ໃນລະຫວ່າງວັນທີ 4 ຫາ 5 ທັນວາ 2021, ຄະນະສະເພາະກິດວ່າດ້ວຍການໂຄສະນາປະຊາສໍາພັນ ວຽກ ງານຕ້ານ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນເມືອງ, ນໍາໂດຍ ທ່ານ ສະໄໝ ພິມມະສອນ ຮອງຫົວໜ້າຄະນະໂຄສະນາ-ອົບ ຮົມເມືອງພ້ອມດ້ວຍທີມງານ, ໄດ້ສືບຕໍ່ລົງເຄື່ອນ ໄຫວວຽກງານໂຄສະ ນາວຽກງານຕ້ານ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ພາຍໃນເມືອງ.
ການລົງເຄື່ອນໄຫວໂຄສະນາໃນຄັ້ງນີ້ ກໍ່ເພື່ອເປັນການປຸກລະດົມທາງດ້ານສະຕິຂອງປວງຊົນພາຍໃນເມືອງ ໃນການປະ ກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດ ຕໍ່ກັບບັນດາມາດຕະການທີ່ທາງຄະນະສະເພາະກິດແຕ່ລະຂັ້ນ ແຕ່ສູນ ກາງ ລົງຮອດທ້ອງຖິ່ນຕໍ່ກັບການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະແມ່ນການປະຕິບັດຫຼັກການດໍາລົງຊີວິດແບບໃໝ່, ການຮັກສາສຸຂະອານາໄມ, ການຮັກສາສຸຂະພາບຂອງຕົນເອງ ແລະ ຄອບຄົວ ເປັນຕົ້ນແມ່ນເດັກນ້ອຍ ກັບຜູ່ເຖົ້າ, ການເຮັດອະນາໄມບ້ານຊ່ອງເຮືອນຊານ, ການປຸກລະດົມການຮັບວັກຊີນ, ການຕິດຕາມ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕ່າງໆຕາມລະດູການຂອງຄົນ ແລະ ສັດລ້ຽງ, ການສົ່ງເສີມການຜະລິດ ແລະ ການຕ້ານ ແລະສະກັດກັ້ນບັນດາໜໍ່ແໜ່ງ ທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ.
ຂ່າວ: ເມືອງຊະນະຄາມ
