ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 13 ກັນຍາ 2021 ຄະນະສະເພາະກິດປ້ອງກັນ ຄວບຄຸ້ມແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ຂັ້ນເມືອງລ້ອງແຈ້ງ ໄດ້ຈັດກອງປະຊຸມສະຫຼຸບລາຍງານການເຄື່ອນໄຫວປະຕິບັດວຽກງານປ້ອງກັນ ຄວບຄຸ້ມແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ຂື້ນຢູ່ທີ່ຫ້ອງປະຊຸມ ຫ້ອງການ ຖວທ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການເປັນປະທານ ທ່ານ ອຸດອນ ສີງດາລາ ເຈົ້າເມືອງລ້ອງແຈ້ງ ມີຄະນະປະຈຳພັກເມືອງ, ຄະນະສະເພາະກິດຂັ້ນເມືອງ ເຂົ້າຮ່ວມ.
ທ່ານ ເຍ່ຍຊ່າງ ລ່ອງປາວຈັ້ງ ຫົວໜ້າຄະນະສະເພາະກິດຂັ້ນເມືອງ ໄດ້ຂຶ້ນລາຍງານວຽກຕໍ່ກອງປະຊຸມວ່າ: ນັບ ແຕ່ວັນທີ 23 ເມສາ-12 ກັນຍາ 2021. ຄະນະສະເພາະກິດຂັ້ນເມືອງ ໄດ້ເອົາໃຈໃສ່ເຝົ້າລະວັງກວດກາ ຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ, ຢູ່ຕາມຈຸດຍາມເສັ້ນທາງ 5A ລະຫວ່າງຊາຍແດນ ບ້ານຊຳທອງ ໄປຫາ ເມືອງຜາໄຊ ແຂວງຊຽງຂວາງ, ຈຸດຍາມ ເສັ້ນທາງບ້ານຫລວງພັນໄຊ ໄປຫາ ເມືອງຜາໄຊ ແລະ ຈຸດຍາມເສັ້ນທາງ ຢູ່ບ້ານນາໄຊສະຫວ່າງ ໄປຫາ ເມືອງວັງວຽງ ແຂວງວຽງຈັນຊື່ງໄດ້ບັນທຶກກວດກາຄົນເຂົ້າໄດ້ທັງໝົດ 1,341 ຄົນ, ຄົນອອກ 1,848 ຄົນ, ໄດ້ລົງຊຸກຍູ້ຕິດຕາມກວດກາບັນດາດ່ານ, ບ້ານ ແລະ ບໍລິສັດ18 ຄັ້ງ, ລົງໂຄສະນາເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີ, ຄຳສັ່ງຂອງທ່ານເຈົ້າແຂວງ, ຄຳສັ່ງຫົວໜ້າສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອໃຫ້ ປະຊາຊົນພາຍໃນເມືອງ ຮັບຮູ້ຜົນຮ້າຍ ແລະ ວິທີປ້ອງກັນ ເຊື້ອພະຍາດໂຄວິດ-19 ຢ່າງທົ່ວເຖີງ.
ດ້ານວຽກ ຈໍາກັດບໍລິເວນ ໄດ້ 66 ກໍລະນີ, ຢູ່ສູນລ້ອງແຈ້ງ 40 ກໍລະນີ, ສູນນາໄຊສະຫວ່າງ 26 ກໍລະນີ, ໄດ້ເກັບຕົວຢ່າງໄປກວດທັງໜົດ 151 ຕົວຢ່າງ ໃນນັ້ນມີ 1 ຕົວຢ່າງ ເປັນຜົນບວກ ຢູ່ບ້ານພັນໄຊ ທີ່ກຳລັງໄດ້ຮັບການປີ່ນປົວ ຢູ່ໂຮງໝໍນ້ອຍບ້ານນ້ຳຜາໃຫຍ່ ເມືອງລ້ອງແຈ້ງ. ຢູ່ເມືອງ ໄດ້ມີສະຖ່ານທີ່ແຍກປ່ຽວ 1 ແຫ່ງ ຄື ໂຮງໝໍຫລັງໃໝ່ຂອງເມືອງ, ມີກໍລະນີແຍກປ່ຽວ 2 ຢູ່ກໍລະນີ.
ມາຮອດປະຈຸບັນ ທົ່ວເມືອງມີ ພົນລະເມືອງມາຮັບວັກຊີນປ້ອງກັນພະຍາດໂຄວີດ-19 ທັງໝົດ 2,211 ຄົນ ທ່ຽບໃສ່ກຸ່ມເປົ້າໝາຍໄດ້ພຽງ 32,13%.
ຂ່າວ: ທ່ານ ສຸກເຢີຊົ່ງ
ນັກຂ່າວ:ອານຸສອນ