ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມໂຄວິດ19 ຖະແຫລງຕໍ່ສື່ມວນຊົນ ຕອນບ່າຍວັນທີ 19 ພຶດສະພານີ້ເຖິງວຽກງານເຝົ້າລະວັງ ແລະ ວິເຄາະວ່າ: ມື້ຜ່ານມາໄດ້ເກັບຕົວຢ່າງມາກວດທັງໝົດ 88 ຄົນ, ໃນນັ້ນ ມີກໍລະນີສົງໄສ 2 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 68 ຄົນ, ແຮງງານຫວຽດນາມທີ່ເຂົ້າມາລາວ 18 ຄົນ. ຜົນກວດທັງໝົດຂອງມື້ວານນີ້ແມ່ນ ບໍ່ພົບເຊື້ອໃໝ່.
ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4,653 ຕົວຢ່າງ, ມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 19 ຄົນ, ຍັງນອນຕິດຕາມຢູ່ໂຮງໝໍ 5 ຄົນ, ທັງໝົດມີອາການປົກກະຕິ.
ຮອດວັນທີ 19 ພຶດສະພາ ທົ່ວໂລກມີຜູ້ຕິດເຊຶ້ອ 4.890.664 ຄົນ, ເສຍຊີວິດ 320.125 ຄົນ. ອາເມລິກາ : ມີຜູ້ຕິດເຊື້ອອັນດັບໜຶ່ງຂອງໂລກຄື 1.550.294 ຄົນ, ເສຍຊີວິດ 92.000 ຄົນ. ອັນດັບສອງແມ່ນຣັດເຊຍ ມີຜູ້ຕິດເຊື້ອ 290.678 ຄົນ. ເສຍຊີວິດ 2.722 ຄົນ, ອັນດັບ3 ແມ່ນແອັສປາຍ ມີຜູ້ຕິດເຊື້ອທັງໝົດ 278. ຄົນ, ເສຍຊີວິດ 27.700ຄົນ.
ສໍາລັບປະເທດສະມາຊິກອາຊຽນ: ສິງກະໂປ ມີຜູ້ຕິດເຊື້ອ 28.343 ຄົນ, ເສຍຊີວິດ 22 ຄົນ, ປົວດີ 9.835 ຄົນ, ອິນໂດເນເຊຍ: ຕິດເຊື້ອ 18.010 ຄົນ, ເສຍຊີວິດ 1.191 ຄົນ, ປົວດີ 4.324 ຄົນ
ຟິລິປິນ: ຕິດເຊື້ອ 12.718 ຄົນ, ເສຍຊີວິດ 831 ຄົນ, ປົວດີ 2.729 ຄົນ
ມາເລເຊຍ: ຕິດເຊື້ອ 6.941 ຄົນ, ເສຍຊີວິດ 113 ຄົນ, ປົວດີ 5.615 ຄົນ
ໄທ: ຕິດເຊື້ອ 3.031 ຄົນ, ເສຍຊີວິດ 56 ຄົນ, ປົວດີ 2.857 ຄົນ
ຫວຽດນາມ: ຕິດເຊື້ອ 324 ຄົນ, ບໍ່ມີຜູ້ເສຍຊີວິດ, ປົວດີ 263 ຄົນ
ມຽນມາ: ຕິດເຊື້ອ 188 ຄົນ, ເສຍຊີວິດ 6 ຄົນ, ປົວດີ 101 ຄົນ
ບຣູໄນ: ຕິດເຊື້ອ 141 ຄົນ, ເສຍຊີວິດ 1 ຄົນ, ປົວດີ 136 ຄົນ
ກຳປູເຈຍ: ຕິດເຊື້ອ 122 ຄົນ, ບໍ່ມີຜູ້ເສຍຊີວິດ, ປົວດີ 122 ຄົນ
ຕີມໍເລສເຕ: ຕິດເຊື້ອ 24 ຄົນ, ບໍ່ມີຜູ້ເສຍຊີວິດ, ປົວດີໝົດ 24 ຄົນແລ້ວ
ທ່ານພູທອນ ເມືອງປາກ ໃຫ້ຮູ້ເຖິງວຽກງານຈຸດຜ່ານດ່ານວ່າ: ມື້ຜ່ານມາມີຜູ້ເດີນທາງເຂົ້າມລາວທັງໝົດ 1,761 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 1,079 ຄົນ, ມີແຮງງານລາວກັບມາຈາກປະເທດໄທ 6 ຄົນ ເຊິ່ງຜ່ານດ່ານວັງເຕົ່າ-ຊ່ອງເມັກ ແຂວງຈໍາປາສັກ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ.
ຈຸດຜ່ານດ່ານລາວ-ຈີນ 8 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ.
ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 584 ຄົນ, ໃນນັ້ນ ຄົນລາວ 25 ຄົນ ແມ່ນກັບມາແຕ່ວຽກລັດຖະການ ຜ່ານດ່ານນ້ຳພ້າວ, ແຂວງບໍລິຄຳໄຊ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ.
ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 90 ຄົນ ເຊິ່ງເຂົ້າມາໃນວັນທີ 17 ພຶດສະພາ (ໃນນີ້ ມີນັກສຶກສາລາວກັບມາຈາກເມືອງອູຫັ້ນ 8 ຄົນ, ກັບຈາກເມືອງຊູໂຈ 5 ຄົນ, ຄົນຈີນມາສ້າງທາງລົດໄຟ 77 ຄົນ, ທັງຫມົດ ແມ່ນຖືກອະນຸຍາດຈາກຄະນະສະເພາະກິດ).ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້. ແລະແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນກ່ວາຈະຄົບກຳນົດ 14 ວັນ.