ໃນວັນທີ 24 ກັນຍາ 2021 ຄະນະສະເພາະກິດ ໜ່ວຍໂຄສະນາຂັ້ນເມືອງຂອງເມືອງ ຊະນະຄາມ, ໄດ້ລົງໂຄສະນາເຜີຍແຜ່ ວຽກງານເພີ່ມທະວີ, ປ້ອງກັນ ຕ້ານ ແລະສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ນຳໂດຍ ພັນຕີ ສິນປະສັກ ແກ້ວຫຼວງໂຄດ ຮອງພະແນກສຳມະໂນຄົວ ກອງບັນຊາການ ປກສ ເມືອງ ຮອງຄະນະກຳມະການໂຄສານາຄອບຄຸມພະຍາດຕິດຕໍ່ຂັ້ນເມືອງ.
ຈຸດປະສົງໃນການລົງໂຄສະນາໃນຄັ້ງນີ້ ເພື່ອໄດ້ນຳເອົາເນຶ້ອໃນຈິດໃຈ ມາດຕະການໃນການຕ້ານ ແລະສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ຂັ້ນເທິງໄດ້ກຳນົດອອກ ການເພີ່ມທະວີສະຕິຕໍ່ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດ ຂຶ້ນໃນທົ່ວສັງຄົມເຊັ່ນ: ຂ່າວປອມທາງສື່ອອນລາຍ ທີ່ສ້າງຄວາມປັ່ນປ່ວນໃຫ້ກັບສັງຄົມ ແລະບັນຫາຢາເສບຕິດທີ່ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບໃນປັດຈຸບັນ. ທັງນີ້ກໍເພື່ອ ເຮັດໃຫ້ບັນດາ ອົງການຈັດຕັ້ງ ແຕ່ລະຂັ້ນ, ພາກສ່ວນຫົວໜ່ວຍທຸລະກິດ, ປະຊາຊົນບັນດາເຜົ່າ ໄດ້ມີຄວາມຮັບຮູ້ ແລະເຂົ້າໃຈ ແລະພ້ອມກັນຈັດຕັ້ງປະຕິບັດ ຕາມມາດຕະການຕ່າງໆ ທີ່ໄດ້ກຳນົດອອກຢ່າງເຂັ້ມງວດ ເປັນເຈົ້າການ ແລະເປັນຄວາມຮັບຜິດຊອບລວມໃນທົ່ວສັງຄົມ.
ຂ່າວ: ເມືອງຊະນະຄາມ ແຂວງວຽງຈັນ
Loading...