ຕອນບ່າຍ ວັນທີ 7 ພຶດສະພາ 2022 ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈໍາການ ທັງເປັນຫົວໜ້າກອງເລຂາ ໄດ້ຖະແຫຼງຂ່າວ ຄະນະ ສະເພາະກິດ ໄດ້ຖະແຫຼງຂ່າວ ກ່ຽວກັບມາດຕະການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19, ທ່ານ ກ່າວວ່າ ປະເທດຂອງພວກເຮົາ ໄດ້ຮັບມື ແລະ ພ້ອມກັນຜ່ານຜ່າການລະບາດຂອງພະຍາດໂຄວິດ-19 ສາຍພັນຕ່າງໆ ມາຕັ້ງແຕ່ຕົ້ນປີ 2020, ເຊິ່ງໃນແຕ່ລະໄລຍະສະພາບການລະບາດ ມີຄວາມຮຸນແຮງທີ່ແຕກຕ່າງ ຫຼ້າສຸດ ແມ່ນໃນກາງເດືອນມີນາ ທີ່ຜ່ານມາ ການລະບາດຖືວ່າຮຸນແຮງ ແຕ່ດ້ວຍຄວາມເອົາໃຈໃສ່ຂອງແພດໝໍ ແລະ ທຸກພາກສ່ວນໃນສັງຄົມ ຈຶ່ງເຮັດໃຫ້ການລະບາດຂອງພະຍາດໂຄວິດ-19 ແລະ ອັດຕາການຕາຍ ຢູ່ປະເທດເຮົາ ໄດ້ຫຼຸດໜ້ອຍຖອຍລົງ. ລັດຖະບານ ຈຶ່ງເຫັນວ່າ ເຖິງເວລາທີ່ພວກເຮົາຈະສຸມໃສ່ການພັດທະນາເສດຖະກິດ-ສັງຄົມໃຫ້ຫຼາຍຂຶ້ນ ໂດຍໄດ້ເຫັນດີ ໃຫ້ຄະນະສະເພາະກິດປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າ ມາດຕະການໃນການເຂົ້າ-ອອກ ສປປ ລາວ ໃນໄລຍະ ໃໝ່ ໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍໄດ້ສົມທຽບກັບບົດຮຽນຕົວຈິງຢູ່ບັນດາປະເທດອ້ອມຂ້າງ ເຊັ່ນ: ສສ ຫວຽດນາມ, ຣາຊະອານາຈັກກຳປູເຈຍ ແລະ ຣາຊະອານາຈັກໄທ. ພາຍຫຼັງການຄົ້ນຄວ້າ, ຄະນະສະເພາະກິດ ກໍໄດ້ນຳເອົາຮ່າງມາດຕະການດັ່ງກ່າວ ໄປທາບທາມ ນຳບັນດາກະຊວງຂະແໜງການ, ທ້ອງຖິ່ນ ລວມທັງພໍ່ແມ່ປະຊາຊົນ ໂດຍຜ່ານສື່ຕ່າງໆ ຢ່າງກວ້າງຂວາງ. ໂດຍອີງໃສ່ຜົນການທາບທາມ ດັ່ງກ່າວ, ຄະນະສະເພາະກິດ ໄດ້ປັບປຸງບັນດາມາດຕະການຕື່ມ ແລະ ໄດ້ລາຍງານສະເໜີລັດຖະບານພິຈາລະນາ. ມາຮອດມື້ນີ້, ລັດຖະບານ ຈຶ່ງໄດ້ກຳນົດມາດຕະການ ເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ໂດຍມີແຈ້ງການສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022, ເຊິ່ງຂ້າພະເຈົ້າ ຈະຂໍອະນຸຍາດແຈ້ງລາຍລະອຽດຂອງແຈ້ງການດັ່ງກ່າວ ໃຫ້ບັນດາທ່ານຊາບ ດັ່ງນີ້:
1. ເຫັນດີຜ່ອນຜັນມາດຕະການໃນການເຂົ້າ-ອອກ ສປປ ລາວ ຄື:
1) ເປີດດ່ານສາກົນທຸກດ່ານ ສຳລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.
2) ໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແບບສອງຝ່າຍ ຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈຳເປັນຕ້ອງຂໍວີຊາ.
3) ສໍາລັບພົນລະເມືອງ ຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແມ່ນ ສາມາດຂໍວີຊາ ຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼື ຂໍ ວີຊາກັບດ່ານ ຢູ່ດ່ານສາກົນ ທີ່ມີໜ່ວຍງານວີຊາກັບດ່ານ.
4) ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 12 ປີ ຂຶ້ນໄປ ທີ່ບໍ່ທັນມີໃບຢັ້ງຢືນສັກວັກຊີນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດ ສປປ ລາວ ແລ້ວ ແມ່ນຈະບໍ່ມີການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະໜາມບິນ ຫຼື ຢູ່ດ່ານຊາຍແດນສາກົນ ທາງບົກ ຫຼື ທາງເຮືອ ອີກ. ສ່ວນຜູ້ທີ່ມີໃບຢັ້ງຢືນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ປົກກະຕິ ໂດຍບໍ່ຮຽກຮ້ອງໃຫ້ມີການກວດຫາເຊື້ອໂຄວິດ-19 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປ ລາວ.
5) ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ ເຊິ່ງສາມາດນຳໃຊ້ການບໍລິການປິ່ນປົວ ຢູ່ໂຮງໝໍລັດ, ໂຮງໝໍເອກະຊົນ ຫຼື ປິ່ນປົວຕິດຕາມຕົນເອງ ຢູ່ສະຖານທີ່ພັກ (Home Isolation) ຕາມທີ່ໄດ້ກຳນົດໃນຄຳແນະນຳຂອງກະຊວງສາທາລະນະສຸກ.
2. ເຫັນດີອະນຸຍາດໃຫ້ນໍາໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳແນະນຳກ່ຽວກັບການນຳໃຊ້ພາຫະນະສ່ວນຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.
3. ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດ ຜູ້ປະກອບການທຸລະກິດຕ່າງໆ ກະກຽມຄວາມພ້ອມທຸກດ້ານໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະການປັບປຸງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນກັບການບໍລິການການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານບໍລິການ ແລະ ການທ່ອງທ່ຽວ ແມ່ນເປັນຄວາມຮັບຜິດຊອບລວມ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ
4. ນອກຈາກນີ້ ຍັງໄດ້ມີມາດຕະການຜ່ອນຜັນພາຍໃນປະເທດ ໂດຍເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ອົງການຈັດຕັ້ງກ່ຽວຂ້ອງ ຕ້ອງໄດ້ຕິດຕາມໃຫ້ມີການ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
5. ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສົມທົບກັບຂະແໜງສາທາລະນະສຸກ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19 ສາຍພັນໃໝ່ ເພື່ອຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
ມາດຕະການທີ່ ທັງໝົດນັ້ນ ມີຜົນສັກສິດ ນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນໄປ, ພວກເຮົາ ຈະສືບຕໍ່ເຝົ້າລະວັງ, ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.