ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 02 ພະຈິກ 2023, ທີ່ສະພາແຫ່ງຊາດ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ມອບຄອມພິວເຕີ (Laptop Computer HUAWEI) ທີ່ໄດ້ຮັບການຊ່ວຍເຫຼືອຈາກ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ (China Foundation for Peace and Development) ຈຳນວນ 10 ຊຸດ, ມູນຄ່າ 41.990 ຢວນ ໃຫ້ແກ່ໂຮງຮຽນປະຖົມສົມບູນບ້ານໜອງປີງ, ເມືອງຈັນທະບູລີ, ນະຄອນຫຼວງວຽງ ຈັນ. ໃຫ້ກຽດມອບໂດຍ ທ່ານ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະ ພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ຮັບໂດຍ ທ່ານ ນາງ ພັນທອງ ຄຳທອງມີ, ອຳນວຍ ການໂຮງຮຽນປະຖົມສົມບູນບ້ານ ໜອງປີງ.
ໂຮງຮຽນປະຖົມ ບ້ານ ໜອງປີງ ແມ່ນໂຮງຮຽນທີ່ສ້າງຂຶ້ນໂດຍການຮ່ວມມືລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ສ້າງຂຶ້ນໃນປີ 2014 ເປັນໂຮງຮຽນສັນຍາລັກຫຼັງທໍາອີດພາຍໃຕ້ໂຄງການເພື່ອນເສັ້ນທາງສາຍໄໝ.
ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແລະ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ໄດ້ຮ່ວມມືກັນ ປະກອບສ່ວນໃນການພັດທະນາຢູ່ ສປປ ລາວ ຢ່າງຫຼວງຫຼາຍເປັນຕົ້ນ ແມ່ນພື້ນຖານໂຄງລ່າງການສຶກສາ. ປະຈຸບັນສອງອົງການຈັດຕັ້ງໄດ້ຮ່ວມກັນສ້າງໂຮງຮຽນປະຖົມ ແລະ ມັດທະຍົມ ຈໍານວນ 17 ຫຼັງ ໃນ 9 ແຂວງ ຢູ່ ສປປ ລາວ. ນອກນັ້ນ, ຍັງໄດ້ຊ່ວຍເຫຼືອອຸປະກອນການຮຽນການສອນ, ອຸປະກອນການແພດໃນຊ່ວງການລະບາດຂອງພະຍາດໂຄວິດ 19.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ