ຈາກກໍລະນີທີ່ມີສື່ອອນລາຍ ເຜີຍແຜ່ເມື່ອບໍ່ດົນມານີ້ ວ່າ: ສປປ ລາວ ມີຕຽງບໍ່ພຽງພໍສໍາລັບຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ບໍ່ພຽງພຽງກັບຄວາມຕ້ອງການ.
ຕໍ່ຂ່າວດັ່ງກ່າວ, ດຣ ຄຳພົ້ວ ສຸດທິສົມບັດ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ຢືນຢັນໃນໂອກາດຖະແຫລງຂ່າວປະຈໍາວັນທີ 27 ສິງຫາ 2021 ວ່າ: ບໍ່ເປັນຄວາມຈິງ ເພາະຕຽງສໍາລັບຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວ ຍັງພຽງພໍກັບຄວາມຕ້ອງການ.
ດຣ ຄຳພົ້ວ ສຸດທິສົມບັດ ໃຫ້ຮູ້ວ່າ: ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູງກາງ ນໍາໃຊ້ໂຮງໝໍເພື່ອປິ່ນປົວຜູ້ຕິດເຊື້ອພະຍ່າດໂຄວິດ-19 ທັງຢູ່ສູນກາງ ແລະ ທ້ອງຖິ່ນລວມທັງໝົດ 20 ແຫ່ງ ແລະ ໂຮງໝໍພາກສະ ໜາມ 22 ແຫ່ງ. ໃນນິ້ ສະເພາະຢູ່ນະຄອນຫລວງວຽງຈັນ ນໍາໃຊ້ 3 ໂຮງໝໍຫລັກ ຄື: ໂຮງໝໍມິດຕະພາບ 150 ຕຽງ, ໂຮງໝໍເສດຖາທິຣາດ ແລະ ໂຮງໝໍ 103 ກອງທັບ. ນອກ ຈາກນີ້ ຍັງມີໂຮງໝໍພາກສະໜາມ 5 ແຫ່ງ ຄື: ສູນກິລາລ້ານຊ້າງ, ສູນຫລັກ 27, ສູນກິລາຫ້ວຍຫົງ, ສູນ ມຊ ດົງໂດກ, ສູນກິລາຫລັກ 16. ລວມຕຽງທີ່ສາມາດຮອງຮັບຄົນເຈັບໄດ້ ຢູ່ຂັ້ນສູນກາງທັງໝົດ 1.376 ຕຽງ, ໃນນີ້ ນໍາໃຊ້ປິ່ນປົວຜູ້ຕິດເຊື້ອແລ້ວ 890 ຕຽງ, ເຮັດໃຫ້ເຫລືອຕຽງວ່າງ 234 ຕຽງ. ພ້ອມນີ້ ຄະນະສະເພາະກິດ ຍັງມີແຜນນໍາໃຊ້ ອີກ 1 ຕຶກຢູ່ສູນກິ ລາຫລັກ 16 ສາມາດຮອງຮັບໄດ້ 180 ຕຽງ ແລະ ສູນ ມຊ ດົງໂດກ 1 ຕືກ ສາມາດຮອງຮັບໄດ້ 150 ຕຽງ ທີ່ກະກຽມສໍາຮອງໄວ້ຖ້າຫາກມີຜູ້ຕິດເຊື້ອເພີ່ມຂຶ້ນຫລາຍໃນຕໍ່ໜ້າ.
ສໍາລັບຢູ່ຂັ້ນທ້ອງຖິ່ນ ກໍຄື ບັນດາແຂວງທົ່ວປະເທດ ສໍາລັບໂຮງໝໍແຂວງ ມີຕຽງສາມາດຮອງຮັບຜູ້ຕຕິດເຊື້ອພະຍາດໂຄວິດ-19 ລວມທັງ ໝົດ 1.133 ຕຽງ. ສ່ວນໂຮງໝໍພາກສະໜາມ ໂດຍສະເພາະຢູ່ແຂວງທີ່ມີຜູ້ຕິດເຊື້ອຫລາຍ ຄື: ແຂວງສະຫວັນນະເຂດ ມີ 3 ແຫ່ງ ຄື: ໂຮງໝໍພາກສະ ໜາມ ຫລັກ 9, ໂຮງໝໍພາກສະໜາມອັບເກນ ແລະ ໂຮງໝໍພາກສະໜາມ ວິທະຍາໄລວິທະຍາສາດສຸຂະພາບ ສາມາດຮອງຮັບຄົນເຈັບລວມກັນໄດ້ທັງໝົດ 2.230 ຕຽງ. ແຂວງຄໍາມ່ວນ ມີ 4 ແຫ່ງ ຄື: ໂຮງໝໍພາກສະໜາມສູນວັດທະນະ ທຳ, ໂຮງໝໍພາກສະໜາມ ໂຮງຮຽນ ມ. ປາຍ ທ່າແຂກ ແລະ ໂຮງໝໍພາກສະໜາມຕະຫລາດພະນົມພອນ ສາມາດຮອງຮັບ ຄົນເຈັບລວມກັນໄດ້ທັງໝົດ 990 ຕຽງ. ແຂວງຈໍາປາສັກ ມີ 4 ແຫ່ງ ຄື: ໂຮງໝໍພາກສະໜາມໂພນທອງ, ໂຮງໝໍວິທະຍາໄລການເງິນ, ໂຮງໝໍສະໜາມວິທະຍາໄລຈຳປາສັກ ແລະ ໂຮງໝໍທະຫານ 106 ສາມາດຮອງຮັບລວມກັນໄດ້ທັງໝົດ 1.176 ຕຽງ ແລະ ແຂວງສາລະວັນ ມີ 1 ແຫ່ງ ຄື: ໂຮງໝໍພາກສະໜາມ ໂຮງຮຽນ ມສ ຊົນເຜົ່າ ສາມາດຮອງຮັບໄດ້ 663 ຕຽງ.
ດຣ ຄຳພົ້ວ ສຸດທິສົມບັດ ຢືນຢັນຕື່ມວ່າ: ປັດຈຸບັນ ຕຽງເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ລາວ ແມ່ນມີພຽງພໍກັບຄວາມຕ້ອງການ, ເຊັ່ນດຽວກັບ ດ້ານບຸກຄະລາກອນທາງການແພດ ແລະ ອຸປະກອນການແພດຕ່າງໆ ຍັງພຽງພໍກັບຄວາມຕ້ອງການ.
ສໍາລັບຢູ່ ສປປ ລາວ ມາຮອດວັນທີ 27 ສິງຫາ 2021 ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 14.351 ຄົນ, ໃນນີ້ ເສຍຊີວິດສະສົມ 12 ຄົນ ແລະ ກໍາລັງປິ່ນປົວ ທັງໝົດ 4.928 ຄົນ.
Cr: ບຸນຕຽງ ຈັນທະວົງ
ພາບປະກອບ

