ຄະນະແພດຊ່ຽວຊານດັ່ງກ່າວໄດ້ເຮັດວຽກດ້ານວິຊາການ ເຊັ່ນ: ວາງແຜນຄວບຄຸມ, ປິ່ນປົວ, ຍົກລະດັບວິຊາການ ແລະ ຄວາມສາມາດຮັບມືກັບພະຍາດຂອງແພດໝໍ ກໍຄືປ້ອງກັນການແຜ່ລະ ບາດພະຍາດໂຄວິດ-19, ລົງເຮັດວຽກພາກສະໜາມກ່ຽວກັບຂັ້ນຕອນການເຮັດວຽກຢູ່ຫ້ອງກວດວິເຄາະ, ຈຸດເກັບຕົວຢ່າງ ແລະ ສູນຄຸ້ມຄອງກໍລະນີ ເຊິ່ງຖືເປັນການແລກປ່ຽນບົດຮຽນປະສົບການກ່ຽວກັບການຄວບຄຸມການລະບາດຢູ່ໂຮງໝໍ, ແຜນປິ່ນປົວຜູ້ຕິດເຊື້ອ ໂຄວິດ-19 ແລະ ວິຊາອື່ນໆກັບແພດໝໍຫຼັກແຫຼ່ງຂອງພະແນກສາທາລະນະສຸກແຂວງຈຳປາສັກ.
Loading...