ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າ ວັນທີ 18 ສິງຫາ 2021 ນີ້ ຄະນະສະເພາະກິດຂັ້ນແຂວງ ຈໍານວນ 5 ທ່ານ ນໍາພາໂດຍ ທ່ານ ສໍາພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ, ຄະນະສະເພາະກິດຂອງແຂວງວຽງຈັນ ໄດ້ລົງເຮັດວຽກຢູ່ເມືອງທຸລະຄົມ, ເຊິ່ງມີ ທ່ານ ຊັບຈະເລີນ ພິມມະສານ ຫົວໜ້າຫ້ອງວ່າການເມືອງ, ຫົວໜ້າຫ້ອງການ ຖວທ ເມືອງ ພ້ອມຄະນະ ແລະ ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ, ເຈົ້າຂອງຜູ້ປະກອບການຮ້ານອາຫານ ເຂົ້າຮ່ວມເຮັດວຽກນໍາ ແລະ ອຳ ນວຍຄວາມສະດວກໃນການເຄື່ອນໄຫວ;
ຕາມແຜນການເຄື່ອນໄຫວເຮັດວຽກຂອງຄະນະໃນຄັ້ງນີ້ ມີ 2 ບາດກ້າວ ເຊິ່ງໄລຍະທໍາອິດແມ່ນປະຊຸມຮ່ວມກັນ ເພື່ອປຶກສາຫາລືແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ລະຫວ່າງຂະແໜງການກ່ຽວຂ້ອງຂອງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດຜູ້ປະກອບການ, ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ການຈັດຕັ້ງປະຕິບັດຢູ່ເມືອງທຸລະຄົມໄລຍະຜ່ານມາ ເພື່ອສັງລວມແນວຄວາມຄິດທີ່ລວມສູນ ສົມທຽບກັບແຈ້ງການແນະນໍາ ແລະ ຄໍາສັ່ງຂອງຄະນະສະເພາະກິດເພື່ອປ້ອງກັນ, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ທຸກຂັ້ນວາງໄວ້;
ໃນກອງປະຊຸມພາຍຫລັງຄະນະປະທານໄດ້ກ່າວຈຸດປະສົງຂອງການລົງເຮັດວຽກ ແລະ ມີຄໍາເຫັນຊີ້ນໍາແລ້ວ, ຈາກນັ້ນ ຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ຕາງໜ້າຂຶ້ນລາຍງານສະພາບການຄຸ້ມຄອງການບໍລິ ການຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ຢູ່ພາຍໃນເມືອງ ໂດຍຫຍໍ້ ຕິດພັນກັບວຽກງານເສນາທິການໃຫ້ຄະນະສະເພາະກິດຂອງເມືອງ, ເຊິ່ງໂດຍລວມແລ້ວທົ່ວເມືອງແມ່ນມີຄວາມສະຫງົບປອດໄພ, ຍ້ອນປະຊາຊົນຊາວເມືອງມີຄວາມຕື່ນຕົວທາງດ້ານການເມືອງສູງ ແລະ ເຂົ້າຮ່ວມວຽກງານສະກັດກັ້ນພະຍາດໂຄວິດ 19 ແຕ່ຫົວທີ, ບັນ ດາເຈົ້າຂອງຫົວໜ່ວຍທຸລະກິດມີຄວາມເປັນເຈົ້າການປະຕິບັດມາດຕະການປ້ອງກັນ ແລະ ຮ່ວມມືກັບພາກສ່ວນກ່ຽວ ຂ້ອງເປັນຫູເປັນຕາຊ່ວຍກັນ, ບັນດາແຂກຄົນທີ່ມາໃຊ້ບໍລິການສ່ວນຫລາຍແມ່ນມາສະເພາະກຸ່ມໃຜລາວທີ່ຮູ້ຈັກການ ເຄື່ອນໄຫວເຊິ່ງກັນ ແລະ ກັນ ທີ່ມີການປ້ອງກັນຕົນເອງ ແລະ ມາພັກຜ່ອນປ່ຽນບັນຍາກາດແບບຄອບຄົວ, ເວົ້າລວມແລ້ວ ພາຍໃນເມືອງຍັງບໍ່ທັນມີປະກົດການຫຍໍ້ທໍ້ຫຍັງທີ່ເປັນການລະ ເມີດ ຄໍາສັ່ງ ແລະ ລະບຽບກົດໝາຍເກືອດຫ້າມ, ເຖິງມີກໍ່ພຽງເລັກນ້ອຍເຊິ່ງສາມາດຄວບຄຸມໄດ້, ເນື່ອງຈາກມີຄະນະພັກ-ຄະນະນໍາຂອງເມືອງ, ການນໍາຂອງພະແນກ ຖວທ ແລະ ຄະນະສະເພາະກິດທຸກຂັ້ນ ຊ່ວຍຊຸກຍູ້ຕິດຕາມໃຫ້ທິດຊີ້ນໍາປົກກະຕິຕໍ່ເນື່ອງ, ບັນດາຫົວໜ່ວຍຜູ້ປະກອບການສ່ວນຫລາຍລ້ວນແລ້ວແຕ່ຮັບຮູ້ເຂົ້າໃຈເລິກເຊິ່ງ, ມີບົດຮຽນການດໍາເນີນທຸລະກິດມາຫລາຍປີ ແລະ ໃຫ້ຄວາມຮ່ວມມືກັບການຈັດຕັ້ງກ່ຽວຂ້ອງທຸກຂັ້ນ;
ກອງປະຊຸມໄດ້ຄົ້ນຄວ້າຢ່າງກົງໄປກົງມາຢ່າງເລິກເຊິ່ງມີເນື້ອໃນ ບັນດາຜູ້ເຂົ້າຮ່ວມຕ່າງກໍ່ມີທັດສະນາແລກປ່ຽນທີ່ມີປະ ໂຫຍດ ເປັນທິດຊີ້ນໍາໃຫ້ຂັ້ນເມືອງ ແລະ ຫົວໜ່ວຍຜູ້ປະກອບການ ເຮັດໃຫ້ການເຮັດວຽກຂອງຄະນະສະເພາະກິດຄັ້ງນີ້ໄປຕາມແຜນການ ແລະ ຈຸດປະສົງທີ່ວາງໄວ້, ໂອກາດຕອນທ້າຍກອງປະຊຸມ ທ່ານ ສໍາພັນ ມະນີຈັນ ໄດ້ເນັ້ນໜັກ ແລະ ຮຽກຮ້ອງ ຕໍ່ກອງປະຊຸມ ເພື່ອບໍ່ໃຫ້ເມືອງທຸລະຄົມມີກຸ່ມສ່ຽງ ແລະ ມີກໍລະນີຜູ້ຕິດເຊື້ອພະຍາດໂຄວິດ 19 ເພີ່ມ ແລະ ບໍ່ໃຫ້ມີສະພາບບໍ່ດີເກີດຂຶ້ນ ຫລື ຖ້າມີການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ຫລື ກຸ່ມສ່ຽງມີເຊື້ອພະຍາດ ກໍ່ໃຫ້ຮີບຮ້ອນສົມທົບກັນແກ້ໄຂຢ່າງທັນເວລາ, ຮັບປະ ກັນໃຫ້ທຸກຄົນສາມາດທໍາມາຄ້າຂາຍ, ປະກອບອາຊີບສ້າງລາຍຮັບສູ່ຄອບຄົວ ບົນຫລັກການສາມຜົນປະໂຫຍດ ພາຍໃຕ້ວິຖີ່ຊີ ວິດແບບໃໝ່ໃນຍາມທີ່ບ້ານເມືອງຍັງມີຄວາມຫຍຸ້ງຍາກ ພາຍຫລັງສໍາເລັດກອງປະຊຸມ ຄະນະດັ່ງກ່າວຍັງໄດ້ລົງໄປຕິດຕາມກວດ ກາ ແລະ ແນະນໍາການບໍລິການຮ້ານອາຫານ-ຫົວໜ່ວຍທຸລະກິດທ່ອງທ່ຽວ ຕິດພັນກັບການປະຕິບັດມາດຕະການປ້ອງກັນພະ ຍາດໂຄວິດ 19 ອີກດ້ວຍ.