ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 11 ສິງຫາ 2021 ໄດ້ມີພິທີລົງ ນາມ ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະເລຂາ ທິການສະພາແຫ່ງຊາດ (ສພຊ) ກັບ ຫ້ອງວ່າການສຳ ນັກງານນາຍົກລັດຖະ ມົນຕີ (ຫສນຍ) ໂດຍການລົງນາມ ລະຫວ່າງ ທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາ ທິການສະພາແຫ່ງຊາດ ແລະ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດ ຖະມົນຕີ, ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີຮອງປະທານສະພາແຫ່ງຊາດ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.
ຂໍ້ຕົກລົງສະບັບນີ້, ໄດ້ກໍານົດຫລັກການ, ລະບຽບການ, ຂັ້ນຕອນ, ວິທີການ ກົນໄກການປະສານງານ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດ ກັບ ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ ໃນການເປັນໃຈກາງປະສານງານ ເພື່ອເອື້ອອໍານວຍໃຫ້ແກ່ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ກັບ ລັດຖະບານ ຕາມພາລະບົດບາດ, ສິດ, ໜ້າທີ່ ແນໃສ່ຮັບປະກັນ ການເປັນເສ ນາທິການທີ່ດີ ໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ແລະ ລັດຖະບານ ໃນການປະຕິບັດໜ້າທີ່ ມີປະ ສິດທິພາບ, ວ່ອງໄວ, ຮັດກຸມ ແລະ ທັນເວລາ.
ການປະສານງານ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດ ກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ດໍາເນີນຕາມຫລັກການ ດັ່ງນີ້: 1) ເຄົາລົບ ແລະ ປະຕິບັດໜ້າທີ່ຂອງຕົນ ຕາມພາລະບົດບາດ ແລະ ສິດ ໃຫ້ມີຄວາມສອດຄ່ອງ ແລະ ຖືກຕ້ອງຕາມລະບຽບກົດໝາຍກໍານົດ; 2) ຮັບປະກັນການແລກປ່ຽນຂໍ້ມູນຂ່າວສານ ແລະ ນໍາໃຊ້ເຂົ້າໃນການເຄື່ອນ ໄຫວວຽກງານ ຂອງແຕ່ລະພາກສ່ວນ ຢ່າງມີປະສິດທິຜົນ; 3) ປະຕິບັດບົດບາດເປັນເສນາທິການ ໃຫ້ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ມີປະສິດທິພາບ ແລະ ປະສິດທິຜົນ, ເຊິ່ງຂໍ້ຕົກລົງສະບັບນີ້, ນຳໃຊ້ສໍາລັບ ການປະສານງານຮອບດ້ານ ລະຫວ່າງ ຄະນະເລຂາທິການສະພາແຫ່ງຊາດ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນການເປັນເສນາທິການ ໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ແລະ ລັດຖະບານ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ