ວັນທີ 23 ກັນຍາ 2021 ຢູ່ທີ່ ຫ້ອງວ່າການປົກຄອງ ເມືອງຊະນະຄາມ ແຂວງວຽງຈັນຄະນະສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໄດ້ມອບເຄື່ອງຊ່ອຍເຫຼືອ ເພື່ອປ້ອງກັນພາດໂຄວິດ-19 ໃຫ້ອົງການປົກຄອງເມືອງຊະນະຄາມ ເຊິ່ງປະກອບມີ ຜ້າອັດປາກ 1 ແກັດ, ເຫຼົ້າ 90; 1 ແກັດ ຖົງມີ 1 ແກັດ, ໂດຍເປັນກຽດກ່າວມອບ ຂອງທ່ານ ທ່ານ ລໍາໄມ ກຸດລາວົງ ກຳມະການປະຈຳພັກແຂວງ ສະມາຊິກສະພາແຫ່ງຊາດ ຮອງປະທານສະພາປະຊາຊົນ ແຂວງວຽງຈັນ ປະທານກຳມາທິການ ເສດຖະກິດແຜນການ-ການເງີນ,ເຕັກໂນໂລຊີ ແລະກວດກາ ແລະ ກ່າວຮັບໂດຍ ທ່ານ ສະໝານ ວິເສດຍະພົງສ໌ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະຄາມ, ທັງນີ້ກໍຍ້ອນຄວາມເປັນຫ່ວງເປັນໄຍຈາກຂັ້ນເທີ່ງ ໃນການປະຕິບັດໜ້າທີ່ຂອງຄະນສະເພາະກິດ ການຄອບຄຸມ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ພວມແຜ່ລະບາດເປັນວົງກ້ວງໃນປັດຈຸບັນ.
ຂ່າວ: ເມືອງຊະນະຄາມ ແຂວງວຽງຈັນ
Loading...