ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 12 ກໍລະກົດນີ້ ຄະນະສື່ມວນຊົນ, ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບອົງການສະຫະປະຊາຊາດ ສໍາລັບເດັກປະຈໍາລາວ ຫລື ຢູນີເຊບ ແລະ ໜ່ວຍງານປຸກລະດົມຊຸມຊົນ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ສຶບຕໍ່ເຄື່ອນໄຫວເກັບກໍາຂ່າວກ່ຽວກັບ ຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ 19, ຢູ່ຈຸດບໍລິການສັກວັກຊິນ ບ້ານນາເປາະ ເມືອງພີນ ແຂວງສະຫວັນນະເຂດ.
ດຣ ສີສົມແພງ ໄຊຍະວົງ ຫົວໜ້າ ຫ້ອງການສາທາລະ ນະສຸກເມືອງ ພີນໄດ້ລາຍ ງານກ່ຽວ ກັບຄວາມ ຄືບໜ້າການຈັດຕັ້ງປະຕິບັດວຽກງານ ການສັກວັກຊິນປ້ອງກັນພະຍາດໂຄວິດ 19 ໃນໄລຍະຜ່ານປະຕິບັດຮອບທໍາອິດ ເຊິ່ງເປັນໄລຍະທີ່ມີການແພ່ລະບາດໂຄວິດ 19 ຮຸນແຮງເຫັນວ່າ ອັດຕາການສັກວັກຊິນ ຂອງປະຊາຊົນເພີ່ມຂຶ້ນຫລາຍຈົນເຮັດໃຫ້ ເມືອງໄດ້ ແບ່ງຈຸດສັກວັກຊິນອອກເປັນ 14 ຈຸດທົ່ວເມືອງ ສະເລ່ຍຈຸດໜຶ່ງ ສາມາດສັກບັນລຸໄດ້ຫລາຍກວ່າ 1.000 ຄົນ, ຕໍ່ມາໄລຍະໜຶ່ງໄດ້ເພີ່ມໜ່ວຍສັກວັກຊິນເຄື່ອນທີ່ອີກ 20 ໜ່ວຍງານພ້ອມທັງຂະຫຍາຍຈຸດສັກວັກຊິນອອກເປັນ 171 ຈຸດ, ມາຮອດທ້າຍປີ 2021 ຫາຕົ້ນປີ 2022 ສາມາດສະຫລຸບຕົວເລກໃນການສັກວັກຊິນ ໄດ້ເຂັມທີ 1 ກວມເອົາ ຫລາຍກວ່າ 40 ສ່ວນຮ້ອຍ ແລະ ເຂັມທີ 2 ກວມເອົາຫລາຍກວ່າ 35 ສ່ວນຮ້ອຍ, ມາຮອດປັດຈຸບັນ ສະພາບການລະບາດຂອງພະຍາດໂຄວິດເລີ່ມຫລຸດລົງຕໍ່ເນື່ອງ ບວກກັບລັດຖະບານ ອະນຸຍາດ ເປີດປະເທດ ເຊຶ່ງເຮັດໃຫ້ອັດຕາການສັກວັກຊິນຢູ່ເມືອງພີນເລີ່ມຫລຸດລົງຍ້ອນປະຊາຊົນຈໍານວນໜຶ່ງສັບສົນໃນການຮັບຂໍ້ມູນຂ່າວສານຈາກສື່ອອນລາຍ ແລະ ສື່ທາງການ, ມີຄວາມເຊື່ອຖືວ່າພະຍາດບໍ່ລະບາດແລ້ວບໍ່ໄປສັກກະໄດ້ ຫລື ເກີດມີຄວາມຢ້ານໃນເວລາ ໄປສັກອື່ນໆ .
ທ່ານໝໍ ນາງ ຄໍາແສນ ຈັນທະວົງ ຮອງຫົວໜ້າໜ່ວຍງານສົ່ງເສີມ ຮັບຜິດຊອບ ວຽກງານສັກຢາກັນພະຍາດຂັ້ນເມືອງໃຫ້ສໍາພາດວ່າ: ປັດຈຸບັນ ສະພາບການແພ່ລະບາດຂອງພະຍາດໂຄວິດ 19 ຢູ່ ເມືອງພີນ ແຂວງສະຫວັນນະເຂດ ແມ່ນຫລຸດລົງຕໍ່ເນື່ອງ ແລະ ເກືອບຈະບໍ່ມີ ເລີຍ, ສະນັ້ນ ອັດຕາໃນການສັກວັກຊິນປ້ອງກັນໂຄວິດ 19 ຂອງປະຊາຊົນພາຍ ໃນເມືອງນັບມື້ຫລຸດລົງສາເຫດຍ້ອນປະຊາຊົນຈໍານວນໜຶ່ງຍັງສັບ ສົນໃນການຮັບຂໍ້ມູນຄວາມຮູ້ ທີ່ຂາດເຄື່ອນຈາກແຕ່ລະພາກສ່ວນກ່ຽວຂ້ອງ ແລະ ສັກໄປແລ້ວເຮັດໃຫ້ຕົນເອງ ເກີດມີຜົນຂ້າງຄຽງເປັນຕົ້ນ: ມີອາການເຈັບເປັນອື່ນໆ.
ສ່ວນປະຊາຊົນທີ່ໄດ້ໄປສັກວັກຊິນປ້ອງກັນພະຍາດໂຄວິດ 19 ໃນຄັ້ງນີ້ໄດ້ ໃຫ້ທັດສະນະວ່າ: ມີຄວາມພາກພູມໃຈຫລາຍທີ່ພັກ ແລະ ລັດຖະບານກໍ່ຄື ຄະນະສະເພາະກິດຂັ້ນແຂວງ ທີ່ໃຫ້ຄວາມສໍາຄັນແກ່ ປະຊາຊົນໃນການສັກວັກຊິນປ້ອງກັນພະຍາດໂຄວິດ 19 ຄັ້ງນີ້ ເຊຶ່ງການສັກວັກຊິນກໍ່ເປັນສິ່ງທີ່ດີໜຶ່ງ ໃນການຊ່ວຍປ້ອງກັນພະຍາດໂຄວິດ 19 ທັງຊ່ວຍປ້ອງ ກັນໃຫ້ຕົວເອງໃນການຕິດເຊື້ອພະຍາດ ຫລື ວ່າຕິດເຊື້ອແລ້ວກໍ່ຈະບໍ່ເກີດອາການຮຸນແຮງສໍາລັບຜູ້ທີ່ໄດ້ສັກວັກຊິນຄົບໂດສແລ້ວ.
ບ້ານນາເປາະເປັນບ້ານໜຶ່ງທີ່ນອນຢູ່ໃນຈໍານວນ 171 ບ້ານທົ່ວເມືອງພີນ ປະກອບມີ 85 ຫລັງຄາເຮືອນ, ມີ 171 ຄອບຄົວ ແລະ ມີປະຊາກອນທັງໝົດ 518 ຄົນ ໃນນີ້ ມີຍິງ 268 ຄົນ, ປະຊາຊົນສ່ວນໃຫຍ່ຖືອາຊີບກະສິກໍາເຊັ່ນ: ເຮັດນາ, ລ້ຽງສັດ ແລະ ຄ້າຂາຍຈໍານວນໜຶ່ງ, ສ່ວນອັດຕາການສັກວັກຊິນຂອງປະຊາຊົນພາຍໃນບ້ານ ເຂັມທີ 1 ບັນລຸໄດ້ຫລາຍກວ່າ 80 ສ່ວນຮ້ອຍ, ເຂັມທີ 2 ບັນລຸໄດ້ຫລາຍກວ່າ 60 ສ່ວນຮ້ອຍ.
ຂ່າວ;ພາບ: ບຸນຍັງ ພຸດສະຫວັດ
May be an image of 1 person, sitting and outdoors
May be an image of 4 people, child, people sitting, people standing and outdoors