ໃນຕອນບ່າຍຂອງວັນທີ 26 ສິງຫາ 2023 ຕະນະຮັບຜິດຊອບ ຕ້ານແລ້ງ −ຕ້ານຖ້ວມ ກົມຊົນລະປະທານ ນໍາໂດຍ ທ່ານ ວິນວິໄລ ໄຊຍະພອນ ຮອງຫົວໜ້າກົມຊົນລະປະທານ ໄດ້ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງແບງ ແຂວງອຸດົມໄຊ, ພ້ອມກັນລົງຊຸກຍູ້ປະຊາຊົນ ສ້ອມແປງຮາງລິນ ລະບົບຊົນລະປະທານນໍ້າແບງ ທີ່ເປເພຍ້ອນຖືກກະທົບຈາກຝົນຕົກໜັກໃນຕົ້ນເດືອນສິງຫາຜ່ານມາ, ໂດຍໄດ້ປຸກລະດົມໃຫ້ປະຊາຊົນປະກອບສ່ວນແຮງງານ, ວັດຖຸທ້ອງຖິ່ນ, ສ່ວນເບື້ອງລັດແມ່ນປະກອບວັດຖຸທີ່ຈຳເປັນ ເປັນຕົ້ນແມ່ນ ທໍ່ PVC; ຜ່ານການສ້ອມແປງໃຊ້ເວລາ 1 ວັນແມ່ນສຳເລັດ ແລະ ສາມາດສົ່ງນໍ້າໄດ້ປົກກະຕິ; ຈາກນັ້ນ ຄະນະທີມງານກໍ່ໄດ້ໄປກວດກາພື້ນທີ່ໂຄງການອ່າງນໍ້າແຫງ ຊຶ່ງແມ່ນໂຄງການໜຶ່ງທີ່ມີແຜນຈະສຶກສາ, ສໍຳຫຼວດ−ອອກແບບ ເພື່ອກໍ່ສ້າງເປັນອ່າງເກັບນໍ້າ.
ເພື່ອສືບຕໍ່ຈັດຕັ້ງປະຕິບັດ ບັນດາໂຄງການທີ່ກ່າວມານັ້ນ ທ່ານ ປອ. ວິນວິໄລ ໄຊຍະພອນ ຮອງຫົວໜ້າກົມຊົນລະປະທານ ຍັງໄດ້ຊີ້ນໍາໃຫ້ຂະແໜງຊົນລະປະທານ ປະສານກັບ ໂຄງການ ພັດທະນາຊົນນະບົດຈະໜາດນ້ອຍ ພາກເໜືອ (NRI) ຄິດໄລ່−ອອກແບບລະອຽດ ຈຸດຮາງລິນທີ່ເປເພ ເພື່ອຂໍອະນຸມັດທຶນຈາກໂຄງການສ້ອມແປງໃຫ້ຖາວອນ ທັນຮັບໃຊ້ໃນລະດູແລ້ງທີ່ຈະມາເຖິງ, ສ່ວນໂຄງການອ່າງເກັບນໍ້າ ນໍ້າແຫງ ແມ່ນໃຫ້ຂຽນບົດສະເໜີໂຄງການ ເພື່ອສຶກສາຄວາມເປັນໄປໄດ້ ສົ່ງໃຫ້ພາກສ່ວນກ່ຽວຂ້ອງປະເມີນຜົນ ແລະ ສະເໜີເຂົ້າແຜນຕາມຂັ້ນຕອນ.



