ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສຳລັບປະທານ ສຸພານຸວົງ ກັບເສັ້ນທາງຕໍ່ສູ້ປະຕິວັດເພື່ອປົດປ່ອຍຊາດ ບໍ່ແມ່ນເສັ້ນທາງທຳມະດາ ເພາະວ່າເພິ່ນມີຕົ້ນກຳເນີດ ມາຈາກຄອບຄົວໃນ ລາດຊະວົງ. ຕົ້ນກຳເນີດສົມທົບກັບຄວາມຮູ້ ຄວາມສາມາດ ແລະ ຄວາມສະ ຫລາດຫລັກແຫລມ ໂດຍເພິ່ນໄດ້ສຳເລັດການສຶກສາ ຢູ່ໃນລະດັບສູງທັງ ຈາກພາຍໃນ ແລະ ຈາກຕ່າງປະເທດ. ເພິ່ນມີເງື່ອນໄຂຄົບຖ້ວນ ທີ່ຈະໃຊ້ ຊີວິດ ແບບອຸດົມສົມບູນໃນການສ້າງຖານະທີ່ດີງາມ ໃຫ້ແກ່ຕົນເອງ ແຕ່ ເພິ່ນພັດເລືອກເອົາວິຖີຊີວິດ ຂອງນັກກອມມູນິດ ແລະ ຂອງນັກຕໍ່ສູ້ປົດ ປ່ອຍຊາດ. ເພິ່ນບໍ່ພຽງແຕ່ ເສຍສະລະຕັດຂາດຈາກຊົນຊັ້ນ ຂອງຕົນເອງ ເທົ່ານັ້ນ ແຕ່ຍັງກາຍເປັນຜູ້ທີ່ເດັດດ່ຽວໜຽວແໜ້ນ ຕໍ່ສູ້ກັບ ຊົນຊັ້ນນັ້ນ ເອງອີກດ້ວຍ. ການຕັດສິນໃຈດັ່ງກ່າວ ແມ່ນບາດລ້ຽວທີ່ຍິ່ງໃຫຍ່ ແລະ ສູງ ສົ່ງທີ່ສຸດ ໃນຊີວິດການເມືອງຂອງເພິ່ນ ຊຶ່ງໄດ້ສ່ອງແສງເຖິງຄຸນທາດ ປະຕິວັດຂອງນັກຮັກຊາດທີ່ດູດດື່ມ.
(ລາຍລະອຽດອ່ານເພີ່ມເຕີມທີ່: https://kpl.gov.la/detail.aspx?id=74210)
ພາບ: ຂປລ
May be a black-and-white image of 3 people