່າງໆທີ່ຂັ້ນເທິງໄດ້ກໍານົດອອກ, ເພື່ອພ້ອມກັນອົດທົນຜ່ານຜ່າ ແລະ ເພື່ອສະແດງຄວາມຮັບຜິດຊອບຮ່ວມກັນເພື່ອເຮັດໃຫ້ການແຜ່ລະບາດມີໜ້ອຍທີ່ສຸດ.
ຂ່າວ: ເມືອງຊະນະຄາມ
Loading...