ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ໄດ້ຈັດຂຶ້ນຕອນເຊົ້າວັນທີ 15 ທັນວາ 2021 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ໂດຍມີ ທ່ານ ນາງ ສວນສະຫັວນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບັນດາ ທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາກະຊວງ ຂະແໜງການ ພາກທຸລະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານການກະກຽມຄວາມພ້ອມເປີດປະເທດຂອງບັນດາກະຊວງທີ່ກ່ຽວຂ້ອງ ແລະ ການກະກຽມຄວາມພ້ອມຂອງຜູ້ປະກອບການເພື່ອຕ້ອນຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ. ຊຶ່ງມາເຖິງປະຈຸບັນ ແຕ່ລະຂະແໜງການ ກໍຄືພາກທຸລະກິດຂັ້ນສູນກາງ ແລະ ຂັ້ນແຂວງ ແມ່ນມີຄວາມຮັບຜິດຊອບສູງ ໃນການກະກຽມຄວາມພ້ອມເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວຢ່າງຕັ້ງໜ້າຕາມພາລະບົດບາດຂອງຕົນ.
ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ກ່າວໃນກອງປະຊຸມວ່າ: ການເປິດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ເປັນນໜຶ່ງໃນນະໂຍບາຍຂອງລັດຖະບານເພື່ອແກ້ໄຂຜົນທົບທາງດ້ານເສດຖະກິດຂອງປະເທດ ຍ້ອນການລະບາດພະຍາດ ໂຄວິດ-19, ວຽກງານດັ່ງກ່າວນີ້ ສັງຄົມມີຄວາມສົນໃຈ ແລະ ມີຫລາຍຄໍາເຫັນທີ່ແຕກຕ່າງກັນ ເຖິງແນວໃດກໍ່ຕາມພວກເຮົາ ໃນຖານະທີ່ໄດ້ຮັບການມອບໝາຍຈາກລັດຖະບານໃຫ້ຮັບຜິດຊອບວຽກງານດັ່ງກ່າວກໍຕ້ອງໄດ້ມີຄວາມເປັນເອກພາບກັນສູງເພື່ອອະທິບາຍຊີ້ແຈງໃຫ້ສັງຄົມໄດ້ເຂົ້າໃຈກ່ຽວກັບແຜນການ, ຂັ້ນຕອນຕ່າງໆ ລວມໄປເຖິງນິຕິກຳທີ່ກ່ຽວຂ້ອງ ໃນການເປີດປະເທດຂອງ ສປປ ລາວ ເພື່ອ ຕ້ອນຮັບນັກທ່ອງທ່ຽວ.
ໃນການຈັດຕັ້ງປະຕິບັດຕົວຈິງຕ້ອງໄດ້ດຳເນີນໄປເປັນກ້າວໆດ້ວຍຄວາມລະມັດລະວັງ ພວກເຮົາບໍ່ສາ ມາດເປີດປະເທດພ້ອມກັນໄດ້ບາດດຽວ. ອີງໃສ່ມາດຕາການໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19 ພວກເຮົາ ຕ້ອງໄດ້ຄົ້ນຄ້ວາກໍານົດການເປີດປະເທດດ້ວຍຄວາມຮອບຄອບ ແລະ ມີແຜນການລະອຽດຮັດກຸມ, ມີການໂຄສະນາປະຊາສໍາ ພັນໃຫ້ສັງຄົມເຂົ້າໃຈເລິກເຊິ່ງໃນການຈັດຕັ້ງປະຕິບັດ ແລະໃຫ້ນັກທ່ອງທ່ຽວຮັບຮູ້ເຖິງຂໍ້ມູນຕ່າງໆກ່ອນເຂົ້າປະເທດ. ເຖິງວ່າ ວຽກງານດັ່ງກ່າວຈະພົບຄວາມຫຍຸ້ງຍາກ ແຕ່ພາຍໃຕ້ການນໍາພາຂອງພັກ-ລັດຖະບານ ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະຕ້ອງ ພ້ອມກັນຜ່ານຜ່າວິກິດນີ້ໄປພ້ອມກັນ ເພື່ອກ້າວໄປເຖິງເປົ້າໝາຍທີ່ກໍານົດໄວ້. ດັ່ງນັ້ນ,ທຸກຂະແໜງການທັງພາກລັດ ແລະ ພາກທຸລະກິດຕ້ອງມີຄວາມເປັນເອກະພາບ, ມີຄວາມຮັບຜິດຊອບສູງຮ່ວມກັນຈຶ່ງສາມາດບັນລຸວຽກງານທີ່ມີຄວາມສຳຄັນນີ້ໄດ້.
ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ກ່າວຢໍ້າວ່າ: ພາຍຫລັງກອງປະຊຸມຄັ້ງນີ້ ສະເໜີໃຫ້ບັນດາທ່ານໃນຄະນະຮັບຜິດຊອບວຽກງານດັ່ງກ່າວນີ້ທີ່ປະຈຳຢູ່ ບັນດາກະຊວງ ກວດກາຄືນວຽກງານທີ່ຂະແໜງການຕົນຮັບຜິດຊອບຕາມພາລະບົດບາດມີບັນຫາ ໃດທີ່ຍັງຄ້າງຄາຄວນຮີບດ່ວນແກ້ໄຂ, ໃຫ້ມີການປະສານງານກັນຢ່າງຕໍ່ນື່ອງ, ມີການກຳນົດນິຕິກໍາລະອຽດ, ບໍ່ຊ້ຳຊ້ອນ ແລະ ບໍ່ມີຫລາຍຂັ້ນຕອນ, ມີຄວາມເປັນເອກະພາບ ສາມາດຈັດຕັ້ງປະຕິບັດໄດ້ ບົນພື້ນຖານຮັບປະກັນມາດຕາການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງຮັດກຸມ. ສໍາລັບຂົງເຂດວຽກງານທ່ອງທ່ຽວ ພາກທຸລະກິດຕ້ອງເປັນເຈົ້າການຢ່າງຕັ້ງໜ້າ ໃນການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ແຂວງເປົ້າໝາຍ ເພື່ອກໍານົດ ຈຸດບໍລິການໃນເຂດທ່ອງທ່ຽວສີຂຽວໂດຍຄຳນຶງເຖິງຄວາມສາມາດໃນການຄຸ້ມຄອງ ແລະ ຄວາມພ້ອມຂອງພາກສ່ວນກ່ຽວຂ້ອງ, ຕ້ອງໄດ້ມີຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນການໂຄສະນາ ສື່ສານ ໃຫ້ນັກທ່ອງທ່ຽວ ຮັບຊາບລາຍລະອຽດກ່ອນເຂົ້າປະເທດ ເປັນຕົ້ນ ຂັ້ນຕອນການຂໍອະນຸຍາດວິຊາ, ຂັ້ນຕອນເຂົ້າເຖິງຂໍ້ມູນ, ໂດຍສະເພາະການເຂົ້າມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ຈະມີສະຖານທີ່ບໍລິການ, ສິ່ງອຳນວຍຄວາມສະດວກ ແລະ ສັນຍາລັກຕ່າງໆທີ່ກໍານົດຢູ່ໃນເຂດທ່ອງທ່ຽວແນວໃດ (ເພື່ອໃຫ້ນັກທ່ອງທ່ຽວຮູ້ວ່າອະນຸຍາດໃຫ້ໄປໄດ້ຫລືບໍ່) ສິ່ງທີ່ສໍາຄັນທີ່ສຸດແມ່ນ ມາດຕາການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທັງນີ້ກໍເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວ, ສໍາລັບນັກທ່ອງທ່ຽວທີ່ຈະເຂົ້າມາກໍຕ້ອງໄປຕາມລາຍການທີ່ກໍານົດ, ນຳໃຊ້ການບໍລິການໂຮງແຮມ, ຮ້ານ ອາຫານ ແລະສະຖານທີ່ທ່ອງທ່ຽວຕາມທີ່ໄດ້ກຳນົດໃນລາຍການທີ່ໄດ້ສະເໜີມາ ໂດຍຜ່ານການຮັບຮອງຂອງຂະແໜງການທີ່ກ່ຽວຂ້ອງເທົ່ານັ້ນ, ສະນັ້ນ, ເພື່ອຮັບປະກັນໃຫ້ການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ສະເໜີໃຫ້ຂະແໜງການທີ່ກ່ຽວຂ້ອງສຸມໃສ່ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນ, ຜູ້ປະກອບການ ບໍລິການທ່ອງທ່ຽວໃຫ້ຄົບຕາມກໍານົດໂດຍສະເພາະແມ່ນເຂດທີ່ໄດ້ກຳນົດໃຫ້ນັກທ່ອງທ່ຽວໄປຢ້ຽມຢາມ ແລະ ໃຊ້ບໍລິການຕ່າງໆ, ຈະມີມາດຕະການແນວໃດເພື່ອຊ່ວຍເຫລືອນັກທ່ອງທ່ຽວເວລາມີການຕິດເຊື້ອເລົ່ານີ້ເປັນຕົ້ນ. ມອບໃຫ້ກະຊວງຖະແຫລງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວເປັນເຈົ້າການ ສົມທົບກັບພາກສ່ວທີ່ກ່ຽວຂ້ອງທັງພາກລັດ ແລະ ຜູ້ປະກອບການ ສືບຕໍ່ຜັນຂະຫຍາຍແຜນຟື້ນຟູການທ່ອງທ່ຽວຈາກການລະບາດຂອງພະບາດໂຄວິດ-19 ທີ່ໄດ້ຮັບຮອງໄປແລ້ວ. ມອບໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການປັບປຸງ ແລະ ຜັນ: ຂະຫຍາຍແຜນຈັດຕັ້ງປະຕິບັດສຳລັບ ເຂດທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດ ໂຄວິດ-19 ໃນສປປ ລາວ ໃນແຕ່ລະໄລຍະໃຫ້ລະອຽດ ມີການປະເມີນຜົນເປັນແຕ່ລະໄລຍະ ແລະ ລາຍງານຂັ້ນເທິງຮັບຊາບຢ່າງຕໍ່ເນື່ອງ ເພື່ຊີ້ນໍາ
ການ ປັບປຸງບັນຫາທີ່ຄ້າງຄາ ໃຫ້ທັນກັບສະພາບການເຮັດໃຫ້ພວກເຮົາສາມາດບັນລຸວຽກງານດັ່ງກ່າວ ປະກອບສ່ວນຊ່ວຍ ແກ້ໄຂສະພາບເສດຖະກິດຂອງປະເທດເຮັດໃຫ້ສັງຄົມໄດ້ກັບມາດຳລົງຊີວິດປົກກະຕິແບບໃໝ່ຕາມນະໂຍບາຍຂອງລັດຖະບານ.
ໃນນາມຕາງໜ້າໃຫ້ລັດຖະບານ ອີກເທື່ອໜຶ່ງຂໍສະແດງຄວາມຊົມເຊີຍຄະນະຮັບຜິດຊອບກອງປະຊຸມ ທີ່ໄດ້ ເປັນເຈົ້າການປະສານງານ, ການກະກຽມເນື້ອໃນ, ຂໍ້ມູນເອກະສານຕ່າງໆທີ່ອຸດົມສົມບູນ ເພື່ອສະໜອງໃຫ້ຜູ້ແທນກອງປະຊຸມ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ ປຶກສາຫາລືຢ່າງຖືກຕາມເປົ້າໝາຍຂອງກອງປະຊຸມ.
ບັນດາທ່ານ ທີ່ເຂົ້າຮ່ວມປະຊຸມໄດ້ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມດ້ວຍຄວາມຮັບຜິດຊອບສູງ ຄໍາເຫັນຂອງບັນດາທ່ານແມ່ນເປັນປະໂຫຍດສູງສຸດຕໍ່ການແກ້ໄຂບັນຫາທີ່ສໍາຄັນຂອງປະເທດໃນຄັ້ງນີ້ໂດຍສະເພາະແມ່ນການເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ.