ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າ ຂອງວັນທີ 20 ສິງຫາ 2021 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງເມືອງຊະນະຄາມ, ທ່ານ ນາງ ອິນຄຳ ພັນດາລາ ກຳມະການພັກແຂວງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຂວງວຽງຈັນ ທັງເປັນຄະນະສະເພາະກິດ ແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຕິດຕາມ ຊຸກຍູ້ ການຈັດຕັ້ງປະຕິບັດ ມາດຕະການຈັດຕັ້ງປະຕິບັດ ມາດຕະການປ້ອງກັນໂຄວິດ-19 ໂດຍການເປັນກຽດຕ້ອນຮັບ ຂອງທ່ານ ບຸນຊ່ວງ ວັນສີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ຫົວໜ້າຄະນະສະເພາະກິດ ເມືອງຊະນະຄາມ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ,ນາຍບ້ານ ມີຜູ້ປະກອບການທຸລະກິດ ຮ້ານອາຫານ, ກິນດື່ມ, ບັນເທິງ, ເຮືອນພັກ ກໍເປັນກຽດເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນຊ່ວງ ວັນສີ ຫົວໜ້າຄະນະສະເພາະກິດ ຕ້ານການແຜ່ລະບາດເຊື້ອພະຍາດໂຄວິດ-19 ຂັ້ນເມືອງຊະນະຄາມໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບ 2 ໃນໄລຍະຜ່ານມາ ພາຍຫຼັງໄດ້ຮັບຄຳສັ່ງ ຂອງທ່ານ ນາຍົກລັດຖະມົນຕີ ເລກທີ 15/ ນຍ ຄະນະສະເພາະຂັ້ນເມືອງຊະນະຄາມໄດ້ຈັດຕັ້ງປະຕິບັດມາດຕະການ ໂຄສະນາຜ່ານໂທລະໂຄ່ງ ຂອງເມືອງ,ບ້ານ ແລະເຄື່ອນທີ່ ຂອງເມືອງ ກຳນົດຈຸດກວດຄົນເຂົ້າ-ອອກ ເມືອງ ການເວນຍາມ ຕາມສາຍແດນ ເພື່ອປ້ອງກັນ ການລັກລອບຂ້າມຕາມຊາຍແດນ ແບບບໍ່ຖຶກຕ້ອງ ພ້ອມນີ້ເມືອງຊະນະຄາມມີສູນກັກກັນ 5 ສູນ ແລະມີຄົນເຂົ້າສູນສະສົມ ທັງໝົດ 1.621 ຄົນ ຍິງ 763 ຄົນ, ຕົກມາປັດຈຸບັນ ຍັງເຫຼືອ 85 ຄົນ, ຍິງ 42 ຄົນ, ໃນນີ້ມີ 1 ສູນທີ່ ຖືກກຳນົດໃຫ້ ເປັນສູນ ຂອງແຂວງ ເພື່ອຮອງຮັບແຮງງານເຂົ້າມາ ແລະໄດ້ຮັບແຮງງານລາວທີ່ເຄື່ອນຍ້າຍມາຈາກສູນຫຼັກ 27 ຈຳນວນ 21 ຄົນ ແລະໄດ້ກວດພົບເຊຶ້ອພະຍາດ ໂຄວິດ-19 ຈຳນວນ 10 ຄົນ ທີ່ກໍາລັງນອນປິ່ນປົວ. ສ່ວນ ການສັກວັກຊິນ ຊີໂນຟາມ ໃຫ້ກຸມເປົ້າໝາຍ ທັງເຂັມ1 ແລະເຂັມ2 ໄດ້ທັງໝົດ 95%, ພ້ອມນີ້ຕົວເລກຜູ້ສັກວັກຊິນ ຈອນສັນ ແອນ ຈອນສັນ ປັດຈຸບັນປະຕິບັດໄດ້ທັງໝົດ 10.767 ຄົນ,ຍິງ 6.172 ຄົນ ແລະຜູ້ທີ່ໄດ້ຮັບວັກຊິນ ເອັດຕ໋າເຊນິກາ ມີທັງໝົດ 2.438 ຄົນ ໃນນີ້ປະກອບມີກຸ່ມສ່ຽງ, ກຸ່ມມີພະຍາດຊໍ່າເຮື້ອ ແລະກຸ່ມຜູ້ມີອາຍຸ 60 ປີຂຶ້ນໄປ.
ກອງປະຊຸມຍັງໄດ້ຮັບຟັງ ການໂອ້ລົມ ຂອງທ່ານ ນາງ ອິນຄຳ ພັນດາລາ ກຳມະການພັກ ຫົວໜ້າພະແນກແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວແຂວງ ຄະນະສະເພາະກິດຕ້ານການແຜ່ລະບາດ ໂຄວິດ- 19 ແຂວງວຽງຈັນ ໂດຍໄດ້ເນັ່ນໃຫ້ເອົາໃຈໃສ່ປະຕິບັດເມືອງຊະນະຄາມຕ້ອງເປັນເຈົ້າການ ໃນການປະຕິບັດມາດຕະການ ຕາມແຈ້ງການ ຄຳສັງຕ່າງໆ ຍົກສູງຄວາມຮັບຜິດຊອບ ຂອງຕົນໃຫ້ສູງ ມີສະຕິລະວັງຕົວປ້ອງກັນຕົນເອງ ຫຼິກລຽງການຊຸມແຊວ ຮັກສາໄລຍະຫ່າງ ເພື່ອຕອບໂຕ້ກັບພະຍາດດັ່ງກ່າວໃຫ້ຫຼຸດນ້ອຍຖອຍລົງ ພ້ອທທັງໄດ້ກ່າວ ຍ້ອງຍໍຊົມເຊິຍບັນດາ ຄະນະນຳ ຂັ້ນເມືອງ ທີ່ໄດ້ເອົາໃຈໃສ່ ການຈັດຕັ້ງປະຕິໜ້າໜ້າທີ່ ຂອງຕົນເປັນຢ່າງດີ ແລະມີຜົນສຳເລັດໃນທຸກດ້ານ ແລະບັນດາຮ້ານກິນດື່ມ ບັນເທີງ ທີ່ໄດ້ປະຕິບັດຕາມຄຳສັ່ງ ຂັ້ນເທິງວາງອອກໄດ້ເປັນຢ່າງດີ.