ໃນກອງປະຊຸມສະພາມົນຕີປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮຫລື SCO ຄັ້ງທີ 21 ທີ່ຈັດຂຶ້ນໃນວັນທີ 17 ກັນຍາ 2021ນີ້, ຄຳປາໄສຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສັນຍານທີ່ຕັ້ງໜ້າໃນການຕ້ານພະຍາດ ແລະຟື້ນຟູເສດຖະກິດໃນພາກພື້ນ ໂດຍໄດ້ເນັ້ນໜັກວ່າ: ການຮັບມືກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງແມ່ນໜ້າທີ່ອັນຮີບດ່ວນທີ່ສຸດຄືເກົ່າໃນປັດຈຸບັນ. ເພື່ອຮັບປະກັນຄວາມປອດໄພດ້ານຊີວິດ ແລະສຸຂະພາບຮ່າງກາຍຂອງປະຊາຊົນບັນດາປະເທດ, ນັບມາຮອດປັດຈຸບັນນີ້ ຈີນໄດ້ໃຫ້ການຊ່ວຍເຫຼືອດ້ານວັກຊີນ ແລະວັກຊີນເຄິ່ງສຳເລັດຮູບປະມານ 1 ຕື້ 200ລ້ານຫຼອດໃຫ້ແກ່100ກວ່າປະເທດ ແລະອົງການຈັດຕັ້ງສາກົນເຊິ່ງເປັນອັນດັບໜຶ່ງຂອງໂລກ. ຈີນຈະເລັ່ງບັນລຸເປົ້າໝາຍໃນການສະໜອງວັກຊີນ 2 ຕື້ຫຼອດໃຫ້ທົ່ວໂລກໃນໝົດປີນີ້, ທັງຈະລົງເລິກການຮ່ວມມືກັບປະເທດພວມພັດທະນາໃນການຕ້ານພະຍາດ ນຳໃຊ້ເງິນບໍລິຈາກ100ລ້ານໂດລາສະຫະລັດທີ່ຈີນ ໄດ້ໃຫ້ການຊ່ວຍເຫຼືອ “ແຜນດຳເນີນງານວັກຊີນໂຄວິດ-19” ໃຫ້ເກີດມີປະສິດທິຜົນທີ່ດີ ເພື່ອປະກອບສ່ວນຊ່ວຍໃຫ້ມະນຸດສາມາດເອົາຊະນະພະຍາດໄດ້ຢ່າງສິ້ນເຊີງ.
ປັດຈຸບັນ, ໂດຍແນໃສ່ສິ່ງທ້າທາຍຕ່າງໆ ເປັນຕົ້ນແມ່ນສະພາບພະຍາດໂຄວິດ-19 ແຜ່ລະບາດຢ່າງຕໍ່ເນື່ອງແລະການເຕີບໂຕດ້ານເສດຖະກິດຂອງໂລກຂາດກຳລັງຂັບເຄື່ອນ, ທ່ານສີຈິ້ນຜິງໄດ້ສະເໜີວ່າ: ຄວນສືບຕໍ່ຊຸກຍູ້ການຄ້າ ແລະການລົງທຶນໃຫ້ເປັນເສລີ ແລະ ມີຄວາມ ສະດວກ, ຮັບປະກັນໃຫ້ບຸກຄະລາກອນ, ສິນຄ້າ, ເງິນທຶນ ແລະຂໍ້ມູນຂ່່າວສານສາມາດເຄື່ອນໄຫວໄດ້ຢ່າງປອດໄພ ແລະເປັນລະບຽບ, ສ້າງຈຸດເຕີບໂຕຂອງການຮ່ວມມືດ້ານເສດຖະກິດດີຈີຕອນ, ພະລັງງານສີຂຽວ ແລະກະສິກຳທີ່ທັນສະໄໝ. ທ່ານຍັງສະເໜີໃຫ້ພະຍາຍາມສູ້ຊົນບັນລຸເປົ້າໝາຍທີ່ເຮັດໃຫ້ຍອດມູນຄ່າການຄ້າລະຫວ່າງຈີນກັບປະເທດອົງການຮ່ວມມືຊຽນໄຮໃນ 5ປີຕໍ່ໜ້າບັນລຸເຖິງ 2.300 ຕື້ໂດລາສະຫະລັດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມປາຖາໜາທີ່ດີຂອງຈີນໃນການສືບຕໍ່ແບ່ງປັນໂອກາດດ້ານຕະຫຼາດໃຫ້ແກ່ປະເທດຕ່າງໆ, ທັງປັບປຸງໂຄງປະກອບການຄ້າໃຫ້ດີຂຶ້ນ, ປັບປຸງການຄ້າໃຫ້ມີຄວາມດຸນດ່ຽງ ແລະຊ່ວຍເຫຼືອປະເທດຕ່າງໆຟື້ນຟູເສດຖະກິດຫຼັງການແຜ່ລະບາດຂອງພະຍາດ.
ປີນີ້ແມ່ນປີທີ່ອົງການຮ່ວມມືຊຽງໄຮສ້າງຕັ້ງຂຶ້ນຄົບຮອບ 20 ປີ, ຕະຫຼອດໄລຍະ 20ປີທີ່ຜ່ານມາ, ອົງການນີ້ໄດ້ເຄົາລົບແລະປະຕິບັດຕາມ “ຈິດໃຈຊຽງໄຮ” ຄື: “ໄວ້ເນື້ອເຊື່ອໃຈກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະເໝີພາບກັນ, ປຶກສາຫາລືກັນ ແລະເຄົາລົບອະລິຍະທຳທີ່ມີຄວາມຫຼາກຫຼາຍສີສັນ ເພື່ອສະແຫວງຫາການພັດທະນາຮ່ວມກັນ”ໂດຍສະເພາະຫຼັງຈາກເກີດມີການແຜ່ລະບາດຂອງພະຍາດໂຄວິດ-19ແລ້ວ, ຝ່າຍຕ່າງໆໄດ້ຮ່ວມກັນຜ່ານຜ່າຄວາມ ກັບຫຍຸ້ງຍາກແລະຊ່ວຍເຫຼືອເຊິ່ງກັນແລະກັນ, ເຊິ່ງເປັນການເພີ່ມພະລັງທີ່ສ້າງສັນໃຫ້ການພັດທະນາຢ່າງໝັ້ນທ່ຽງຂອງພາກພື້ນແຫ່ງນີ້ແລະການຮ່ວມມືສາກົນໃນການຕ້ານພະຍາດ.
Loading...