ໃນວັນທີ 11 ກໍລະກົດນີ້ ຄະນະສື່ມ່ວນຊົນ,ກົມສື່ມວນຊົນ ກະຊວງຖະແຫຼງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ ຫລື ຢູນີເຊບ ແລະ ໜ່ວຍງານປຸກລະ ດົມຊຸມຊົນ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ນໍາໂດຍ ທ່ານ ສັງຂານ ຈູມຄໍາພັນ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີທ່ານ ຕະບອງເພັດ ພຸດທະວົງ ຕາງໜ້າ ອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ ແລະ ດຣ ທອງຄໍາ ບຸນສຸລິວົງ ຕາງໜ້າໜ່ວຍງານ ປຸກລະ ດົມຊຸມຊົນ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກໄດ້ເຂົ້າ ພົບປະກັບທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງ ສະຫວັນນະເຂດ ໃນໂອກາດເຄື່ອນໄຫວເກັບກໍາຂ່າວກ່ຽວກັບຂະບວນການສັກວັກຊິນ ປ້ອງກັນພະ ຍາດໂຄວິດ 19, ວັກຊິນຮອບປົກກະຕິຢູ່ແຂວງ ສະຫວັນນະເຂດ ຢູ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ.
ໃນໂອກາດນີ້ ທ່ານ ສັງຂານ ຈູມຄໍາພັນ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງ ຊາດລາວໄດ້ຕາງໜ້າຄະນະໄດ້ລາຍງານຈຸດປະສົງຂອງການການລົງໄປເຄື່ອນໄຫວໃນຄັ້ງນີ້ໂດຍຫຍໍ້ ໃຫ້ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ສະຫວັນນະເຂດໄດ້ຮັບຊາບ ເພື່ອເປັນການຊຸກຍູ້ຂະບວນການສັກວັກຊິນປ້ອງກັນພະຍາດ ໂຄວິດ 19, ວັກຊິນຮອບປົກກະຕິແມ່ ແລະ ເດັກ ໂດຍສະເພາະແມ່ນຂະບວນການສັກວັກຊິນປ້ອງ ກັນພະຍາດໂຄວິດ 19 ຢູ່ 3 ເມືອງຂອງແຂວງສະຫວັນນະເຂດຄື: ເມືອງພີນ, ທ່າພະລານໄຊ ແລະ ເມືອງຊົນບູລີ ເຫັນວ່າອັດຕາການສັກວັກຊິນປ້ອງກັນໂຄວິດຕໍ່າກວ່າໝູ່ໃນທົ່ວແຂວງ. ຈາກນັ້ນ ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສະຫວັນນະເຂດໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ໂດຍສະ ເພາະສື່ມວນຊົນແຂວງສະຫວັນນະເຂດຕໍ່ການປະກອບສ່ວນໂຄສະນາກ່ຽວກັບການຄວບຄຸມຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ 19 ໂດຍໄດ້ແບ່ງໜ່ວຍງານເຄື່ອນໄຫວກໍ່ຄືໂຄ ສະນາເປັນແຕ່ລະໄລຍະເພື່ອປຸກລະດົມຊຸກຍູ້ໃຫ້ພາກສ່ວນຕ່າງໆເອົາໃຈໃສ່ໃນການປ້ອງກັນພະຍາດໂຄວິດ 19 ພ້ອມທັງໃຫ້ຄວາມຮູ້ແກ່ປະຊາຊົນໄດ້ຮູ້ຈັກຜົນຮ້າຍຂອງພະຍາດໂຄວິດ 19 ແລະ ພ້ອມພຽງ ກັນໄປສັກວັກຊິນປ້ອງກັນພະຍາດໂຄວິດ 19 ນັບມື້ຫລາຍຂຶ້ນ.
ຈາກນັ້ນ ທາງຄະນະໄດ້ເຂົ້າພົບປະກັບ ດຣ ຕຽງຄໍາ ປ້ອງວົງສາ ຫົວໜ້າພະແນກສາທາລະນະ ສຸກແຂວງ ພ້ອມທັງໄດ້ລາຍງານເພື່ອໃຫ້ທ່ານ ໄດ້ຊາບກ່ຽວກັບຈຸດປະສົງຂອງ ການການລົງໄປເຄື່ອນ ໄຫວ ແລະ ເຮັດວຽກໃນຄັ້ງນີ້, ໂອກາດນີ້ ກັບດຣ ຕຽງຄໍາ ປ້ອງວົງສາ ຫົວໜ້າພະແນກສາທາລະນະ ສຸກແຂວງສະຫວັນນະເຂດໄດ້ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເຊຶ່ງຢູ່ແຂວງ ສະຫວັນນເຂດໃນໄລຍະແຜ່ນມາກໍ່ຄືປັດຈຸບັນ ເຊຶ່ງ ແຂວງ ສະຫວັນນະເຂດໄດ້ເລີ່ມຈັດຕັ້ງປະຕິບັດມານັບແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ 19 ຫລື ທ້າຍປີ 2021 ເປັນຕົ້ນມາ,ໂດຍໄດ້ຖືເອົາຄະນະສະເພາະກິດແຕ່ລະຂັ້ນ ນັບແຕ່ຂັ້ນແຂວງຫາ ບ້ານໃນການຈັດຕັ້ງປະຕິບັດສັກວັກຊິນປ້ອງກັນພະຍາດໂຄວິດ 19 ແລະ ຜ່ານການຈັດຕັ້ງປະຕິບັດ ຜ່ານມານີ້ ເຫັນວ່າປະຊາຊົນມີຄວາມສົນໃຈ ແລະ ຕື່ນຕົວຫລາຍມາສັກວັກຊິນ ເຮັດໃຫ້ອັດຕາການ ສັກວັກຊິນປ້ອງກັນພະຍາດໂຄວິດ 19 ເພີ່ມຂຶ້ນສູງ ເມື່ອທຽບໃສ່ປັດຈຸບັນ, ໂດຍສະເພາະໄລຍະກ່ອນມີ ທີ່ລັດຖະ ບານຈະອະນຸຍາດເປີດປະເທດເປັນຕົ້ນມາ ອັດຕາການສັກວັກຊິນຢູ່ ແຂວງສະຫວັນນະ ເຂດແມ່ນນັບມື້ຫລຸດລົງ.
ຫລັງຈາກນັ້ນທາງຄະນະໄດ້ໄປຢ້ຽມຢາມຈຸດສັກວັກຊິນຢູ່ໂຮງໝໍນະຄອນໄກສອນ ພົມວິຫານ ແລະ ໄປຢ້ຽມຢາມສູນເກັບມ້ຽນວັກຊິນປ້ອງກັນພະຍາດໂຄວິດ 19 ຂອງພະແນກສາທາລະນະສຸກ ແຂວງ, ສ່ວນຕອນບ່າຍທາງຄະນະສື່ມ່ວນຊົນ, ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ ຫລື ຢູນີເຊບ ແລະ ໜ່ວຍງານ ປຸກລະດົມຊຸມຊົນ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະ ນະສຸກໄດ້ເດີນທາງໄປເມືອງພີນ ເພື່ອໄປພົບປະກັບຫົວ ໜ້າຫ້ອງການສານທາລະນະສຸກເມືອງ ແລະ ຢ້ຽມຢາມສະພາບຂອງຈຸດ ສັກວັກຊິນປ້ອງກັນໂຄວິດ 19 ຂອງເມືອງພີນຕື່ມອີກ.%
ໂດຍ: ບຸນຍັງ ພຸດສະຫວັດ
Loading...