ປັດຈຸບັນສະພາບການການລະບາດ ຂອງພະຍາດ ໂຄວິດ 19 ຢູ່ແຂວງຫຼວງພະບາງ ມີທ່າອ່ຽງຊົງຕົວ ແລະມີລັກສະນະຫຼຸດລົງ ທັງຄ່ອຍໆ ເຂົ້າສູ່ສະພາບປົກກະຕິ ຄວບ ຄຸມໄດ້ ເຫັນໄດ້ຈາກບັນດາເມືອງ ທີ່ມີການກວດພົບຜູ້ຕິດເຊື້ອ ຄະນະສະ ເພາະກິດໄດ້ອອກມາດຕະການປິດການເຂົ້າ-ອອກ ທັງເລັ່ງຄົ້ນຫາຜູ້ຕິດເຊື້ອ ແລະຜູ້ສຳພັດໃກ້ສິດເຂົ້າມາປີ່ນປົວແຍກປ່ຽວ ແລະຈຳກັດບໍລິເວນໂດຍໄວ, ສ່ວນເມືອງທີ່ບໍ່ມີກໍລະນີຕິດເຊື້ອ ເປັນຕົ້ນ ເມືອງປາກແຊງ, ເມືອງພູຄູນ, ເມືອງໂພນທອງ ຍັງສືບຕໍ່ປະຕິບັດມາດຕະການທີ່ເຂັ້ມງວດ, ສ່ວນສະພາບພົ້ນເດັ່ນແມ່ນຢູ່ນະຄອນ ຫຼວງພະບາງ ແລະເມືອງປາກອູ ການລະບາດມີລັກສະນະກະແຈກກະຈາຍ ແລະມີການຕິດເຊື້ອໃໝ່ ໂດຍສະເພາະແມ່ນເມືອງປາກອູ ຊຶ່ງຈະຕ້ອງໄດ້ຕິດຕາມຢ່າງໃກ້ສິດ ແລະເພີ່ມມາດຕະການເຂັ້ມງວດ. ໂອກາດຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງ ພະຍາດ COVID-19 ຂັ້ນແຂວງຫຼວງພະບາງ ຖະແຫຼງຂ່າວ ປະຈໍາວັນທີ່ 17 ຕຸລາ 2021 ກ່ຽວກັບສະພາບ ການລະບາດຂອງພະຍາດ COVID-19 ຢູ່ພາຍໃນແຂວງ ດຣ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງລາວ ປະຈຳແຂວງຫຼວງພະບາງໃຫ້ຮູ້ວ່າ: ວັນທີ່ 16 ຕຸລາ 2021 ແຂວງຫຼວງພະບາງໄດ້ກວດຕົວຢ່າງທັງໝົດ 535 ຕົວຢ່າງ ພົບເຊື້ອໃໝ່ 49 ກໍລະນີ; ໃນນັ້ນ ຢູ່ນະຄອນ ຫຼວງພະບາງ ມີ 37 ກໍລະນີ ເປັນພະນັກງານຕໍາຫຼວດຢູ່ຄ້າຍຄຸມຂັງຜາໂອ 10 ກໍລະນີ ແລະນັກໂທດ 2 ກໍລະນີ; ຢູ່ບ້ານຜາສຸກ 12 ກໍລະນີ, ຢູ່ບ້ານໂພສີ 3 ກໍລະນີ; ບ້ານນາສໍາພັນ 4 ກໍລະນີ, ບ້ານໂພນສະອາດ 2 ກໍລະນີ, ບ້ານປ່ອງຄໍາ 1 ກໍລະນີ, ບ້ານຂາມຢ່ອງ 1 ກໍລະນີ, ບ້ານຄົກວ່າ 1 ກໍລະນີ ແລະບ້ານນາຫຼວງ 1 ກໍລະນີ, ເມືອງຊຽງເງິນມີ 4 ກໍລະນີ ຢູ່ບ້ານດອນໂມ, ເມືອງຈອມເພັັດ ມີ 3 ກໍລະນີ ຢູ່ບ້ານໜອງຈອງ, ເມືອງງອຍ ມີ 3 ກໍລະນີ ຢູ່ບ້ານໜອງຂຽວ, ວັດສົບຮຸນ ແລະບ້ານພູຫຼວງ, ເມືອງນໍ້າບາກ ມີ 2 ກໍລະນີ ຢູ່ບ້ານໂພນສະອາດ ແລະບ້ານໂພນມະນີ. ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ບຸກຄົນທີ່ເປັນກຸ່ມສ່ຽງ ຈາກການສໍາພັດ ລະດັບ 1, 2 ຫຼືື C1, C2 ໂດຍສະເພາະ C1, ຊຶ່ງຕິດພັນກັບຫາງສຽງສັງຄົມທີ່ມັກຖາມວ່າ ການເຄື່ອນໄຫວ ບໍ່ຈະແຈ້ງ, ບໍ່ທັນສະພາບ ຂໍໃຫ້ທ່ານເຂົ້າໃຈວ່າ ເມື່ອມີຈໍານວນຫຼາຍ, ການເກັບກຳເອົາປະຫວັດການເຄື່ອນໄຫວກໍ່ຈະຫຍຸ້ງຍາກ, ບໍ່ທ່ວງທັນ, ຈໍານວນໜຶ່ງກໍ່ປິດບັງຄວາມຈິງ ສະນັ້ນ ເພື່ອແກ້ໄຂສະພາບນີ້ ຮຽກຮ້ອງໃຫ້ ບຸກຄົນທີ່ເປັນກຸ່ມສ່ຽງ ເວລາເດີນທາງມາເກັບຕົວຢ່າງ ແມ່ນບໍ່ໃຫ້ແວ່ໃສ, ເກັບແລ້ວກໍ່ກັບໄປກັກຕົວ ແລະທົບທວນການເຄື່ອນໄຫວຂອງຕົນເອງ 10 ວັນຜ່ານມາວ່າ: ໄດ້ໄປໃສແດ່, ໄດ້ພົບກັບໃຜ ແລ້ວຈົດບັນທຶກໄວ້; ກໍລະນີຖ້າວ່າມີຜົນບວກ ກໍ່ສົ່ງປະຫວັດ ການເຄື່ອນໄຫວນັ້ນ ໃຫ້ພະນັກງານແພດໝໍ ກໍ່ຈະເຮັດໃຫ້ໄວຂຶ້ນ ແລະທັນເວລາຂຶ້ນຕື່ມ; ອີກຢ່າງໜຶ່ງຫາກວ່າຜູ້ຕິດເຊື້ອບອກບໍ່ໝົດ ຖ້າຕົນເອງຮູ້ວ່າໄດ້ສໍາພັດ ກໍ່ຕຶ່ນຕົວຈິງໃສສະເໜີຕົວ ກໍລະນີ C2 ແມ່ນຜູ້ສໍາພັດຕໍ່ໄປ ກໍ່ໃຫ້ກັກຕົວແຍກປ່ຽວແທ້ໆ ແລະໃຫ້ພະຍາຍາມທົບທວນການເຄື່ອນໄຫວ ແລະ ບັນທຶກຄືກໍລະນີ C1; ຖ້າຫາກວ່າ C1 ພົບເຊື້ອ, ຕົນເອງກໍ່ຈະກາຍເປັນ C1 ແທນ ແລະຈະບໍ່ມີ C2 ມາເພີ່ມ ຈື່ງຈະສາມາດຕັດວົງຈອນຂອງການແພ່ເຊື້ອໄດ້.
Loading...